ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ
ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫອງວາການສຳນກງານນາຍກລດຖະມນຕ ປະກາດການຈດຕງ - image 1
 

 

ໃນໂອກາດນີ້, ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານນິຕິກຳ ກ່ຽວກັບການແຕ່ງຕັ້ງ ແລະ ຍົກຍ້າຍ ຄື: ແຕ່ງຕັ້ງ ທ່ານ ຄຳຜາ ພິມມະສອນ ແລະ ທ່ານ ວິແກ້ວ ບຸບຜາວັນ ເປັນຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ແຕ່ງຕັ້ງທ່ານ ສອນປະເສີດ ດາລາວົງ ເປັນຜູ້ຊ່ວຍ (ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ); ແຕ່ງຕັ້ງທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມຈັດຕັ້ງ; ແຕ່ງຕັ້ງທ່ານ ນິມມະວົງ ອິນທະວົງ ເປັນຫົວໜ້າກົມກວດກາ; ແຕ່ງຕັ້ງທ່ານ ສົມຄວນ ມາສຸວັນ ເປັນຫົວໜ້າກົມປະຊາສຳພັນ; ແຕ່ງຕັ້ງທ່ານ ປາດຖະໜາ ສຸກອາລຸນ ເປັນຫົວໜ້າກົມນິຕິກຳ; ແຕ່ງຕັ້ງທ່ານ ສອນສະໄໝ ວໍລະສານ ເປັນຫົວໜ້າກົມຊົນເຜົ່າ ແລະ ສາສະໜາ; ແລະ ຍົກຍ້າຍທ່ານ ນາງ ສຸລິກັນ ພົມມະຈັນ ຫົວໜ້າກົມຈັດຕັ້ງ ໄປຮັບໜ້າທີ່ໃໝ່ ຢູ່ຫໍປະຊຸມແຫ່ງຊາດ. ຫຼັງຈາກນັ້ນ ກໍໄດ້ມີພິທີມອບນິຕິກຳດັ່ງກ່າວ ໃຫ້ແກ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍ ໃນຄັ້ງນີ້.

ໃນຕອນທ້າຍ, ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ, ສັບຊ້ອນ ແລະ ຮັບເຂົ້າມາສັງກັດຢູ່ ຫສນຍ; ພ້ອມທັງ ສະເໜີໃຫ້ບັນດາທ່ານ ທີ່ເຂົ້າຮ່ວມ ຮັບຮູ້ ແລະ ເຂົ້າໃຈວ່າ ການບູລະນະການຈັດຕັ້ງ, ການແຕ່ງຕັ້ງ, ສັບຊ້ອນພະນັກງານແມ່ນກົດເກນພາວະວິໄສ, ທຸກໆການຈັດຕັ້ງກໍ່ລ້ວນແຕ່ມີການເຄື່ອນເໜັງ, ປັບປຸງໄປຕາມແຕ່ລະໄລຍະ, ຕາມໜ້າທີ່ການເມືອງຂອງການປະຕິວັດ, ພະນັກງານກໍ່ມີການຊັບຊ້ອນແຕ່ງຕັ້ງໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໃຫ້ແທດເໝາະກັບຄຸນສົມບັດ, ລະດັບຄວາມຮູ້-ຄວາມສາມາດ ແລະປະສົບການຕົວຈິງຂອງແຕ່ລະຄົນ, ເປັນການປະຕິບັດມະຕິ, ຄຳສັ່ງ ແລະ ການມອບໝາຍຂອງຂັ້ນເທິງກໍຄືຫຼັກກການລວມສູນປະຊາທິປະໄຕໂດຍມີການຄົ້ນຄວ້າເປັນເອກະພາບພາຍໃນ ເພື່ອເປັນກຳລັງແຮງຂັບເຄື່ອນວຽກງານ ຫສນຍ ໃຫ້ສືບຕໍ່ເຕີບໃຫຍ່, ເຂັ້ມແຂງ ແລະ ມີຄຸນນະພາບ ບໍ່ຢຸດຢັ້ງ.

ຫອງວາການສຳນກງານນາຍກລດຖະມນຕ ປະກາດການຈດຕງ - image 2
 

ອັນສຳຄັນ, ທ່ານຍັງໄດ້ມີຄໍາເຫັນເນັ້ນໜັກໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານເປັນຕົ້ນ:ພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງກໍຄືການນຳພາວຽກງານວິຊາສະເພາະຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມເສຍສະຫຼະເພື່ອສ່ວນ ລວມ; ຈັດຕັ້ງປະຕິບັດວຽກງານຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ມອບບຸກຄົນຮັບຜິດຊອບ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເຮັດໃຫ້ບັນຍາກາດໃນການເຮັດວຽກ ເປັນຂະບວນການຢ່າງຕັ້ງໜ້າ; ສຸມໃສ່ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍສະເພາະ ໂຄງການການເມືອງ, ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ເອກະສານ 40 ປີແຫ່ງການປ່ຽນແປງໃໝ່ ໃຫ້ເລິກເຊິ່ງ; ພ້ອມກັນກວດກາຄືນບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງຂອງອົງຄະນະພັກ ຫສນຍ ເພື່ອຜັນຂະຫຍາຍໃຫ້ເປັນອັນລະອຽດ, ແບ່ງງານແບ່ງຄວາມຮັບຜິດຊອບ ໃຫ້ຈະແຈ້ງ; ຂຸ້ນຂ້ຽວສ້າງແຜນດຳເນີນງານ ໃນຂົງເຂດວຽກງານຂອງຕົນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ແທດເໝາະຕົວຈິງ; ສຸມໃສ່ສັງລວມຜົນງານພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ ຂອງລັດຖະບານ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາຄະນະລັດຖະບານ ຊຸດທີ X ໃນກອງປະຊຸມສະໄໝສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X; ເອົາໃຈໃສ່ປັບປຸງກົນໄກ-ແບບແຜນວິທີເຮັດວຽກ ແລະ ແຜນດຳເນີນງານ ຂອງບັນດາໜ້າວຽກຂອງລັດຖະບານ; ສືບຕໍ່ເຊື່ອມຊຶມກຳແໜ້ນດຳລັດວ່າດ້ວຍໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫສນຍ ຕິດພັນກັບວຽກວິຊາສະເພາະຂອງຕົນ ຢ່າງເປັນປົກກະຕິ ໂດຍສະເພາະ 3 ພາລະບົດບາດ, 33 ໜ້າທີ່, 12 ສິດ, 4 ຫຼັກການ ແລະ 3 ແບບແຜນວິທີເຮັດວຽກ; ສືບຕໍ່ປັບປຸງການຈັດຕັ້ງ ທີ່ຕິດພັນກັບການຄົ້ນຄວ້າບັນດານະໂຍບາຍ ໂດຍມີການພິຈາລະນາຢ່າງລະອຽດ ແລະ ຮອບ ດ້ານ; ເອົາໃຈໃສ່ສ້າງເງື່ອນໄຂ-ກົນໄກສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ເຊິ່ງກັນ ແລະ ກັນ ໃຫ້ສາມາດເຄື່ອນໄຫວວຽກງານໄດ້ໂລ່ງລ່ຽນ, ວ່ອງໄວ, ເຮັດໃຫ້ການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນມີປະສິດທິພາບ ແລະ ປະສິດທິຜົນສູງ. (ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງສະຫະພັນກຳມະບານລາວ ​ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອກະກຽມສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂຶ້ນໃນວັນທີ 15 ມັງກອນນີ້ ທີ່ ສກລ.
ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ຈໍາກັດຜູ້ດຽວ ບໍ່ພຽງແຕ່ເຮັດທຸລະກິດ ບໍລິການຂາຍກາເຟ ເພື່ອສ້າງລາຍຮັບແຕ່ຢ່າງດຽວ, ຄຽງຄູ່ກັນນັ້ນທາງບໍລິສັດຍັງໄດ້ເອົາໃຈໃສ່ດ້ວຍດີຕະຫຼອດມາໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະ ໃນວັນສຳຄັນຂອງພັກ-ຊາດ ແລະ ເຫດການສຳຄັນຕ່າງໆທາງສັງຄົມ.
ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ພິທີຖະແຫຼງຂ່າວງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂັວນ: ສໍາພັດຄວາມເປັນລາວຜ່ານລົດຊາດອາຫານລາວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ປະທານຄະນະກໍາມະການຈັດງານເທດສະການອາຫານລາວປີ 2026, ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ມີຄະນະປະທານ, ສື່ມວນຊົນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ