![]() |
ໃນພິທີ, ທ່ານ ບຸນທັນ ສຸວັນນະລາດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂດຍສັງເຂບ. ຊຶ່ງມີທັງຜົນສໍາເລັດດ້ານດີ, ດ້ານຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ການລົງສ້າງຄວາມເຂັ້ມແຂງໃນການຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມໃນຄັ້ງນີ້, ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຜີຍແຜ່ນິຕິກໍາຈຳນວນໜຶ່ງ ກໍຄືພາລະບົດບາດ ຂອງກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ, ຜົນສຳເລັດກອງປະຊຸມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ປະຈຳປີ 2024 ແລະ ທິດທາງແຜນການປີ 2025, ຄວາມຮູ້ພື້ນຖານກ່ຽວກັບວຽກງານພັກ ແລະ ຄວາມຮູ້ກ່ຽວກັບວຽກງານລັດ, ການກະກຽມຄວາມພ້ອມໃນການໂຮມເອົາວຽກງານຈຳນວນໜຶ່ງ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ພ້ອມທັງແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນດີ. ໃນຕອນທ້າຍ, ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໂອ້ລົມ ພ້ອມທັງໃຫ້ທິດຊີ້ນໍາກ່ຽວກັບວຽກງານໂຄສະນາອົບຮົມ ແລະ ຮຽກຮ້ອງໃຫ້ຄະນະນຳ ຄະນະໂຄສະນາອົບຮົມແຂວງ ລວມເຖິງພະນັກງານ ທີ່ເຮັດວຽກງານໂຄສະນາອົບຮົມ, ພາຍຫຼັງທີ່ໄດ້ມີການປັບປຸງສັບຊ້ອນກົງຈັກການຈັດຕັ້ງແລ້ວ ແມ່ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມນຳພາແນວຄິດ, ຍູ້ແຮງຂະບວນການວຽກງານໂຄສະນາອົບຮົມໃຫ້ແຂງແຮງ ແລະ ມີການຫັນປ່ຽນດີຂຶ້ນເທື່ອລະກ້າວ.
![]() |
(ຂ່າວ: ຄະນະໂຄສະນາອົບຮົມສູນກາງພັກ, ພາບ: ກອງຄໍາ)
ຄໍາເຫັນ