ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຫົວໜ້າ ອົງການ JICA ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຫົວໜ້າ ອົງການ JICA ປະຈໍາ ສປປ ລາວ
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາກະເສ ໂທະຊິໂອະ (NAGASE Toshio) ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຄົນເກົ່າ ແລະ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມີຢາໂກະ ໂຄບາຢາຊິ (KOBAYASHI Miyako) ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຄົນໃໝ່ ໃນວັນທີ 15 ມີນາ ຜ່ານມາ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ Nagase ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ເປັນໄລຍະເວລາ 3 ປີ (ມີນາ 2021 - ມີນາ 2024) ຊຶ່ງເຫັນວ່າ ຍາດແຍ່ງໄດ້ຫຼາຍໂຄງການສຳຄັນໃຫ້ແກ່ ສປປ ລາວ; ພ້ອມທັງຕີລາຄາສູງຕໍ່ຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ຂອງອົງການ JICA ປະຈໍາລາວ ຢ່າງຫ້າວຫັນ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ທີ່ສາມາດຍາດແຍ່ງເອົາການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ມາຊ່ວຍເຫຼືອ ສປປ ລາວ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນໄລຍະຫຼາຍປີທີ່ຜ່ານມາ ໃນຂະ ແໜງການສໍາຄັນຕ່າງໆ ລວມທັງການປະກອບສ່ວນຂອງຊ່ຽວຊານ ແລະ ອາສາສະໝັກຂອງ JICA (ຕັ້ງແຕ່ປີ 1965) ທີ່ໄດ້ປະຕິບັດໜ້າທີ່ຢ່າງຫ້າວຫັນ ໃນການແບ່ງປັນຄວາມຮູ້ ແລະ ປະສົບການໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ແລະ ຫວັງວ່າ ທ່ານຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ລາວ ຄົນໃໝ່ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ເພື່ອເຮັດໃຫ້ບັນດາໂຄງການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໄດ້ຮັບຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດໃນຕໍ່ໜ້າ; ພ້ອມທັງ ຍາດແຍ່ງໂຄງການໃໝ່ມາຊ່ວຍເຫຼືອ ສປປ ລາວ ຕື່ມອີກ ໂດຍສະເພາະແມ່ນໃນໂອກາດການສະເຫຼີມສະຫຼອງວັນສຳຄັນຕ່າງໆ ໃນປີ 2025 ເຊັ່ນ: ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ຂອງການສົ່ງອາສາສະໝັກ JICA ເຂົ້າມາຊ່ວຍເຫຼືອ ສປປ ລາວ.
ໃນໂອກາດດຽວກັນນີ້, ທ່ານ ນາກະເສ ໂທະຊິໂອະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ກໍຄືການຮ່ວມມືທີ່ດີ ແລະ ໃຫ້ການສະໜັບສະໜູນຂອງຝ່າຍລາວ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ໃຫ້ຄໍາໝັ້ນວ່າ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃນອະນາຄົດ.
ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມສໍາມະນາ ພາຍໃຕ້ຫົວຂໍ້: “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ” ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃຫ້ກຽດເຂົ້າຮ່ວມເປັນປະທານປິດໂດຍ ທ່ານ ນາງ ຈ້າວ ເຈີ້ນ (Dr. Zhao Zhen) ຮອງຫົວໜ້າສະຖາບັນການພັດທະນາຜູ້ບໍລິ ຫານ, ການຈັດສໍາມະນາຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນເເຕ່ວັນທີ 3-23 ກັນຍາ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຊຶ່ງຈັດໂດຍກະຊວງການຄ້າ ເເຫ່ງ ສປ ຈີນ ຮ່ວມກັບມະຫາວິທະຍາໄລເສດຖະກິດ ແລະ ທຸລະກິດສາກົນ (UIBE), ມີສໍາມະນາກອນຈາກ 5 ປະເທດຄື: ສປປ ລາວ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ອິນໂດເນເຊຍ ແລະ ມາເລເຊຍ (ກອງເລຂານຸການອາຊຽນ) ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 9 ທ່ານ.
ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ເມື່ອ​ຫວນ​ຄືນ​ໃນ​ເດືອນ​ສິງຫາ ປີ 2014, ອົງການ​ນິຕິບັນຍັດ​ຈີນ ໄດ້​ຜ່ານ​ມະ​ຕິ​ກຳນົດ​ເອົາ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເປັນ​ວັນ​ລະນຶກວິ ລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ແຫ່ງ​ຊາດ​ຈີນ. ຄື​ກ່ອນ​ວັນຊາດ​ຈີນ​ວັນ​ທີ 1 ຕຸລາ​ ພຽງ 1 ວັນ ​ແລະ​ ນັບ​ແຕ່​ມີ​ນິ ຕິບັນຍັດ​ນັ້ນ​ເປັນຕົ້ນ​ມາ, ລັດຖະ ບານ​ຈີນ​ກໍ​ຄື​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ​ກໍ​ໄດ້​ຈັດ​ກິດ ຈະກຳ​ລະນຶກ​ເຖິງ​ວິລະ​ຊົນ​ຈີນ​ຜູ້​ເສຍສະຫຼະ​ຊີວິດ ​ໃນ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເພື່ອ​ສະແດງ​ຄວາມ ເຄົາລົບ​ນັບຖື ແລະ ຮູ້​ບຸນຄຸນ​ຕໍ່​ວິລະ​ຊົນ​ນັກຮົບ​ຈີນ​ທີ່​ມີ​ນ້ຳໃຈສາກົນ​ກຳ​ ມາຊີບ​ເສຍສະຫຼະ​ຊີວິດ ​ເພື່ອ​ສັນຕິ ພາບ​ໃນ​ທົ່ວ​ໂລກ, ທັງ​ເປັນການຈາລຶກ ​ບຸນຄຸນ ແລະ ເຮັດ​ໃຫ້​ນ້ຳໃຈ​ວິລະ​ຊົນ​ສະຫຼັກໄວ້​ໃນ​ດວງ​ໃຈ​ຂອງ​ຊົນ​ຊາດ​ຈີນ​ ແລະ​ ປະຊາຊົນ​ຜູ້​ຮັກຫອມ​ສັນ ຕິພາບ​ໃນ​ທົ່ວ​ໂລກ​ຕະຫຼອດ​ໄປ.
ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 28 ກັນຍາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ວັນທີ 25 ກັນຍາຜ່ານມາ, ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ແລະ ວິທະຍຸ-ໂທລະ ພາບສູນກາງຈີນປະຈຳລາວ ໄດ້ຈັດງານ "ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ຂຶ້ນທີ່ໂຮງລະຄອນສາກົນຫຼວງພະບາງ, ມີທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງພາກເໜືອຂອງລາວ, ພະນັກງານ, ນັກຮຽນ-ນັກສຶກສາ ໃນນະຄອນ-ຫຼວງພະບາງ, ລວມທັງນັກທຸລະກິດຊາວຈີນ ແລະ ຊາວຈີນຕ່າງດ້າວ ທີ່ອາໄສຢູ່ແຂວງຫຼວງພະບາງເຂົ້າຮ່ວມຮັບຊົມ.
ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ບໍລິສັດທາງລົດໄຟລາວ-ຈີນ ໄດ້ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດ ຂອງຂະບວນລົດໄຟຖ້ຽວ C95 ໃນວັນທີ 28 ກັນຍາ ນີ້, ໂດຍມີ ທ່ານ ລູ່ ຫາຍໂຈວ (Lu haizhou) ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວຈີນຮ່ວມເດີນທາງໃນຂະບວນລົດໄຟ ທ່ຽວທຳອິດໄດ້ເຄື່ອນອອກຈາກສະຖານີບໍ່ເຕ່ນ ເພື່ອມຸ້ງໜ້າໄປສູ່ສະຖານີນະຄອນຫຼວງວຽງຈັນ, ນີ້ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງມິດຕະພາບລະຫວ່າງສອງຊາດລາວ-ຈີນຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.
ເພີ່ມເຕີມ