ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21
ໂດຍຕອບສະໜອງຕາມການເຊື້ອເຊີນຈາກລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນວັນທີ 24 ກັນຍານີ້ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະຜູ້ແທນລາວ
 ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ສປ ຈີນ ພາຍໃຕ້ຄຳຂວັນ: “ເຊີດຊູນໍ້າໃຈໄມຕີຈິດ ແລະ ຄວາມຈິງໃຈ, ຢຶດໝັ້ນຜົນປະໂຫຍດ ເພື່ອການພັດທະນາຮ່ວມກັນ ເສີມສ້າງອະນາຄົດອັນໃໝ່ ທີ່ຮຸ່ງເຮືອງສີວິໄລ, ສະໜັບສະໜູນການພັດທະນາເຂດການຄ້າເສລີອາຊຽນ-ຈີນ ສະບັບທີ 3 ແລະ ສ້າງພາກພື້ນໃຫ້ມີການຂະຫຍາຍຕົວຢ່າງມີຄຸນນະພາບສູງ” .
ນັບແຕ່ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າ ຈີນ-ອາຊຽນ ໄດ້ກາຍເປັນງານປະຈໍາປີ ທີ່ຍິ່ງໃຫຍ່ລະດັບສາກົນ ທີ່ໄດ້ຮັບຄວາມສົນໃຈຈາກລັດຖະບານ ຂອງປະເທດສະມາຊິກອາຊຽນ ໂດຍໄດ້ມີບັນດາການນໍາຂັ້ນສູງຂອງພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ຈາກອາຊຽນ ແລະ ສປ ຈີນ ເຂົ້າຮວມຢ່າງກວ້າງຂວາງ. ຕະຫຼອດໄລຍະເວລາ 20 ປີຜ່ານມາ ງານວາງສະແດງສິນຄ້າ ຈີນ-ອາຊຽນ ບໍ່ພຽງແຕ່ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຈີນ-ອາຊຽນ ເທົ່ານັ້ນ, ຫາກຍັງໄດ້ເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງ ຈີນ-ອາຊຽນ ໃຫ້ນັບມື້ກວ້າງຂວາງ ທາງດ້ານວັດທະນະທໍາ ກໍຄືສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນໃນພາກພື້ນອາຊຽນ-ຈີນ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານ ຕິ່ງ ຊື້ ຊຽງ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ມີຄໍາເຫັນເປີດພິທີງານວາງສະແດງ ຢ່າງເປັນທາງການ ໂດຍໄດ້ກ່າວບາງຕອນສໍາຄັນຕໍ່ທິດທາງການຮ່ວມມື ລະຫວ່າງ ຈີນ ແລະ ອາຊຽນ ໃຫ້ມີຄວາມສະໜິດສະໜົມຮັກແພງ ຄືພີ່ນ້ອງກັນ, ຮ່ວມມືກັນດ້ວຍຄວາມຈິງໃຈ ເພື່ອສ້າງຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ ແລະ ຮ່ວມມືກັນຍາວນານ ເພື່ອນໍາເອົາຜົນປະໂຫຍດມາຮ່ວມກັນ ແລະ ເຊື່ອມໂຍງກັນທາງດ້ານໂຄງລ່າງພື້ນຖານ ກໍຄືລະບົບ ແລະ ປັດໃຈການຜະລິດ.
ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ມີຄຳເຫັນ ໂດຍໄດ້ເນັ້ນໃຫ້ເຫັນເຖິງການພົວພັນຮ່ວມມື ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ ແລະ ສປ ຈີນ ໃນປີ 2021 ອັນໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງອາຊຽນ ແລະ ສປ ຈີນ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມື ໃຫ້ເຂົ້າສູ່ລ່ວງເລິກ ແລະ ລວງກວ້າງ ແລະ ເປັນຮູບປະທໍາໃຫ້ຫຼາຍຂຶ້ນ ໂດຍສະເພາະການເປີດເສລີທາງດ້ານການຄ້າ ແລະ ການລົງທຶນ, ການຮ່ວມມືທາງດ້ານອຸດສາຫະກໍາໃນຂົງເຂດໃໝ່ ເຊັ່ນ: ການຄ້າທາງດ້ານດີຈີຕອນ, ການຄ້າທາງດ້ານເອເລັກໂຕຣນິກ, ເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວ ຊຶ່ງເຫັນວ່າ ສອດຄ່ອງ ກັບສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ ຄັ້ງທີ 3 ໄດ້ເປັນຢ່າງດີ ໂດຍສະເພາະ ໃນທ່າມກາງສະພາບເສດຖະກິດໂລກ ທີ່ຍັງສືບຕໍ່ມີຄວາມອ່ອນໄຫວໃນປັດຈຸບັນ ໄດ້ຮຽກຮ້ອງໃຫ້ອາຊຽນ ແລະ ສປ ຈີນ ຕ້ອງໄດ້ເພີ່ມທະວີການຮ່ວມມືກັນ ດ້ວຍຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ເຄົາລົບ ແລະ ມີນໍ້າໃຈໄມຕີຈິດຕໍ່ກັນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ຊຶ່ງເປັນສັນຍາລັກສະແດງເຖິງຄວາມຈະເລີນເຕີບໂຕ ແລະ ຄວາມສີວິໄລ ໂດຍຜ່ານການຮ່ວມມື ແລະ ການເປັນຫຸ້ນສ່ວນກັນຢ່າງແທ້ຈິງ. ການຮ່ວມມືອາຊຽນ-ຈີນ ບໍ່ໄດ້ຈໍາກັດພຽງແຕ່ໃນຂອບການຄ້າ-ການລົງທຶນເທົ່ານັ້ນ ຫາກແຕ່ຍັງໄດ້ກວມເອົາການພົວພັນຮ່ວມມື ຂົງເຂດວັດທະນະທໍາ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ໄດ້ຮັບການເສີມຂະຫຍາຍຫຼາຍຂຶ້ນ; ພິເສດ ແມ່ນຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ ຊຶ່ງຖືເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສົ່ງເສີມການເຊື່ອມຈອດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນ. ສໍາລັບ ສປປ ລາວ, ພາຍຫຼັງການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນປີ 2021 ຜ່ານມາ ບໍ່ພຽງແຕ່ໄດ້ກາຍເປັນທ່າແຮງອັນສໍາຄັນ ໃນການອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຄົມມະນາຄົມຂົນສົ່ງເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມວຽກງານດ້ານການເຊື່ອມໂຍງເຊື່ອມຈອດ ໃນພາກພື້ນ ໂດຍສະເພາະສົ່ງເສີມດ້ານການທ່ອງທ່ຽວ ແລະ ການໄປມາ ຫາສູ່ຂອງປະຊາຊົນລາວ ແລະ ຈີນ ກໍຄື ອາຊຽນ ແລະ ຈີນ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ. ພ້ອມດຽວກັນ, ກໍໄດ້ເຊີນຊວນບັນດາຄະນະຜູ້ແທນຈາກບັນດາປະເທດຕ່າງໆ ທີ່ເຂົ້າຮ່ວມງານວາງສະແດງສິນຄ້າຄັ້ງນີ້ ເດີນທາງໄປຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ເພື່ອທ່ຽວຊົມຄວາມສວຍງາມທາງທໍາມະຊາດ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມທີ່ຫຼາກຫຼາຍ ກໍຄື ສະຖານທີ່ທາງປະຫວັດສາດຂອງ ສປປ ລາວ ໃນໂອກາດ ທີ່ ສປປ ລາວ ເປັນປະທານອາຊຽນ ກໍຄືປີທ່ອງທ່ຽວລາວ 2024 ນີ້.
ພາຍຫຼັງສໍາເລັດການເຂົ້າຮ່ວມ ພິທີເປີດງານວາງສິນຄ້າ ຈີນ-ອາຊຽນ, ທ່ານຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມຮ້ານວາງສະແດງສິນຄ້າຂອງລາວ, ຊຶ່ງໃນປີນີ້ແມ່ນແຂວງຫົວພັນ ໄດ້ຖືກຄັດເລືອກ ເປັນເມືອງແຫ່ງສະເໜ່. ນອກຈາກຄະນະຜູ້ແທນທາງການແລ້ວ ຍັງມີພາກສ່ວນທຸລະກິດຂອງ ສປປ ລາວ ເຂົ້າຮ່ວມ, ຊຶ່ງການເຂົ້າຮ່ວມຂອງພາກທຸລະກິດລາວໃນປີນີ້ ໄດ້ມີຮ້ານວາງສະແດງທັງໝົດ 78 ຮ້ານ ຈາກ 55 ບໍລິສັດ, ຜະລິດຕະພັນສິນຄ້າ ສ່ວນໃຫຍ່ທີ່ໄດ້ນຳສິນຄ້າໄປວາງສະແດງປະກອບມີ: ຜະລິດຕະພັນໄມ້ແກະສະຫຼັກ, ເຄື່ອງເຟີນີເຈີ, ເຄື່ອງປະດັບ, ເຄື່ອງຫັດຖະກຳ, ເຄື່ອງອຸດສາຫະກຳ ແລະ ການໂຄສະນາການທ່ອງທ່ຽວ. ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ-ອາຊຽນ ຄັ້ງທີ 21 ຕື່ມອີກ.
ໃນໂອກາດເດີນທາງເຂົ້າຮ່ວມງານວາງສິນຄ້າ ຈີນ-ອາຊຽນ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈີນ; ໄດ້ໄປຢ້ຽມຢາມບໍລິສັດຂໍ້ມູນຂ່າວສານ ຈີນ-ອາຊຽນ ຈຳກັດ ແລະ ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ປະທານ ບໍລິສັດ ຫົວເຫວີຍ ຕື່ມອີກ.
(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ