ຮອງນາຍົກລັດຖະມົນຕີ ຢ້ຽມຢາມເມືອງໝອກ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມເມືອງໝອກ
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະຈາກສູນກາງ ມິທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ຊຽງຂວາງ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໝອກ ແຂວງຊຽງຂວາງໃນວັນທີ 18 ກຸມພາ ຜ່ານມາ. ທ່ານ ພັນເອກ ມີສຸກ ຂັນທະຍົງທອງ ເຈົ້າເມືອງໆໝອກ ໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາ, ທົ່ວເມືອງມີ 28 ບ້ານ ມີ 4 ກຸ່ມ ມີ 1 ຈຸດສຸມພັດທະນາຂອງກະຊວງປ້ອງກັນປະເທດ, ມີ 2.590 ຄອບຄົວ ມີ16.430 ຄົນ ຍິງ 7.947 ຄົນ, ລາຍຮັບບັນລຸ 239,59 ຕື້ກີບ, ເສດຖະກິດຂະຫຍາຍຕົວ 5,25%, ທຽບໃສ່ແຜນການຫຼຸດຄາດໝາຍ 0,25%, ສະເລ່ຍໄດ້ 14.071.181 ກີບຕໍ່ຄົນຕໍ່ປີ ທຽບໃສ່ແຜນການປີປະຕິບັດໄດ້98,65%. 
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ການນໍາເມືອງເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ວຽກງານປັບປຸງກໍ່ສ້າງພັກໃຫ້ປອດໄສເຂັ້ມແຂງໜັກແໜ້ນ, ວຽກງານສ້າງພະນັກງານນຳພາຄຸ້ມຄອງ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນຍາເສດຖະກິດ-ສັງຄົມຂອງເມືອງ, ແຂວງໃຫ້ປະສົບຜົນສຳເລັດຕາມແຜນທີ່ກຳນົດໄວ້, ຄົ້ນຄ້ວານຳໃຊ້ ແລະ ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງເມືອງໃຫ້ມີປະສິດທິຜົນສູງເພື່ອການສ້າງສາພັດທະນາໃຫ້ໄດ້ຮັບຜົນດີເປັນກ້າວໆ, ເອົາໃຈໃສ່ວຽກງານແຂ່ງຂັນຮັກຊາດແລະ ພັດທະນາ, ວຽກງານການແກ້ໄຊຄວາມທຸກຍາກ, ຄົ້ນຄ້ວາເຊື່ອມຊຶມບັນດານິຕິກຳຕ່າງໆ ຂອງຂັ້ນເທິງໃຫ້ເຂົ້າສູ່ລວງເລິກ, ຊຸກຍູ້ ສົ່ງເສີມວຽກງານການທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2024 ຢ່າງແຂງແຮງ, ວຽກງານການຮ່ວມມືກັບຕ່າງປະເທດໂດຍສະເພາະກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາຢູ່ພາຍໃນທ້ອງຖິ່ນຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ໂອກາດ ທີ່ມາຢ້ຽມຢາມເມືອງໝອກໃນຄັ້ງນີ້, ຄະນະຜູ້ແທນກໍໄດ້ໄປຢ້ຽມຢາມຄອບຄົວຕົວແບບໃນການລ້ຽງງົວ, ທອມງົວຢູ່ບ້ານໝໍ້ ແລະ ເບິ່ງພື້ນທີ່ການປູກສາລີຂອງປະຊາຊົນບ້ານໝໍ້, ບ້ານຊຽງນາມອນ ແລະ ບ້ານຊຽງເໝັ້ນຕື່ມອີກ
(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງອຸທຸມພອນ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ປກສ ເມືອງອຸທຸມພອນ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມ ກຸ່ມມົ້ວສຸມຢາເສບຕິດຈໍານວນ 21 ຄົນ, ທ່ານ ພັນໂທ ພູວິໄລ ດາວວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ໃຫ້ຮູ້ກ່ຽວກັບຜົນເສຍຫາຍຂອງຢາເສບຕິດ ຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ, ທັງຄອບຄົວຂາດແຮງງານຫຼັກໃນການທໍາການຜະລິດ, ຖ້າເສບຢາຫຼາຍເກີນໄປຈະເຮັດໃຫ້ລະບົບປະສາດຫຼອນ, ເງິນທີ່ຫາມາໄດ້ແມ່ນບໍ່ຮອດລູກເມຍ ເອົາໄປຊື້ສິ່ງເສບຕິດມາເສບ, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ຫຼົງຜິດໃຫ້ຢຸດໃຫ້ເຊົາກັບສິ່ງດັ່ງກ່າວ ມັນບໍ່ມີຜົນດີຫຍັງກັບຮ່າງກາຍເຮົາເລີຍ.
ຮຽບຮຽງເນື້ອໃນກົດໝາຍຄວາມປອດໄພໄຊເບີ

ຮຽບຮຽງເນື້ອໃນກົດໝາຍຄວາມປອດໄພໄຊເບີ

(ສພຊ) - ເພື່ອຮັບປະກັນທາງດ້ານເນື້ອໃນຂອງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສ້າງໃໝ່) ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ, ກຳມາທິການກົດໝາຍ ສົມທົບກັບກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ
ທ່ານລັດຖະມົນຕີກະຊວງ ຮສສ ພົບປະພະນັກງານໃນໂອກາດມາຮັບໜ້າທີ່ໃໝ່

ທ່ານລັດຖະມົນຕີກະຊວງ ຮສສ ພົບປະພະນັກງານໃນໂອກາດມາຮັບໜ້າທີ່ໃໝ່

ໃນວັນທີ 1 ກໍລະກົດ ຜ່ານມາ ທີ່ຫ້ອງປະຊຸມກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມພົບປະພະນັກງານ ແລະ ລາຍງານບັນດາໜ້າວຽກຕ່າງໆ ຂອງຂະແໜງ ຮສສ ໂດຍຫຍໍ້ເຊັ່ນ: ວຽກງານຫ້ອງການ, ບັນດາກົມ, ອົງການປະກັນສັງຄົມແຫ່ງຊາດ, ສະຖາບັນພັດທະນາສີມືແຮງງານ ແລະ ໂຄງ ການເກັບກູ້ລະເບີດແຫ່ງຊາດ
ສື່ມວນຊົນ ຮ່ວມເຄື່ອນໄຫວເກັບກໍາຂ່າວວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ

ສື່ມວນຊົນ ຮ່ວມເຄື່ອນໄຫວເກັບກໍາຂ່າວວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ

ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນຈາກໜັງສືພິມປະຊາຊົນ, ໜັງສືພິມວຽງຈັນໃໝ່, ໜັງສືພິມພາສາຕ່າງປະເທດ, ໂທລະພາບ Vte9 ແລະ ວິທະຍຸປ້ອງກັນຄວາມສະຫງົບ (ປກສ) ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໃນລະຫວ່າງວັນທີ 1-4 ກໍລະກົດນີ້.
ສູນສະຖິຕິແຫ່ງຊາດບັນລຸການປັບປຸງລະບົບຂໍ້ມູນສະຖິຕິບົດບາດຍິງ-ຊາຍ

ສູນສະຖິຕິແຫ່ງຊາດບັນລຸການປັບປຸງລະບົບຂໍ້ມູນສະຖິຕິບົດບາດຍິງ-ຊາຍ

ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມປິດໂຄງການເສີມສ້າງຄວາມເຂັ້ມແຂງຂອງຂໍ້ມູນ ແລະ ການວິໄຈຂໍ້ມູນສະຖິຕິບົດບາດຍິງ-ຊາຍ ແລະ ລວມທັງດ້ານສັງຄົມອື່ນໆ ໃນລະບົບສະຖິິຕິຂອງ ສປປ ລາວ ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ທີ່ ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ​ພາກ​ລັດ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
" MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກແລະວ່ອງໄວ “

" MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກແລະວ່ອງໄວ “

ວັນທີ 01 ກໍລະກົດ ປີ 2025, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ລະຫວ່າງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ “ເອັມມັນນີເອັກສ” ເປັນສະມາຊິກ LAPNet ຢ່າງເປັນທາງການ.
ເສັ້ນທາງເບຕົງ​ ບ້ານໂພນໄຊ ສໍາເລັດ​ແລ້ວ​ 40%

ເສັ້ນທາງເບຕົງ​ ບ້ານໂພນໄຊ ສໍາເລັດ​ແລ້ວ​ 40%

ການສ້ອມແປງ-​ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ​ ແຂວງຈໍາປາສັກ​ຄື: ເສັ້ນທາງເລກທີ 24 ແລະ 46,​ ຮູບແບບການສ້ອມແປງ​ - ກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ​ ກໍານົດໄວ້ ຄື: ເສັ້ນທາງເລກທີ 24,​ ກວ້າງ 12 ແມັດ​, ທາງຄົນຍ່າງກວ້າງ 1.5 ແມັດ x 2 ເບື້ອງ​,​ ຍາວ 320 ແມັດ,​ ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ.​ ເສັ້ນທາງເລກທີ 46,​ ກວ້າງ 9 ແມັດ,​ ທາງຄົນຍ່າງກວ້າງ 1.5 ແມັດ​ x 2 ເບື້ອງ,​ ຍາວ 393 ແມັດ​, ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ​. ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນມິຖຸນາ​ 2025​ ທີ່ຜ່ານມາ​ ໂດຍແມ່ນບໍລິສັດ​ ຕັງຈະເລີນ ເປັນຜູ້ຮັບເໝົາສ້ອມແປງ​ - ກໍ່ສ້າງ​ ມູນຄ່າປະມານ 10​ ຕື້ກີບ, ຊຶ່ງເປັນທຶນສົມທົບ ລະຫວ່າງ​ ລັດ​ ແລະ​ ປະຊາຊົນ​ ແລະ ການປະກອບສ່ວນຂອງ​ ບໍລິສັດ​ ຈະເລີນ​ເຊກອງ​ ກໍ່ສ້າງ​,​ ຫົວໜ່ວຍທຸລະກິດ,​ ນະຄອນປາກເຊ ແລະ​ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ.​
ຮອງປະທານປະເທດເນັ້ນ7 ບັນຫາສໍາຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ7 ບັນຫາສໍາຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ຢ່າງຕັ້ງໜ້າ

ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໄດ້ມີຄໍາເຫັນເນັ້ນໜັກ 7 ບັນຫາສຳຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ເພື່ອເຮັດໃຫ້ວຽກງານຊາວໜຸ່ມມີການຫັນປ່ຽນຢ່າງຕັ້ງໜ້າ ໃນໂອກາດເຂົ້າຮ່ວມກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ສະໄໝທີ VIII ໃນລະຫວ່າງວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດນີ້ ທີ່ສູນກິດຈະກຳຄົບວົງຈອນຊາວໜຸ່ມ ສຊປລ ໂດຍມີສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍແຂກຖືກເຊີນ, ບັນດາສະຫາຍເລຂາຊາວໜຸ່ມສູນກາງ-ແຂວງທົ່ວປະເທດເຂົ້າຮ່ວມ.
ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ໃນວັນທີ 1 ກໍລະກົດນີ້, ສະມາຄົມເມຍການນໍາເມືອງບໍ່ແຕນ ແຂວງໄຊຍະບູລີ ອຸປະໂພກ ແລະບໍລິໂພກ ໃຫ້ທະຫານທີ່ເຮັດໜ້າທີ່ປະຈຳປ່ອມແນວໜ້າ, ເປັນກຽດເຂົ້າຮ່ວມພິທີມອບເຄື່ອງດັ່ງກ່າວ, ມີທ່ານບຸນພະລັງ ວິໄລສັກ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍຄະນະ.
ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານເມືອງປາກກະດິງ

ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານເມືອງປາກກະດິງ

ໃນວັນທີ 1 ກໍລະກົດນີ້ ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານ ແລະ ພາກທຸລະກິດ ອ້ອມຂ້າງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ.
ເພີ່ມເຕີມ