ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື
ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດ ເພື່ອລົງແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ແຮ່ທາດ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າຄະນະຊີ້ນໍາລວມຄະນະສະເພາະກິດ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.
ຮອງລດຖະມນຕກະຊວງປອງກນປະເທດ ເຄອນໄຫວຊກຍວຽກງານຢແຂວງອດຕະປ - image 1
 

ທ່ານ ວັນນະໄລ ວຽງພະຈັນ ຄະນະສະເພາະກິດຂອງແຂວງ ໄດ້ລາຍງານວ່າ: ຜ່ານມາ ແຂວງ ໄດ້ເຄື່ອນໄຫວສະກັດກັ້ນ ແລະ ມີມາດຕະການຕໍ່ບຸກຄົນ, ກຸ່ມຄົນທີ່ລັກລອບຂຸດຄົ້ນຊັບພະຍາກອນແຮ່ທາດ, ພາຍຫຼັງ ມີ ຄໍາສັ່ງ ເລກທີ 06/ນຍ, ວ່າດ້ວຍການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ແຮ່ຄໍາ ຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດ ຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ທົ່ວແຂວງ ໂດຍໄດ້ຜັນຂະຫຍາຍມາເປັນຄໍາສັ່ງຂອງເຈົ້າແຂວງ ເລກທີ 06/ຈຂອປ, ເພື່ອເປັນບ່ອນອີງໃຫ້ແກ່ບັນດາພະແນກການ, ອົງການຈັດຕັ້ງທຽບເທົ່າ, ກອງ ບັນຊາການປກຊ-ປກຊ, ອົງການປົກຄອງເມືອງ ແລະ ບ້ານ ນໍາໄປໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງ ແລະ ແທດ ເໝາະກັບສະພາບຈຸດພິເສດຂອງແຂວງ.

ພ້ອມກັນນັ້ນ, ກໍ່ໄດ້ອອກຂໍ້ຕົກລົງ ຂອງເຈົ້າແຂວງ ເລກທີ 538/ຈຂອປ, ວ່າດ້ວຍການ ແຕ່ງຕັ້ງຄະນະສະເພາະກິດສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດ ໃນຂອບເຂດທົ່ວແຂວງອັດຕະປື ນໍາໃຊ້ປ່ຽນແທນ ຂໍ້ຕົກລົງ ສະບັບເລກທີ 1621/ຈຂອປ, ຜ່ານການ ເຄື່ອນໄຫວໄດ້ມີຜົນສໍາເລັດຫຼາຍດ້ານ ເຊັ່ນ: ພາກສ່ວນແຂວງ ໄດ້ເປີດກອງປະຊຸມເຜີຍແຜ່ຄໍາສັ່ງ ເລກທີ 06/ນຍ ແລະ ເລກທີ 06/ຈຂອປ ໃຫ້ສະມາຊິກພັກ - ພະນັກງານ ແລະ ໃຫ້ຜູ້ປະກອບການ, ນັກທຸລະກິດ, ຮ້ານຄ້າຂາຍແຮ່ທາດ ທີ່ຢູ່ໃນຂອບເຂດ ການຄຸ້ມຄອງ ຂອງພະແນກພະລັງງານ ແລະ ບໍ່ແຮ່ ໃນເມື່ອກ່ອນ ຈຳນວນ 2 ຄັ້ງ, ມີ ຜູ້ເຂົ້າຮ່ວມ 35 ທ່ານ, ພາກສ່ວນເມືອງ ໄດ້ຈັດຕັ້ງ ແລະ ເຜີຍແຜ່ຄຳສັ່ງດັ່ງກ່າວ ອອກມາເປັນຄໍາສັ່ງຂອງທ່ານເຈົ້າເມືອງ ເປັນອັນລະອຽດຕື່ມ ແລ້ວໄດ້ເປີດກອງປະຊຸມເຜີຍແຜ່ ເຊື່ອມຊຶມໃຫ້ໃຫ້ແກ່ຄະນະບໍລິຫານງານພັກເມືອງ, ຫົວໜ້າ ແລະ ຮອງຫ້ອງການອ້ອມຂ້າງເມືອງ, ປກສ, ປກຊ, ພະນັກງານ - ລັດຖະກອນ 5 ເມືອງ, ມີຜູ້ເຂົ້າຮ່ວມ 224 ຄົນ ແລະ ໄດ້ລົງເຜີຍແຜ່ ເຊື່ມອຊຶມໃຫ້ອົງການປົກຄອງບ້ານ, ປະຊາຊົນຢູ່ກຸ່ມບ້ານ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດຂອງແຂວງ ສືບຕໍ່ເຮັດວຽກງານໂຄສະນາເຜີຍແຜ່ຄຳສັ່ງ ແລະ ນິຕິກຳຕ່າງໆ ທີ່ຂັ້ນເທິງວາງອອກ ໃຫ້ທົ່ວສັງຄົມໄດ້ຮັບຮູ້, ເພື່ອເຮັດໃຫ້ມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນແຮ່ທາດ, ຄະນະສະເພາະກິດ 538 ຂອງແຂວງຕ້ອງໄດ້ສືບຕໍ່ເຄື່ອນໄຫວຕິດຕາມ, ກວດກາ ແລະ ສະກັດກັ້ນການ ລັກລອບຂຸດຄົ້ນແຮ່ທາດ ຢ່າງເປັນປົກກະຕິ ໂດຍໃຫ້ກຳລັງ ປກຊ ປະຈຳຢູ່ແຕ່ລະກອງຮ້ອຍຊາຍແດນໃນແຕ່ລະເມືອງ ສົມທົບກັບບ້ານ, ພະນັກງານຂອງລັດ ລົງກວດຄົ້ນຮ້າງຮ້ານຂາຍເຄື່ອງຕ່າງໆພາຍໃນແຂວງ, ເມືອງ ແລະ ບ້ານຂອງຕົນໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ການລັກລອບຂຸດຄົ້ນແຮ່ທາດຫຼຸດໜ້ອຍຖອຍລົງ.

(ຂ່າວ: ວ ຫລວງອາໄພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນລະຫວ່າງລັດວິສາຫະກິດການ ບິນລາວ, ລັດວິສາຫະກິດລາວເດີນອາກາດ ແລະ ບໍລິສັດ ລ້ານຊ້າງ ການບິນສາກົນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມານີ້, ໂດຍມີທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ, ທ່ານ ພັນເອກ ປັນທະວີ ສີສົງຄາມ ຜູ້ອໍານວຍການ ລັດວິສາຫະກິດ ລາວເດີນອາກາດ, ທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການ ບໍລິສັດ ລ້ານຊ້າງການບິນສາກົນ ຈໍາກັດ, ມີບັນດາຜູ້ຕາງໜ້າຄະນະກອງຈະລາຈອນທາງອາກາດລາວ, ກົມການບິນພົນລະເຮືອນ, ກອງສະໜາມການບິນລາວ ພ້ອມດ້ວຍພະນັກງານທັງ 3 ສາຍການບິນເຂົ້າຮ່ວມເປັນສັກຂີພິຍານ.
ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ກອງປະຊຸມປຶກສາຫາລື ການເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ຈັດຂຶ້ນໃນວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ປະຈຳການຄະນະປະຕິຮູບລັດວິສາຫະກິດ.
ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ພິທີປະກາດການຈັດຕັ້ງສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໃຫ້ກຽດເປັນປະທານ ແລະ ມອບຂໍ້ຕົກລົງ ຂອງທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີຄະນະກົມ, ຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ເກົ່າ) ແລະ ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 23 ຕຸລາ ນີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ, ຈັດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025” ພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, ພາຍໃຕ້ຫົວຂໍ້: ຕໍ່າຫູກ-ຜູກຮັກ ອະນຸລັກ ປະເພນີ ການແຕ່ງດອງ” ຊຶ່ງຈັດຂຶ້ນໃນວັນທີ 22 ຕຸລານີ້ ທີ່ ຫໍຜ້າໄໝບູຮານ (ຂ້າງຫໍຄໍາ).
ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ວັນທີ 22 ຕຸລານີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ແລະ ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ເສນ ພັນລັກ ກຳມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂຶ້ນທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ, ໃນວັນທີ 23 ຕຸລານີ້, ມີພະອາຈານ ມະຫາເຫວດ ມະເສໄນ ອົງຮັກສາການປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ແທນພະສົງທົ່ວແຂວງ, ມີຕາງຽໜ້າການນຳຂອງແຂວງ, ພາກສ່ວນກ່ຽວຂ້ອງຈາກພາກລັດ ແລະ ອອກຕົນຍາດໂຍມ ຜູ້ມີໃຈໃສສັດທາ ເຂົ້າຮ່ວມ.
ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ອະນຸກຳມະການປ້ອງກັນງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງ-ຈໍາໜ່າຍສິນຄ້າ ປະຈຳປີ ພ.ສ 2568 (ຄ.ສ 2025) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025, ອະນຸກຳມະການປ້ອງກັນງານບຸນດັ່ງກ່າວ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນ 2,015 ສະ ຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍພາຍໃນງານ.
ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ.
ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ໃນວັນທີ 22 ຕຸລາ 2025, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ການນຳເມືອງຄູນ ໄດ້ລົງຢ້ຽມຢາມ ໂອ້ລົມພໍ່ແມ່ປະຊາຊົນ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ຳໄຫຼສຸບ້ານ ຍ້ອນພາຍຸບົວລອຍ ຄັ້ງວັນທີ 29-30 ກັນຍາ 2025, ທ່ານ ໄຊສືຊົ່ງ ຮອງນາຍບ້ານໆພູກາເຟ ເມືອງຄູນ ໄດ້ລາຍງານຜົນເສຍຫາຍຍ້ອນພາຍຸບົວລອຍວ່າ: ມີ 10 ຄອບຄົວ, ມີ 40 ຄົນ, ເສຍຊີວິດ 2 ຄົນ, ງົວ 19 ໂຕ, ຄວາຍ 2 ໂຕ, ເຮືອນ 4 ຫຼັງ, ຫ້ອງການບ້ານ 1 ຫຼັງ ແລະ ດິນເຈື່ອນຖົມນາ, ສວນຫຍ້າ, ເສັ້ນທາງ, ຜ່ານມາ ການນຳເມືອງ, ທະຫານເຂດ 4 ສສ ຫວຽດນາມ ທີ່ປະຈຳຢູ່ຈຸດສຸມສັນຫຼວງໄດ້ເຂົ້າຊ່ວຍເຫຼືອ ເບື້ອງຕົ້ນທັນທີ ເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ອາຫານ, ຢາປົວພະຍາດ ເຄື່ອງໃຊ້ຄົວເຮືອນ.
ເພີ່ມເຕີມ