ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ

ຮອງປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ

ຮອງປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ
ໃນວັນທີ 3 ກຸມພາຜ່ານມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ເຄື່ອນໄຫວ ຢ້ຽມຢາມແຂວງຈຳປາສັກ

ພ້ອມທັງ ໂອ້ລົມ ຕໍ່ຄະນະພັກ-ຄະນະນໍາແຂວງ ໂດຍການຕ້ອນຮັບຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານ ຜົນສຳເລັດການນຳພາໃນແຕ່ລະວຽກງານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ທ້າຍສະໄໝ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ IX ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝທີ VIII; ໂດຍສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ຕິດພັນກັບມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II, ນອກຈາກນັ້ນ ພວມສຸມໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນບັນດາຄາດໝາຍທີ່ໄດ້ກຳນົດໃນກອງປະຊຸມອົງການປົກຄອງແຂວງເປີດກວ້າງຄັ້ງທີ I ປີ 2024; ບັນຫາເຄັ່ງຮ້ອນໃນການແກ້ໄຂບັນຫາເສດຖະກິດ, ແນວຄິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສຸມໃສ່ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຕິດພັນກັບ 3 ວັນປະຫວັດສາດທີ່ສຳຄັນ, ການກະກຽມສ້າງຕາແສງ ຕາມທິດຊີ້ນຳຂອງສູນກາງ.

ໂອກາດນີ້, ທ່ານ ຮອງປະທານປະເທດ ໄດ້ສະແດງຄວາມພາກພູມໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ໝາກຜົນ ຜົນງານພາຍໃຕ້ການນໍາພາຂອງສະຫາຍເລຂາພັກແຂວງ ພ້ອມຄະນະ, ພ້ອມທັງໃຫ້ກຽດໂອ້ລົມ ເພື່ອຊຸກຍູ້ໃຫ້ກຳລັງໃຈຕໍ່ການນຳພາ ຂອງອົງຄະນະພັກແຂວງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກໃຫ້ສືບຕໍ່ກ້າວຂຶ້ນ. ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ. ຈາກນັ້ນ, ທ່ານ ຮອງປະທານປະເທດ ໄດ້ເຄື່ອນໄຫວ ຢ້ຽມຢາມ ພື້ນຖານການຜະລິດ ຂອງປະຊາຊົນ ເພື່ອຊຸກຍູ້ການປະຕິບັດ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່, ຢູ່ພື້ນທີ່ການຜະລິດກະສິກໍາ ສວນໝາກບູເບີຣີ່ ຂອງ ບໍລິສັດ ຄ໊ອດສະຕຣາເບີຣີ່ ບ້ານຫ້ວຍຊັນ ເມືອງປາກຊ່ອງ, ສວນປູກໝາກຖົ່ວລຽນ ແລະ ສິນຄ້າໜຶ່ງເມືອງ ໜື່ງຜະລິດຕະພັນ ແຫ່ງຊາດຢາສະໝຸນໄພລາວ ທີ່ເມືອງບາຈຽງຈະເລີນສຸກ.

(ແຫຼ່ງຂ່າວ: ແຂວງຈໍາປາສັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາພະແນກການ, ຕາງໜ້າຄະນະນໍາຈາກ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກ, ກຳມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການການສູນການພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທົ່ວແຂວງຄໍາມ່ວນໃນ​ວັນ​ທີ 22ກັນ​ຍາ​ຜ່ານ​ມາ, ໂດຍມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ພາຍໃຕ້ຄຳຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມ ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ,ໂດຍມີທ່ານ ສົມສີ ຊາວພິລາຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງ​ການແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ວັນທີ 21 ກັນຍາຜ່ານມາ, ຄະນະຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ, ນໍາໂດຍ ສະຫາຍ ພັນໂທ ບຸນທະວີ ຖານະວັນ ຮອງຫົວໜ້າຫ້ອງທະຫານຊາຍແດນ, ຜູ້ຊີ້ນໍາວຽກງານພັກ-ວຽກງານການເມືອງ ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ກອງຮ້ອຍທະຫານຊາຍແດນ 157, ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ວັນທີ 22 ກັນຍາຜ່ານມາ, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ໂສພາ ໂພໄຊຍະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ.
ເພີ່ມເຕີມ