ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ
ໃນວັນທີ 26 ກັນຍາ ຜ່ານມານີ້ ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວິສາມັນ ຂອງຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອປຶກສາຫາລືແກ້ໄຂບັນຫາຂອງພາກທຸລະກິດໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ຫົວໜ້າຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ; ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ; ບັນດາທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຜູ້ຕາງໜ້າຈາກກະຊວງ-ອົງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພາກທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຮອງນາຍກລດຖະມນຕ ເຄອນໄຫວເຮດວຽກຢແຂວງສະຫວນນະເຂດ - image 1
 

 

ຈຸດປະສົງເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຜົນກອງປະຊຸມຂອງຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ III ກ່ຽວກັບການແກ້ໄຂບັນຫາຂອງພາກທຸລະກິດ ໂດຍສະເພາະຢູ່ແຂວງສະຫວັນນະເຂດ ເປັນຕົ້ນບັນຫາການເກັບຄ່າບູລະນະໂຄງລ່າງພື້ນຖານ ຢູ່ດ່ານສາກົນແດນສະຫວັນ; ບັນຫາການເກັບຄ່າບໍລິການຜ່ານທ່າບົກສະຫວັນນະເຂດ ແລະ ບັນຫາອື່ນໆທີ່ປິ່ນອ້ອມ. ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການແກ້ໄຂບັນດາບັນຫາທີ່ສົ່ງຜົນກະທົບຕໍ່ພາກທຸລະກິດ ທາງດ້ານການຄ້າ ແລະ ການຂົນສົ່ງ ຢູ່ແຂວງສະຫວັນນະເຂດ ຈາກກອງເລຂາຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳເຫັນ ແລກປ່ຽນຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ສ້າງສັນ ແລະ ພາວະວິໄສ ຕໍ່ບັນດາບັນຫາທີ່ເກີດຂຶ້ນ ໃນໄລຍະຜ່ານມາ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງປະຊຸມທີ່ໄດ້ປະກອບສ່ວນແລກປ່ຽນຄໍາຄິດເຫັນ ຊຶ່ງໄດ້ຍົກໃຫ້ເຫັນບັນຫາ ແລະ ສະເໜີທິດທາງວິທີການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງ ມີຄວາມສະດວກ, ຫຼຸດຜ່ອນຕົ້ນທຶນ ຂອງພາກທຸລະກິດ, ສ້າງສະພາບແວດລ້ອມທີ່ດີ ເພື່ອເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດ, ພ້ອມນີ້ຍັງໄດ້ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຊຶ່ງເປັນໜຶ່ງໃນວຽກຈຸດສຸມ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນ ໂດຍສະເພາະຄວາມພະຍາຍາມໃນການຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ, ໄລຍະຜ່ານມາ ສປປ ລາວ ໄດ້ເລີ່ມພັດທະນາການບໍລິການໂລຈີສຕິກ ແລະ ຂົນສົ່ງສິນຄ້າຫຼາຍຮູບແບບ ເພື່ອສະໜັບສະໜູນການຫັນຈາກ ປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງດ້ວຍການການພັດທະນາດ່ານສາກົນ, ທ່າບົກ, ລົດໄຟລາວ-ຈີນ ເພື່ອອໍານວຍຄວາມສະດວກ ໃຫ້ການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ໃຫ້ມີຕົ້ນທຶນທີ່ຕໍ່າ ກາຍເປັນຈຸດດຶງດູດການຄ້າ ແລະ ການລົງທຶນພາຍໃນ, ພາກພື້ນ ແລະ ສາກົນ. ອັນສຳຄັນ, ທ່ານຮອງນາຍົກໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງຈຸດ ເປັນຕົ້ນ:ໃຫ້ປັບປຸງພື້ນຖານໂຄງລ່າງ ດ່ານສາກົນແດນສະຫວັນ, ປັບປຸງບູລະນະ ແລະ ຂະຫຍາຍດ່ານສະຫວັນນະເຂດ-ລາວບາວໃຫ້ກວ້າງກວ່າເກົ່າ; ມອບໃຫ້ພາກສ່ວນກ່ຽວຂ້ອງ ປຶກສາຫາລືກັນ ເພື່ອຊອກຫາ ບໍລິສັດທີ່ມີທ່າແຮງ ມາບູລະນະເສັ້ນທາງເລກ 9 ໃຫ້ຮັບປະກັນຜົນສຳເລັດໂດຍໄວ; ກ່ຽວກັບຄ່າບໍລິການທ່າບົກສະຫວັນນະເຂດ ມອບໃຫ້ພາກສ່ວນກ່ຽວຂ້ອງກວດກາຢ່າງລະອຽດ ແລະ ແກ້ໄຂຢ່າງຮີບດ່ວນ; ໃຫ້ສືບຕໍ່ພັດທະນາພື້ນຖານໂຄງລ່າງຂອງແຂວງ ໃຫ້ເຊື່ອມຈອດ, ສະດວກສະບາຍ ໃນການຂົນສົ່ງລະຫວ່າງປະເທດ; ດ້ານວຽກງານກະສິກຳ ສະເໜີໃຫ້ແຂວງສະຫວັນນະເຂດສົມທົບກັນຄົ້ນຄວ້າເພີ່ມຄວາມສາມາດ ໃນການສະໜອງວັດຖຸດິບ ໃຫ້ບັນດາໂຮງງານໄດ້ຫຼາຍຂຶ້ນ ເຮັດໃຫ້ບັນດາໂຮງງານ ຫຼຸດຜ່ອນການນຳເຂົ້າວັດຖຸດິບຈາກຕ່າງປະເທດ, ທັງເປັນການສ້າງລາຍຮັບ ແລະ ຈຳກັດການນຳໃຊ້ເງິນຕາ ອອກນອກປະເທດ, ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງວ່ອງໄວ.

ຮອງນາຍກລດຖະມນຕ ເຄອນໄຫວເຮດວຽກຢແຂວງສະຫວນນະເຂດ - image 2
 

ໃນໂອກາດມາເຮັດວຽກຢູ່ແຂວງສະຫວັນນະເຂດ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ເຄື່ອນໄຫວຕິດຕາມ-ຊຸກຍູ້ ບັນດາໂຄງລ່າງພື້ນຖານເສດຖະກິດທີ່ສຳຄັນ ຢູ່ພາຍໃນແຂວງ ເປັນຕົ້ນຢູ່ດ່ານສາກົນສະຫວັນ-ລາວບາວ; ເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ໂຮງງານຜະລິດເຈ້ຍ ຊັນເປເປີ້.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

ວັນທີ 3 ທັນວາ ນີ້, ທະນາຄານ ພັດທະນາລາວ ຈຳກັດ (LDB) ສາຂາພາກເໜືອ ໄດ້ຈັດພິທີເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ, ມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະແຂກຮັບເຊີນ ເຂົ້າຮ່ວມ.
ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ຈາກບັນດາແອັບຫວຍຕ່າງໆຈົນກາຍເປັນຕຳນານສຳລັບປີນີ້, ໃຜທີ່ດາວໂຫຼດ ແລະ ລົງທະບຽນແອັບ InseeHubກໍຮັບໄປເລີຍເງິນເຮັງ 50,000ກີບເຂົ້າກະເປົາ (ທຸກໆ Userໃຫມ່)ພ້ອມສ່ວນຫຼຸດ 15% ທຸກຊ່ອງທາງການຊຳລະ.
ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ໃນໂອກາດ ວັນຊາດທີ 2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບ 50 ປີ ສະ​ຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາພັກ ແຂວງບໍ່ແກ້ວ ​ໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ຂ້າ​ພະ​ເຈົ້າສຸດທີ່ມີຄວາມຈົດຈໍາລໍາລຶກເຖງບຸນຄຸນອັນປະເສີດແລະ ຄວາມຍ້ອງຍໍຊົມເຊີຍຕໍ່​ຜູ້ນຳ​ພັກ-ລັດຕະຫຼອດ​ເຖິງສະມາ​ຊິກ​ພັກ, ພະນັກງານ, ນັກຮົບປະຕິວັດແຕ່ລະຮຸ່ນ,ແຕ່ລະສະໄໝ ທີ່ໄດ້ອຸທິດ​ຊີວິດ​ເພື່ອພາລະກິດ​ອັນສູງ​ສົ່ງ ​ຂອງ​ປະ​ເທດ​ຊາດ,ຂອງ​ພັກ ແລະການ​ປະຕິວັດ.
ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ພິທີເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ຊຶ່ງໃຫ້ທຶນໂດຍບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ທັນວາຜ່ານມາ ທີ່ບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ຈູ່ຊຽງລີ່ ຮອງອໍານວຍການບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວພ້ອມດ້ວຍຄະນະ, ມີແຂກຖືກເຊີນ ແລະ ອໍານາດການປົກຄອງບ້ານອ້ອມຂ້າງຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.
ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
ເພີ່ມເຕີມ