![]() |
ການລົງຕິດຕາມຊຸກຍູ້ໂຄງການໃນຄັ້ງນີ້, ຕາງໜ້າລັດວິສາຫະກິດວິສາວະກຳຄົມມະນາຄົມໃນນາມ ຄະນະຄຸ້ມຄອງໂຄງການ ໄດ້ລາຍງານບັນດາໜ້າວຽກທີ່ຈັດຕັ້ງປະຕິບັດໂຄງການ: ຄວບຄຸມການກໍ່ສ້າງທາງຫຼວງແຫ່ງຊາດ2 W ແຂວງອຸດົມໄຊ (ຊ່ວງສັນຍາ3 ດ່ານສາກົນນ້ຳເງິນ BCF-1). ໂຄງການກໍ່ສ້າງອາຄານຫຼັກຂອງດ່ານສາກົນນ້ຳເງິນ (Central Building). ຕາມແຜນໃນສັນຍາ ການກໍ່ສ້າງ ຈະໃຊ້ເວລາທັງໝົດ 24 ເດືອນ, ໃຫ້ສຳເລັດໂຄງການໃນວັນທີ 17/2/2027 ສະເລ່ຍ 4.17% ຕໍ່ເດືອນ:ໂຄງການກໍ່ສ້າງອາຄານຫຼັກຂອງດ່ານສາກົນນ້ຳເງິນ ແມ່ນເລີ່ມລົງມືກໍ່ສ້າງມາແຕ່ວັນທີ 17/2/2025. ມາຮອດປັດຈຸບັນ ເວລາການກໍ່ສ້າງຜ່ານໄປແລ້ວ 9 ເດືອນ.ຄວາມຄືບໜ້າທ້າຍເດືອນ ກັນຍາ (9) 2025. ການຈັດຕັ້ງປະຕິບັດໂຄງການແມ່ນສຳເລັດ 18.63%, ທຽບໃສ່ແຜນການແມ່ນຫຼື່ນແຜນການ 3.11%. ສໍາລັບ ເດືອນຕຸລານີ້ ຜູ້ຮັບເໝົາສາມາດປະຕິບັດວຽກກໍ່ສ້າງໄດ້ດັ່ງນີ້: ປັບປຸງພື້ນທີ່ສຳລັບກໍ່ສ້າງສຳເລັດໄປແລ້ວ 31.24%, ສືບຕໍ່ກໍ່ສ້າງອາຄານຫຼັກຂອງດ່ານ ສຳເລັດໄປແລ້ວ: ວຽກໂຄງສ້າງ 82.54%, ວຽກຕົບແຕ່ງ 0.73% ສືບຕໍ່ກໍ່ສ້າງອາຄານຫໍພັກພະນັກງານ ສໍາເລັດໄປແລ້ວ 65.57%, ສືບຕໍ່ກໍ່ສ້າງອາຄານຫ້ອງອາຫານຂອງພະນັກງານ ສໍາເລັດແລ້ວ 1.29%, ສຳເລັດການຕິດຕັ້ງລະບົບໄຟຟ້າພາຍນອກອາຄານສຳເລັດໄປແລ້ວ 34.18%, ວຽກງານສິ່ງແວດລ້ອມ-ສັງຄົມ ແລະ ວຽກຄວາມປອດໄພຢູ່ພາກສະໜາມສຳເລັດໄປແລ້ວ 37.50%.
![]() |
ໂອກາດດຽວກັນນີ້, ທີມງານຂອງແຂວງ ແລະ ເມືອງກໍໄດ້ພ້ອມກັນລົງຕິດຕາມກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງໃນພາກສະໜາມອີກດ້ວຍ.
(ຂ່າວ+ພາບ: ອິນແປງແຫວນຄໍາ)


ຄໍາເຫັນ