ຮອງຫົວໜ້າ ຄອສພ ລົງຊຸກຍຸກ, ຕິດຕາມວຽກງານໂຄສະນາອົບຮົມ ແຂວງສະຫວັນນະເຂດ

ຮອງຫົວໜ້າ ຄອສພ ລົງຊຸກຍຸກ, ຕິດຕາມວຽກງານໂຄສະນາອົບຮົມ ແຂວງສະຫວັນນະເຂດ

ຮອງຫົວໜ້າ ຄອສພ ລົງຊຸກຍຸກ, ຕິດຕາມວຽກງານໂຄສະນາອົບຮົມ ແຂວງສະຫວັນນະເຂດ
ຫວ່າງບໍ່ດົນມານີ້, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະໄດ້ລົງສ້າງຄວາມເຂັ້ມແຂງໃນການ ຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມໃຫ້ດຳເນີນໄປເປັນປົກກະຕິ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ ຢູ່ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ແລະ ຄະນະໂຄສະນາອົບຮົມ 14 ເມືອງ, 1 ນະຄອນເຂົ້າຮ່ວມ
ຮອງຫວໜາ ຄອສພ ລງຊກຍກ, ຕດຕາມວຽກງານໂຄສະນາອບຮມ ແຂວງສະຫວນນະເຂດ - image 1
 

ທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ລາຍ ງານໂດຍສັງເຂບ ກ່ຽວກັບການເຄື່ອນໄຫວວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ຊຶ່ງໄດ້ເປັນເຈົ້າການ ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ແລະ ເຜີຍແຜ່ບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ IX ຂອງອົງຄະນະພັກແຂວງເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ເຜີຍແຜ່ແນະນຳພາລະບົດບາດ ຂອງກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ, ຜົນສຳເລັດ ກອງປະຊຸມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ປະຈຳປີ 2024 ແລະ ທິດທາງແຜນການປີ 2025, ຄວາມຮູ້ພື້ນຖານ ກ່ຽວກັບວຽກງານພັກ ແລະ ຄວາມຮູ້ກ່ຽວກັບວຽກງານລັດ ພ້ອມທັງແລກປ່ຽນຄວາມຄິດຄວາມເຫັນຊຶ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນ.. ໃນຕອນທ້າຍທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ໂອ້ລົມ ພ້ອມທັງໃຫ້ທິດຊີ້ນໍາກ່ຽວກັບວຽກງານໂຄສະນາອົບຮົມ ແລະ ຮຽກຮ້ອງໃຫ້ຄະນະນຳ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ 14 ເມືອງ 1 ນະຄອນ ລວມເຖິງພະນັກງານ ທີ່ເຮັດວຽກງານໂຄສະນາອົບຮົມ ພາຍຫຼັງທີ່ໄດ້ມີການປັບປຸງສັບຊ້ອນກົງຈັກການຈັດຕັ້ງແລ້ວ ແມ່ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມນຳພາແນວຄິດ, ຍູ້ແຮງຂະບວນການວຽກງານໂຄສະນາອົບຮົມໃຫ້ແຂງ ແຮງ ແລະ ມີການຫັນປ່ຽນດີຂຶ້ນເທື່ອລະກ້າວ.

ຈາກນັ້ນ, ທ່ານນາງ ວິລະວອນ ພັນທະວົງ ຍັງໄດ້ເຂົ້າພົບປະການນຳແຂວງສະຫວັນນະເຂດ ໂດຍການຕ້ອນຮັບຂອງທ່ານ ໂພໄຊ ໄຂຄຳພິທູນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ເພື່ອລາຍງານຜົນຂອງການເຄື່ອນໄຫວຈັດຕັ້ັງປະຕິບັດວຽກງານໂຄສະນາອົບຮົມ ຂອງຄະນະໂຄສະນາອົບຮົມເມືອງ ທັງ 14 ເມືອງ ແລະ 1 ນະຄອນ ທັງດ້ານຕັ້ງໜ້າ ແລະ ສິ່ງທ້າທາຍຕ່າງໆ ເພື່ອຂໍທິດຊີ້ນຳຈາກການນຳຂອງແຂວງ ຊ່ວຍເຫຼືອຊຸກຍູ້ວຽກງານໂຄສະນາອົບຮົມໃຫ້ແຂງແຮງ ແລະ ມີການຫັນປ່ຽນດີຂຶ້ນເທື່ອລະກ້າວ.

ຮອງຫວໜາ ຄອສພ ລງຊກຍກ, ຕດຕາມວຽກງານໂຄສະນາອບຮມ ແຂວງສະຫວນນະເຂດ - image 2
 

ໃນນັ້ນໃນຍັງໄດ້ເຂົ້າພົບປະກັບທ່ານ ລິນທອງ ບຸນທະມາລີ ເລຂາພັກເມືອງ ເຈົ້າເມືອງສອງຄອນ ແລະ ພົບປະຢ້ຽມຢາມ, ເຮັດວຽກກັບທ່ານ ສີສະເຫວີຍ ວົງພູທອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ-ວຽກພັກພະນັກງານຕື່ມອີກ.

(ຂ່າວ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ໃນວັນທີ 21 ກັນຍາຜ່ານມາ, ທີ່ສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງສາລະວັນ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງ ຕິດພັນກັບການຍ້ອງຍໍຫຼຽນກາລະນຶກ 50 ປີ ໂດຍການເປັນປະທານຂອງສະຫາຍ ນາງ ຈັນທະຈອນ ຫວາດທະລາວົງ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ປະທານສະຫະພັນແມ່ຍິງແຂວງ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ແຂກຖືກເຊີນ ເຂົ້າຮ່ວມ.
ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

​ ສະມາຄົມຫັດຖະກຳລາວ ຮ່ວມກັບ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານຖະແຫຼງຂ່າວຕຽມຈັດ “ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25” ປະຈຳປີ 2026 ຂຶ້ນຢ່າງເປັນທາງການ, ໃນວັນທີ 21 ກັນຍານິ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ແຂວງເຊກອງ ເລັ່່ງໃສ່ການສ້າງທ່າແຮງພື້ນຖານສຳຄັນ ເພື່ອໃຫ້ກາຍເປັນສູນກາງທາງດ້ານອຸດສາຫະກໍາແຮ່ທາດໃນອະນາຄົດ ເພື່ອດຶງດູດການລົງທຶນຈາກພາກເອກະຊົນທັງ​ພາຍ​ໃນແລະຕ່າງ​ປະ​ເທດ ແລະ ສ້າງໂອກາດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວເພີ່ມຂຶ້ນ.
Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

ພິທີເປີດ Tree Koff ສາຂາໃໝ່ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາຜ່ານ​ມາ, ຢູ່ຂ້າງຫໍມູນເຊື້ອ 21 ມີນາ (ນໍ້າພຸ) ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີແຂກ​ຖືກ​ເຊີນເຂົ້າຮ່ວມ.
ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 18 ກັນຍາ 2026, ແຂວງຈຳປາສັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)ຂຶ້ນ, ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເລຂາ-ຮອງເລຂາພັກບັນດາເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ພິທີປິດງານແຂ່ງຂັນ Lao Digital Awards ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 20 ກັນຍານີ້ ທີ່ຕຶກອຸທິຍານດີຈີຕອນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ງານດັ່ງກ່າວໄດ້ດໍາເນີນໄປຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍພະລັງແຫ່ງຄວາມຄິດສ້າງສັນຂອງຄົນຮຸ່ນໃໝ່.
ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມັນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການ ຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ວັນທີ 17 ກັນຍາຜ່ານມາ, ກອງພັນໃຫຍ່ 584 ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າການທະຫານ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ບໍລິສັດ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ ໄດ້ຈັດງານແນະນຳລະບົບ ໂອມີຄໍ (OMICALL) ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມືລະຫວ່າງ ບູເບີ້ ຄອນເນັກ (BUBER CONCERT) ຮ່ວມກັບ ໂອມີຄໍຫວຽດນາມ (OMICALL VIETNAM) ໃນວັນທີ 19 ກັນຍາ ຜ່ານມາ ທີ່ໂຮງແຮມຮໍລິເດອິນ (Holiday Inn) ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ບູລັກ ນັນທະສອນ ປະທານ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ, ທ່ານ ແຮັບປີ້ ສີສົມພອນ ຈາກບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ໄດ້ແບ່ງປັນວິໄສທັດການເຊື່ອມໂຍງລະບົບຂົນສົ່ງ ເພື່ອສະໜັບສະໜູນ ພໍ່ຄ້າ-ແມ່ຄ້າຍຸກໃໝ່ ແລະ ທ່ານ ຫງວຽນ ລິງ ເຍີນ ປະທານ OMI JSC Vietnam, ມີຜູ້ຕາງໜ້າພາກລັດ, ຄະນະຜູ້ບໍລິຫານ, ພາກສ່ວນທຸລະກິດ, ຮ້ານຄ້າອອນລາຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພຽງພໍ.
ເພີ່ມເຕີມ