ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມບຸນກາເຟ-ຊາ ພູພຽງບໍລະເວນ ປີ 2025

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມບຸນກາເຟ-ຊາ ພູພຽງບໍລະເວນ ປີ 2025

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມບຸນກາເຟ-ຊາ ພູພຽງບໍລະເວນ ປີ 2025
ບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ປະຈຳປີ 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-10 ກຸມພາຜ່ານມາ, ທີ່ອະນຸສາວະລີ ສີທົນກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

 ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີແຂດຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ ໄດ້ໃຫ້ຮູ້ວ່າ: ບຸນກາເຟ-ຊາ ພູພຽງບໍລະເວນ ປະຈຳປີ 2025 ມີຮ້ານວາງສະແດງສິນຄ້າ ທັງພາຍໃນແຂວງ ແລະ ຕ່າງແຂວງທັງໝົດ 70 ກວ່າຫົວໜ່ວຍ ລວມມູນຄ່າຜະລິດຕະພັນ ປະມານ 10 ຕື້ກີບ, ຄາດວ່າຈະມີເງິນໝູນວຽນໃນແຕ່ລະວັນ 1 ຕື້ກວ່າກີບ.

ການຈັດງານຄັ້ງນີ້, ເພື່ອສົ່ງເສີມການຜະລິດຂອງຊາວສວນກາເຟ-ຊາ ແລະ ຜົນຜະລິດກະສິກຳ ຂອງແຂວງຈໍາປາສັກ ແລະ ບັນດາແຂວງ, ລວມເຖິງຜູ້ປະກອບການທຸລະກິດກາເຟ-ຊາ ຈາກທົ່ວປະເທດ ໄດ້ຮັບຮູ້ເຂົ້າໃຈເຖິງປະຫວັດຄວາມເປັນມາຂອງກາເຟ-ຊາ ພູພຽງບໍລະເວນ, ຄວາມຫຼາກຫຼາຍດ້ານແນວພັນຊະນິດກາເຟ, ວິຖີຊີວິດຊາວສວນ ເມືອງປາກຊ່ອງ ທີ່ຕິດພັນກັບການສ້າງຄຸນຄ່າໃນການຜະລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມ ໃນໝູ່ຄົນຮຸ່ນໃໝ່ ໃຫ້ມີວັດທະນະທຳການດື່ມກາເຟ-ຊາ ພູພຽງບໍລະເວນ; ທັງເປັນການສ້າງຕ່ອງໂສ້ມູນຄ່າການຜະລິດ, ການສົ່ງເສີມການຕະຫຼາດ ແລກປ່ຽນການຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກ ນັບແຕ່ຊາວສວນຜູ້ຜະລິດ ຜ່ານຂະບວນເຕັກນິກການຄັດເລືອກຄຸນນະພາບເມັດກາເຟ-ຊາ, ການຂົ້ວ, ການປຸງແຕ່ງໃນຫຼາຍຂັ້ນຕອນ, ຈົນຮອດສິລະປະການຊົງກາເຟ ທີ່ເປັນເອກະລັກ ຮັກສາລົດຊາດສະເພາະ ກາເຟ-ຊາພູພຽງບໍລະເວນ ໂດຍສະເພາະ ຢູ່ເມືອງປາກຊ່ອງ ຜືນແຜ່ນດິນຄໍາ ແລະ ດິນພູໄຟ ສົມຄໍາຊ່າລື ຈາກສວນ-ສູ່ຈອກ ຂອງຜູ້ຊົມໃຊ້.

ບຸນກາເຟ-ຊາ ຂອງຊາວເມືອງປາກຊ່ອງ ແມ່ນໜຶ່ງໃນ 12 ກິດຈະກຳ ທີ່ກຳນົດເຂົ້າໃນກິດຈະກຳການທ່ອງທ່ຽວຂອງແຂວງຈຳປາສັກ ເຮັດໃຫ້ບັນຍາກາດການທ່ອງທ່ຽວພາຍໃນເມືອງ ມີຄວາມຄຶກຄື້ນ.

(ຂ່າວ: ປະພິດ ສີສົມບູນ; ພາບ: ເທດສະໜາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 20 ສິງຫານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ, ອອກພັກການ ຮັບອຸດໜູນບໍານານ ແລະ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີພະນັກງານການນໍາແຂວງ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.
ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ວັນທີ 20 ສິງຫານີ້ ຢູ່ຫ້ອງປະຊຸມພະແນກການເງິນແຂວງຫຼວງພະບາງ ໄດ້ຈັດປະຊຸມປຶກສາຫາລື ກ່ຽວກັບ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026 ຂອງແຂວງຂຶ້ນ, ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນການເງິນແຂວງ, ພ້ອມດ້ວຍຄະນະພະແນກ ແລະວິຊາການຂອງພະແນກ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດ ເພື່ອລົງແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ແຮ່ທາດ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າຄະນະຊີ້ນໍາລວມຄະນະສະເພາະກິດ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.
ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບດ້ວຍຫຼາຍຮູບການ ແລະ ວິທີການ ທັງທາງກວ້າງ ແລະ ທາງເລິກ ຢ່າງເປັນປົກກະຕິ, ແທດເຖິງແຕ່ລະເປົ້າໝາຍ ຕິດພັນກັບການສ້າງຂະບວນການຕ່າງໆ. ຄຽງຄູ່ກັນນັ້ນ, ເວລາໃດກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ໃນ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບເປັນຕົ້ນຕໍ.
ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກຳຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ວັນຢຶດອຳນາດ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວປາຖະກະຖາ ໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ; ມີບັນດາສະຫາຍພາຍໃນຄະນະພັກ ນະຄອນຫຼວງວຽງຈັນ (ນວ), ກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນຄວາມສະຫງົບ ນວ ພ້ອມດ້ວຍບັນດາສະຫາຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ໃນວັນທີ 19 ສິງຫາ ນີ້ ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ດໍາເນີນກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025, ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການປະທານສະພາບໍລິຫານ ທຫລ ຊຶ່ງມີຮອງປະທານສະພາບໍລິຫານ, ສະມາຊິກສະພາບໍລິຫານ, ຮອງຜູ້ວ່າການ ທຫລ ແລະ ບັນດາກົມທີ່ກ່ຽວຂ້ອງ ທຫລ ເຂົ້າຮ່ວມ.
ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ໃນວັນທີ 20 ສິງຫາ ນີ້ ທີ່ຫ້ອງປະຊຸມຊັ້ນ 2 ສໍານັກງານສະພາທິດສະດີສູນກາງພັກ (ຫຼັກ6), ສະພາທິດສະດີສູນກາງພັກ (ສພທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ໂດຍການເປັນປະທານ ແລະ ກ່າວເປີດ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານ ສພທ; ມີບັນດາສະຫາຍຄະນະປະຈໍາ ສພທ, ສະມາຊິກ ສພທ ແລະ ພະນັກງານຫຼັກແຫຼ່ງຫ້ອງການ ສພທ ເຂົ້າຮ່ວມ.
ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ 408 ລ້ານກີບ ແລະ ຊ່ວຍເຫຼືອເຂົ້າໃນວຽກງານໄພພິບັດ ນໍ້າຖ້ວມ ມູນຄ່າ 300 ລ້ານກີບ. ໃນນີ້, ເງິດສົດ ແລະ ເຄື່ອງອຸປະໂພກ ປະກອບມີ: ເຂົ້າສານ 2 ໂຕ່ນ, ໝີ່ 10 ແກັດໃຫຍ່, ປາກະປ໋ອງ 10 ແກັດ ແລະ ນໍ້າດື່ມ 100 ແພັກ ລວມມູນຄ່າທັງໝົດ 708 ລ້ານກີບ, ຕາງໜ້າມອບໂດຍທ່ານ ເຈິ່ງ ໂຢວເຢ່ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ແລະ ຕາງໜ້າຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.
ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໃນຕອນເຊົ້າວັນທີ 19 ສິງຫານີ້ ທີ່ສະໂມສອນໃຫຍ່ແຂວງໄຊຍະບູລີ ໄດ້ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກຂຶ້ນ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.
ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ເພີ່ມເຕີມ