ເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດວຽກງານ 3 ສ້າງ

ຮອງປະທານກໍາມະທິການບັນດາເຜົ່າສະພາແຫ່ງຊາດ ຕິດຕາມວຽກງານ 3 ສ້າງ ເມືອງອຸທຸມພອນ

ຮອງປະທານກໍາມະທິການບັນດາເຜົ່າສະພາແຫ່ງຊາດ ຕິດຕາມວຽກງານ 3 ສ້າງ ເມືອງອຸທຸມພອນ
ເມື່ອບໍ່ດົນມານີ້, ທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກໍາມະທິການບັນດາເຜົ່າສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດວຽກງານ 3 ສ້າງ

 ຢູ່ທີ່ບ້ານໂພນເດື່ອ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ຊຶ່ງທ່ານເນັ້ນວ່າ: ວຽກງານ 3 ສ້າງເປັນວຽກຍຸດທະສາດ, ແຕ່ລະເມືອງຍັງບໍ່ທັນໄດ້ເປັນເອກະພາບກ່ຽວກັບວຽກງານ 3 ສ້າງ, ບໍ່ເປັນທີ່ເຂົ້າໃຈຂອງບັນດາຫ້ອງການຕ່າງໆ, ແຕ່ລະພາກສ່ວນໄດ້ນໍາເອົາໜ້າວຽກຂອງຕົນລົງເຜີຍແຜ່ໃຫ້ຮາກຖານໄດ້ຮັບຮູ້, ບ້ານໂພນເດື່ອກໍແມ່ນບ້ານໜຶ່ງທີ່ເປັນຕົວແບບໃນການປະກອບສ່ວນຂອງປະຊາຊົນໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງກໍມີຫຼາຍທີ່ກາຍເປັນຮູບປະທໍາ, ເປັນຜົນງານອັນໃຫຍ່ຫຼວງ
ທ່ານ ພັນໂທ ບຸນມີ ສີຍາລາດ ນາຍບ້ານ ໂພນເດື່ອ ລາຍງານວ່າ: ຜົນການປະເມີນມາດຖານສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກ, ສະເພາະລະບົບການເມືອງ-ການປົກຄອງ ປະຊາທິປະໄຕ ປະຊາຊົນທີ່ເຂັ້ມແຂງ ມີ 4 ຕົວຊີ້ບອກ ແລະ ພັດທະນາຂົງເຂດວັດທະນະທໍາ-ສັງຄົມ ມີ 7 ຕົວຊີ້ບອກ, ບັນລຸໄດ້ທັງໝົດ. ສໍາລັບວຽກສົ່ງເສີມການຜະລິດຕະພັນເປັນສິນຄ້າ ແລະ ບໍລິການເປັນວຽກງານໃຈກາງຂອງການສ້າງບ້ານພັດທະນາ ຕິດພັນກັບການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີ 14 ຕົວຊີ້ບອກ, ບັນລຸໄດ້ 11 ຕົວຊີ້ບອກ ແລະ ບໍ່ບັນລຸ 3 ຕົວຊີ້ບອກ. ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ມີ 5 ຕົວຊີ້ບອກ, ບັນລຸໄດ້ 4 ຕົວຊີ້ບອກ ແລະ ບໍ່ບັນລຸ 1 ຕົວຊີ້ບອກ. ຈາກນັ້ນ, ບັນດາທ່ານທີເຂົ້າຮ່ວມ ຍັງໄດ້ແລກປ່ຽນຄໍາຄິດ-ຄໍາເຫັນເຂົ້າໃສ່ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງຢູ່ພາຍໃນເມືອງອຸທຸມພອນຕື່ມອີກ.
(ຂ່າວ: ບຸນຊູ ພົມມະເທບ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ເນື່ອງໃນໂອກາດ ວັນກຳມະກອນສາກົນຄົບຮອບ 139 ປີ(1 ພຶດສະພາ 1886 – 1 ພຶດສະພາ 2025), ທ່ານ ດົວວ່າງ ວ່າງເຈົ້າ ຜູ້ຈັດການ ບໍລິສັດ ໂຟໄລທີງຂາຍເຄື່ອງອຸປະກອນໄຟຟ້າ,ເຄື່ອງກໍ່ສ້າງ ແລະ ເຄື່ອງສຸຂະພັນຄົບວົງຈອນໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບໍລິສັດ ໂຟໄລທີງ ຂາຍເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງ, ເຄື່ອງສຸຂະພັນ ແລະ ເຄື່ອງອື່ນໆຫຼາຍກວ່າ 4 ພັນລາຍການ,
ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຍິບ ລາວຢາມາກິ ຈຳກັດ ແລະ ໂຮງງານໂກລິງລາວ ຈຳກັດ ໃນວັນທີ 28 ເມສາ ນີ້ ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ,
1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ແມ່ນວັນກໍາມະກອນສາກົນ. ປີນີ້, ພໍດີຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຊຶ່ງເປັນວັນໜຶ່ງທີ່ມີຄວາມໝາຍ-ສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໂດຍສະເພາະໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ.
ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ໄດ້ມອບໂດຼນ (Drone DJI Matrice) ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time).
4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

ໃນໄລຍະ 4 ເດືອນຕົ້ນປີ 2025 ນີ້, ສ່ວຍສາອາກອນແຂວງວຽງຈັນສາມາດເກັບລາຍຮັບໄດ້ແລ້ວ 138.54 ຕື້ກີບ, ການເກັບລາຍຮັບຂອງສ່ວຍສາອາກອນແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.
ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ28 ເມສານີ້ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)
ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ໃນລະຫວ່າງວັນທີ28-29 ເມສານີ້ທີ່ ເມືອງ ວັງວຽງ ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ (ຕປທ)ຮ່ວມກັບສະຖານບັນລາວ-ອົດສະຕຣາລີ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ
ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ຂື້ນໃນຕອນເຊົ້າວັນທີ 28 ເມສາຜ່ານມາ
ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມອົງການປົກຄອງແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສະມາຊີກສະພາແຫ່ງຊາດ,
ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ເພີ່ມເຕີມ