ພາຍຫຼັງຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ ຈາກກອງຮ້ອຍຊາຍແດນ 157 ຊຶ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ປະກົດການຫຍໍ້ທໍ້ດ້ານຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານມາ.
ໂອກາດນີ້, ທ່ານຮອງເຈົ້າເມືອງ ໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ກ່ຽວກັບການປູກ-ການລ້ຽງ ເພີ່ມພູນຜະລິດຜົນຕາມລະດູການ ເພື່ອຕອບສະໜອງສະບຽງອາຫານ, ເອົາໃຈໃສ່ນຳພາ-ຊີ້ນຳໃຫ້ບັນດາຄະນະພັກ, ຄະນະບັນຊາເພີ່ມສະຕິລະວັງຕົວກຽມພ້ອມສູ້ຮົບ, ເອົາໃຈໃສ່ບົວລະບັດຜັດເຊັດພາຫະນະເຕັກນິກ, ກວດກາອາວຸດ, ລູກກະສຸນ ເພື່ອບໍ່ໃຫ້ເກີດຄວາມຜິດພາດ ແລະ ພ້ອມໃຊ້ງານໄດ້ທຸກເວລາ. ຈາກນັ້ນ, ທ່ານຮອງເຈົ້າເມືອງປາກລາຍໄດ້ມອບເຄື່ອງຈຳນວນໜຶ່ງໃຫ້ທະຫານກອງຮ້ອຍຊາຍແດນ 157 ເພື່ອຊຸກຍູ້ໃນການປະຕິບັດໜ້າທີ່ວຽກງານຕໍ່ໄປ.
ຂ່າວ-ພາບ: ອ້າຍ ທອງປະເສີດ
ຄໍາເຫັນ