ຮອງລມຕກະຊວງການຕ່າງປະເທດເຄື່ອນໄຫວເຮັດວຽກຮ່ວມກັບຝ່າຍກໍາປູເຈຍ

ຮອງລມຕກະຊວງການຕ່າງປະເທດເຄື່ອນໄຫວເຮັດວຽກຮ່ວມກັບຝ່າຍກໍາປູເຈຍ
ໃນລະຫວ່າງວັນທີ25-26 ມັງກອນ ຜ່ານມາ, ທ່ານໂພໄຊໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກໍາປູເຈຍພ້ອມດ້ວຍຕາງໜ້າຈາກພາກສ່ວນກ່ຽວຂ້ອງຈາກສູນກາງໄດ້ເຄື່ອນໄຫວເຮັດວຽກຮ່ວມກັບ ທ່ານ ໄອ ວຸທີ  ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຈາກພາກສ່ວນທີ່ກ່ຽວຂ້ອງຂອງ ຝ່າຍກໍາປູເຈຍຢູ່ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ. 
ໃນໂອກາດການເຄື່ອນໄຫວໃນຄັ້ງນີ້ສອງຝ່າຍໄດ້ຮ່ວມກັນກວດກາຄວາມຖືກຕ້ອງຂອງຕົວຢ່າງຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ຜະລິດໂດຍຝ່າຍກໍາປູເຈຍກ່ອນທີ່ຈະເລີ່ມຕົ້ນຜະລິດເປັນຈໍານວນ 508 ຫຼັກໝາຍປັກໃສ່ເສັ້ນຊາຍແດນທີ່ສອງຝ່າຍເອກະພາບກັນແລ້ວຕາມສົນທິສັນຍາວ່າດ້ວຍການກຳນົດຊາຍແດນປະເທດລະຫວ່າງ ສປປ ລາວ ແລະ ຣາຊະອານະຈັກກຳປູເຈຍຕາມປັກຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງແມ່ນປັກໃສ່ຈຸດທີ່ສອງຝ່າຍໄດ້ປັກຫຼັກໝາຍຊົ່ວຄາວ ແລະ ບັນດາຈຸດທີ່ເຫັນວ່າມີຄວາມຈຳເປັນຕາມຂໍ້ກຳນົດດ້ານເຕັກນິກ. ການພົບປະກັນໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ຮັບຮອງຮູບແບບຫຼັກໝາຍຊາຍແດນທີ່ຜະລິດອອກມາຊຶ່ງຜ່ານການກວດກາເຫັນວ່າຖືກຕ້ອງສອດຄ່ອງຕາມແບບທີ່ສອງຝ່າຍຮັບຮອງຜ່ານມາຈຶ່ງໄດ້ເອກະພາບກັນຮັບຮອງເອົາ ແລະ ໃນໂອກາດນີ້ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການປະຕິບັດວຽກງານຊາຍແດນຮ່ວມກັນໃນຕໍ່ໜ້າ ແລະ ໄດ້ລົງນາມບົດບັນທຶກຮ່ວມກັນ.
ການເຄື່ອນໄຫວວຽກງານຂອງຄະນະໃນຄັ້ງນີ້ເປັນການຊຸກຍູ້ທີ່ສໍາຄັນໃຫ້ແກ່ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມລະຫວ່າງສອງປະເທດ ລາວ ແລະ ກໍາປູເຈຍ ໂດຍສະເພາະກໍແມ່ນການປັກຫຼັກໝາຍຊາຍແດນແບບໃໝ່ທີ່ແໜ້ນໜາຖາວອນປ່ຽນແທນຫຼັກໝາຍໃນປັດຈຸບັນ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມ ເພື່ອເຮັດໃຫ້ເສັ້ນຊາຍແດນມີຄວາມຍືນຍົງ ແລະ ຈະແຈ້ງກວ່າເກົ່າ, ເປັນທີ່ເຂົ້າໃຈໄດ້ງ່າຍ ແລະ ສະດວກໃນການຄຸ້ມຄອງ. 
ໃນໂອກາດການເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານຮອງລັດຖະມົນຕີ ແລະ ຄະນະ ຍັງໄດ້ຍາດໂອກາດໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ແຂວງຊຽງແຕງ ນໍາອີກດ້ວຍ.
                                 ຂ່າວ-ພາບ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ລາວ - ອົສຕຣາລີ ຮ່ວມມືສົ່ງເສີມການລົງທຶນສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ

ລາວ - ອົສຕຣາລີ ຮ່ວມມືສົ່ງເສີມການລົງທຶນສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ

ລັດຖະບານ ສປປ ລາວ, ອົສຕຣາລີ ຮ່ວມກັບອົງການສະຫະປະຊາຊາດດ້ານເສດຖະກິດ ແລະ ສັງຄົມ ສໍາລັບພາກພື້ນອາຊຽນ (ESCAP) ໄດ້ເປີດໂຄງການຮ່ວມມືລະຫວ່າງລາວ - ອົສຕຣາລີ ເພື່ອປັບປຸງວຽກງານສົ່ງເສີມການລົງທຶນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ (Laos-Australia Investment Facilitation and Transformation for Economic Resilience) ຫຼື ໂຄງການລິບໂຟລາວ (LIFT 4 Laos) ຂຶ້ນຢ່າງເປັນທາງການ ໃນວັນທີ 24 ມິຖຸນາ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍມີການນໍາຜູ້ຕາງໜ້າຈາກ 3 ຝ່າຍ ສປປ ລາວ, ອົສຕຣາລີ ແລະ ຜູ້ຕາງໜ້າອົງການ ESCAP ປະຈໍາໄທ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທາບທາມຄໍາເຫັນອົງການຕ່າງປະເທດຕໍ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ

ທາບທາມຄໍາເຫັນອົງການຕ່າງປະເທດຕໍ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ

ໃນວັນທີ 25 ມິຖຸນາ ນີ້ ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນ ຕໍ່ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ (Local Staff) ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ປະຈຳຢູ່ ສປປ ລາວ (ສະບັບປັບປຸງ),ໂດຍການເປັນປະທານຂອງ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ມີບັນດາສະຖານທູດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ.
ການສົນທະນາດ້ານສິດທິມະນຸດ ສປປ ລາວ - ສະຫະພາບເອີຣົບ ຄັ້ງທີ 14

ການສົນທະນາດ້ານສິດທິມະນຸດ ສປປ ລາວ - ສະຫະພາບເອີຣົບ ຄັ້ງທີ 14

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 14 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລລາ ເຟີນັນເດັດ - ສະເຕັມບຣິດ ຫົວໜ້າຫ້ອງການຮັບຜິດຊອບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ, ກົມອາຊີ-ປາຊີຟິກ, ສໍານັກງານການຕ່າງປະເທດສະຫະພາບເອີຣົບ.
ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ໃນວັນທີ 24 ມິຖຸນານີ້ ທີ່ຫ້ອງຮັບແຂກຂອງຄະນະກວດກາສູນກາງພັກ, ສະຫາຍ ຄຳພັນ ພົມມະທັດກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະການກວດກາລະບຽບວິໄນພັກ-ລັດ ແຂວງຢູນນານ ນຳໂດຍສະຫາຍ ເຟີງ ຈີ້ລີ ຄະນະປະຈໍາພັກແຂວງ ເລຂາຄະນະກໍາມະການກວດກາວິໄນພັກ ແລະ ຫົວໜ້າຄະນະກຳມະການກວດກາລັດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລກປ່ຽນບົດຮຽນ ຢູ່ ສປປ ລາວ.
ຮອງປະທານປະເທດ ຕ້ອນຮັບທູດຕີມໍແລັດສະເຕ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດຕີມໍແລັດສະເຕ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຟີໂລເມໂນ ອາເລໂຊ ດາ ຄຣີວ (Filomeno Alexo Da Criuz) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະຈຳລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນທີ 24 ມິຖຸນານີ້ ທີ່ທຳນຽບປະທານປະເທດ, ເນື່ອງໃນໂອກາດທີ່ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດ ປະຈຳ ລາວ; ໃນໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ Filomeno Alexo Da Criuz ທີ່ສຳເລັດການປະຕິບັດໜ້າທີ່ການທູດ ປະຈຳລາວ ໃນຄັ້ງນີ້, ຕະຫຼອດໄລຍະການປະຕິບັດໜ້າທີ່ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ - ສາທາ ລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່ທີ່ມີກຽດຂອງທ່ານ.
ຮອງເຈົ້າແຂວງ ຄຳມ່ວນຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສປ ຈີນ

ຮອງເຈົ້າແຂວງ ຄຳມ່ວນຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສປ ຈີນ

ວັນທີ 23 ມີຖຸນາຜ່ານມາ ທີ່ໂຮງແຮມຣີເວີເຣຍ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບການມາເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ແຂວງຄໍາມ່ວນຂອງ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ແຈ້ງຈຸດປະສົງ ແລະ ແຜນການເຄື່ອນໄຫວຢູ່ແຂວງຄໍາມ່ວນໃຫ້ ທ່ານຮອງເຈົ້າແຂວງໄດ້ຮັບຊາບ.
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov) ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28 (28th St. Petersburg International Economic Forum ຫຼື SPIEF 2025) ພາຍໃຕ້ຄໍາຂວັນ “ຄຸນຄ່າທີ່ມີຮ່ວມກັນ: ພື້ນຖານຂອງການເຕີບໃຫຍ່ຂະຫຍາຍຕົວໃນຍຸກສະໄໝໂລກຫຼາຍຂົ້ວ (Shared Values: The Foundation of Growth in a Multipolar World) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 19-20 ມິຖຸນາຜ່ານມາ ທີ່ ນະຄອນເຊັນ-ປີເຕີສະເບີກ, ສະຫະພັນຣັດເຊຍ.
ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນລະຫວ່າງວັນທີ 18-21 ມິຖຸນາ ຜ່ານມາ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development” ຢ່າງມີຜົນສຳເລັດ.
ສະຖານທູດອິນເດຍ ປະຈຳລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ

ສະຖານທູດອິນເດຍ ປະຈຳລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ

ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ (IDY) ຄັ້ງທີ 11 ພາຍໃຕ້ຫົວຂໍ້ "ໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນ" ຂຶ້ນໃນວັນທີ 21 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ໂຢເກັສວາ ສັງວານ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ວິລາວົງ ບຸນສຸກໄທ ຮອງປະທານ - ເລຂາທິການຄະນະກຳມະທິການພາລາແລັມປິກແຫ່ງຊາດລາວ, ຫົວໜ້າກົມກິລາມວນຊົນພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍມວນຊົນໃນນະຄອນຫຼວງວຽງຈັນ ແລະ ນັກກິລາໂຍຄະຫຼາຍກວ່າ 1,000 ກວ່າ ຄົນເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນຕອນເຊົ້າວັນທີ 19 ມິຖຸນາ ຜ່ານມາທີ່ ສປ ຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development”.
ເພີ່ມເຕີມ