ຮອງເຈົ້າເມືອງອຸທຸມພອນ ຫ້າມແມ່ຄ້າ-ຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າໃນງານເທດສະການປີ  ໃໝ່ລາວ ພສ 2567

ຮອງເຈົ້າເມືອງອຸທຸມພອນ ຫ້າມແມ່ຄ້າ-ຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າໃນງານເທດສະການປີ  ໃໝ່ລາວ ພສ 2567
ໃນວັນທີ 10 ເມສາຜ່ານມາ, ການນໍາເມືອງອຸທຸມພອນ ແຂວງສະຫວັນນະເຂດ ຊຶ່ງນໍາໂດຍທ່ານ  ຄໍາພົງ ສຸລິເຍດ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານເສດຖະກິດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫຼາດ (ຕະຫຼາດຄົບວົງຈອນເຊໂນ) ຊ່ຶງທ່ານໄດ້ເນັ້ນວ່າ: ເພື່ອບໍ່ໃຫ້ແມ່ຄ້າຊາວຂາຍເຄື່ອງອຸປະໂພກ, ບໍລິໂພກ ໂດຍສະເພາະ ແມ່ນແມ່ຄ້າຂາຍຊິ້ນໝູ, ຊິ້ນງົວ, ຊິ້ນຄວາຍ, ປາ, ພືດຜັກ, ຂ່າ-ຂີງ ແລະ ອື່ນໆ ສວຍໂອກາດຂຶ້ນລາຄາສິນຄ້າຕາມອໍາເພີໃຈ, ບໍ່ໃຫ້ໂກງຕາຊັ່ງຕາຊິງ ເພື່ອເອົາລັດເອົາປຽບຜູ້ບໍລິໂພກ. ຜ່ານມາມັກມີການເໜັງຕີງເລື່ອງລາຄາສິນຄ້າ, ພ້ອມທັງເບິ່ງຄວາມພ້ອມທາງດ້ານສະບຽງອາຫານ ໂດຍສະເພາະ ປາ, ຊິ້ນໝູ ໃນຕະຫຼາດຊິພຽງພໍຕໍ່ກັບຄວາມຕ້ອງການຂອງຜູ້ບໍລິໂພກບໍ່, ຊິ້ນງົວ, ຊິ້ນຄວາຍ ສ່ວນຫຼວງຫຼາຍແລ້ວປະຊາຊົນເຂົາເຈົ້າບໍ່ຄ່ອຍບໍລິໂພກປານໃດ ເຂົາເຈົ້າຫັນໄປບໍລິໂພກຊິ້ນໝູ ແລະ ປາ ເປັນສ່ວນໃຫຍ່
    ສໍາລັບແມ່ຄ້າຜູ້ທີ່ຂາຍຊິ້ນງົວ, ຄວາຍໃນຕະຫຼາດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິນວ່າ: ບຸນປີໃໝ່ລາວປີກາຍນີ້ການຂາຍຊິ້ນແມ່ນຂາຍດີອີຫຼີ, ສ່ວນຫຼາຍປະຊາຊົນແຖວເຂດນອກລູກຫຼານເຂົາເຈົ້າທີ່ກັບມາແຕ່ທໍາງານຢູ່ປະເທດໄກ້ຄຽງເຂົາເຈົ້າຈະມາແວ່ຊື້ຊິ້ນງົວ, ຊິ້ນຄວາຍເມືອຕ້ອນພໍ່ແມ່, ອ້າຍ, ເອື້ອຍນ້ອງ, ແຕ່ປີໃໝ່ລາວ ພສ 2567 ປີນີ້ ການຂາຍຊິ້ນແມ່ນບໍ່ໄດ້ດີປານໃດ, ຍ້ອນມີກຸ່ມຄົນບໍ່ດີຈໍານວນໜຶ່ງໂຄສະນາທາງສື່ສັງຄົມອອນລາຍ ກ່ຽວກັບງົວ, ຄວາຍເປັນພະຍາດຫຼາຍແລ້ວຕາຍ ເຮັດໃຫ້ຄົນຢ້ານກວາ ແລະ ບໍ່ມີຜູ້ມາຊື້ຊິ້ນໃຜກະຢ້ານໄປຕ່າງໆນາໆ. ສະນັ້ນແລ້ວຈິ່ງເຮັດໃຫ້ການຄ້າຂາຍຊິ້ນບໍ່ຄຶກຄື້ນຄືປີທີ່ຜ່ານມາ, ຂາຍໄດ້ມື້ໜຶ່ງພຽງແຕ່ 2 ຫາ 3 ກິໂລເທົ່ານັ້ນ
    ສໍາລັບທາງດ້ານພະນັກງານວິຊາການຫ້ອງການກະສິກໍາ-ປ່າໄມ້ເມືອງເວົ້າວ່າ: ການສະໜອງຊິ້ນ, ປາໃຫ້ກັບຕະຫຼາດທົ່ວເມືອງອຸທຸມພອນໃນງານເທດສະການບຸນປີໃໝ່ລາວ ພສ 2567 ປີນີ້ໜ້າຈະພຽງພໍຕໍ່ຄວາມຕ້ອງການຂອງປະຊາຊົນຜູ້ບໍລິໂພກພາຍໃນເມືອງ.
(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສໍາເລັດຜົນຢ່າງຈົບງາມ ໃນວັນທີ 29 ພຶດສະພານີ້, ທີ່ ຫ້ອງປະຊຸມໃຫຍ່ ຄອສພ ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ອະດີດຄະນະພັກ-ຄະນະນໍາ ຄອສພ, ມີຜູ້ແທນສົມບູນ 189 ສະຫາຍ ຍິງ 83 ສະຫາຍ ເຂົ້າຮ່ວມ.
ຫ້ອງວ່າການສູນກາງພັກ ປູກຕົ້ນໄມ້ຮັບຕ້ອນວັນທີ 1 ມິຖຸນາ 2026

ຫ້ອງວ່າການສູນກາງພັກ ປູກຕົ້ນໄມ້ຮັບຕ້ອນວັນທີ 1 ມິຖຸນາ 2026

ວັນທີ 29 ພຶດສະພານີ້, ຫ້ອງວ່າການສູນກາງພັກ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ທີ່ ສວນສາທາລະນະມິດຕະພາບລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນຳພາໂດຍ ສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະຫ້ອງ, ຫົວໜ້າກົມ ແລະ ຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງຮ້ອຍກໍາລັງສໍາຮອງປ້ອງກັນຊາດເມືອງຕົ້ນເຜິ້ງ ສຳເລັດຊຸດອົບຮົມ-ຫັດແອບ

ກອງຮ້ອຍກໍາລັງສໍາຮອງປ້ອງກັນຊາດເມືອງຕົ້ນເຜິ້ງ ສຳເລັດຊຸດອົບຮົມ-ຫັດແອບ

ພິທີປິດຊຸດອົບຮົມ-ຫັດແອບ ການທະຫານ ການເມືອງ ແລະ ພາລາທິການ ກອງຮ້ອຍກໍາລັງສໍາຮອງ ປ້ອງກັນຊາດເມືອງຕົ້ນເຜິ້ງ ຈັດຂຶ້ນໃນວັນທີ 27 ພຶດສະພາຜ່ານມາ, ທີ່ສະໂມສອນຫ້ອງວ່າການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງ, ມີສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ສະຫາຍ ອຸ່ນຄຳ ທຳມະເລີດ ເລຂາພັກເມືອງຕົ້ນເຜິ້ງ, ມີຄະນະປະຈຳ, ກຳມະການພັກເມືອງ, ນັກຝຶກອົບຮົມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊັນບົດບັນທຶກການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນການທ່ອງທ່ຽວຂອງລາວ.

ເຊັນບົດບັນທຶກການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນການທ່ອງທ່ຽວຂອງລາວ.

ຂປລ.ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມືເພື່ອຮ່ວມກັນສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນການທ່ອງທ່ຽວຂອງລາວ ແລະ ເພື່ອຊຸກຍູ້ສົ່ງເສີມວຽກງານໂຄສະນາ ແລະ ການສົ່ງເສີມການທ່ອງທ່ຽວລາວໃຫ້ມີຄວາມເຂັ້ມແຂງ ລະຫວ່າງ ກົມສົ່ງເສີມຕະຫຼາດການທ່ອງທ່ຽວ, ກະຊວງວັດທະນະທຳ ແລະ ການທອ່ງທ່ຽວ ແລະ ຄະນະວິທະຍາສາດສັງຄົມ, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຂຶ້ນໃນວັນທີ 28 ພຶດສະພາ 2026 ທີ່ມະຫາວິທະຍາໄລແຫ່ງຊາດ(ມຊ). ຮ່ວມເຊັນບົດບັນທຶກລະຫວ່າງ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທອ່ງທ່ຽວ, ທ່ານ ນາງ ທອງມາລາ ໂພສີຄຳ ຫົວໜ້າຄະນະວິຊາຄະນະອັກສອນສາດ, ທ່ານ ສາຍໃຈ ສີລາເດດ ຮອງຫົວໜ້າຄະນະວິຊາຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຊຶ່ງມີບັນດາແຂກທີ່ຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດຂະບວນການອະນາໄມ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈໍາປີ 2026

ເມືອງໄຊຍະບູລີ ເປີດຂະບວນການອະນາໄມ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈໍາປີ 2026

ໃນວັນທີ 28 ພຶດສະພາຜ່ານມາ, ທີ່ເດີ່ນສະໜາມຫຼວງແຂວງໄຊຍະບູລີ ໄດ້ຈັດພິທີເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄໍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີການນໍາແຂວງ, ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ໃນວັນທີ 26 ພຶດສະພາຜ່ານມາ, ທ່ານ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງບໍ່ແຕນ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 159 ທີ່ປະຈຳການ ແນວໜ້າຢູ່ປ້ອມປາກຮອຍ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ຮທ ສົມນຶກ ເພັງພັກດີ ຫົວໜ້າໝວດປ້ອມປາກຮອຍ ກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍຄະນະເຂົ້າຮ່ວມ.
ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ໃນວັນທີ 28 ພຶດສະພານີ້, ທີ່ຮ້ານອາຫານເວສຕ້າ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ລັດໃຫ້ພະນັກງານທີ່ເຮັດວຽກກວດກາ ຂອງສະຫະພັນນັກຮົບເກົ່າ 3 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງວ່າການແຂວງວຽງຈັນ, ໃຫ້ກຽດເປັນປະທານກ່າວປິດຂອງທ່ານ ພົນໂທ ວົງຄຳ ພົມມະກອນ ຮອງເລຂາຄະນະພັກ, ຮອງປະທານ ສນຫລ ທັງເປັນປະທານກວດກາ ສນຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງຢ່າງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ຂຶ້ນໃນວັນທີ 27 ພຶດສະພາຜ່ານມາ. ໂດຍການເປັນປະທານຂອງສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ເພີ່ມເຕີມ