ຮອງນາຍົກລັດຖະມົນຕີ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມພັນລະຍາ ແລະ ຄະນະນໍານະຄອນປາກເຊ ຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວພຸດ ໄດ້ຮ່ວມໃສ່ບາດຢູ່ວັດຫຼວງປາກເຊ.
ການໃສ່ບາດຄັ້ງນີ້, ເປັນການສືບທອດຮີດຄອງປະເພນີ ງານບຸນປະວໍຣະນາອອກພັນສາ ກໍຄືວັດທະນະທຳອັນດີງາມຂອງຊາດ ທີ່ຄົນລາວຊາວພຸດ ສືບທອດຈັດຕັ້ງປະຕິບັດມາແຕ່ບູຮານນະການ ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ. ຈາກນີ້ ກໍໄດ້ໃສ່ບາດ, ຖວາຍທານ ແລະ ຢາດນໍ້າ ເພື່ອເປັນການອຸທິດສ່ວນບຸນກຸສົນ ແລະ ສີລິມົງຄຸນໃຫ້ແກ່ຕົນເອງ - ຄອບຄົວ ໃຫ້ຢູ່ເຢັນເປັນສຸກ ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດອີກດ້ວຍ.
(ຂ່າວ-ພາບ: ທູນທອງໃຈ)
ຄໍາເຫັນ