ຮອງປະທານປະເທດ ເນັ້ນໃຫ້ແຂວງວຽງຈັນເອົາໃຈໃສ່ຫຼາຍບັນຫາ

ຮອງປະທານປະເທດ ເນັ້ນໃຫ້ແຂວງວຽງຈັນເອົາໃຈໃສ່ຫຼາຍບັນຫາ
ໃນໂອກາດທີ່ສະຫາຍ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນໃນລະຫວ່າງວັນ8-9 ເມສາຜ່ານມານີ້, ມີສະຫາຍ ຄຳພັນ ສິດທິດຳພາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີຮອງເລຂາພັກແຂວງ, ບັນດາສະຫາຍໃນຄະນະປະຈຳພັກ, ກຳມະການພັກ, ພະນັກງານຫຼັກແຫຼ່ງພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນແຂວງຮ່ວມຕ້ອນຮັບ.
       ໃນໂອກາດທີ່ສະຫາຍ ຮອງປະທານປະເທດໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນໃນຄັ້ງ ສະຫາຍໄດ້ເນັ້ນໜັກຫຼາຍບັນຫາດັ່ງນີ້: 1. ສືບຕໍ່ເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ແກ່ບັນດາພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ລວມເຖິງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ແຂງແຮງ, ເລິກເຊິ່ງ ແລະ ທົ່ວເຖິງກວ່າເກົ່າ, ຖືວຽກງານນີ້ເປັນກົກ ຕິດພັນກັບຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ປັບປຸງລະບົບການເມືອງຢູ່ຮາກຖານ, ລະບອບແບບແຜນວິທີເຮັດວຽກ ແລະ ການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນກົງຈັກພັກ-ພະນັກງານຢູ່ຮາກຖານແຕ່ລະບ່ອນ ເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ມະຫາຊົນໃຫ້ສູງຂຶ້ນ. 2. ຖືວຽກງານພັດທະນາເສດຖະກິດເປັນໃຈກາງ, ປະຕິບັດນະໂຍບາຍ ຊຸກຍູ້ ສົ່ງເສີມເສດຖະກິດຂອງປະຊາຊົນ ໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະ ນະໂຍບາຍການພັດທະນາຕາມແລວເສດຖະກິດ 443 ຂອງແຂວງ ທີ່ກໍານົດອອກໃຫ້ປະກົດຜົນເປັນຈິງ ເພື່ອຍົກລະດັບເສດຖະກິດຂອງແຂວງ ກໍຄືຍົກລະດັບລາຍຮັບຂອງປະຊາຊົນໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ສົ່ງເສີມບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸລະວິສາຫະກິດ ກໍຄືການຈັດຕັ້ງກຸ່ມການຜະລິດ ຂອງຄອບຄົວປະຊາຊົນ ຢູ່ຮາກຖານ ໃຫ້ມີການຂະຫຍາຍຕົວທີ່ເຂັ້ມແຂງ. 3. ນຳໃຊ້ທ່າແຮງດ້ານເສັ້ນທາງຄົມມະນາຄົມທີ່ສະດວກສະບາຍທີ່ແຂວງມີ, ສ້າງເງື່ຶອນໄຂເຂົ້າໃນການກະຕຸກຊຸກຍູ້ການພັດທະນາເສດຖະກິດຂອງແຂວງໃຫ້ດີຂຶ້ນ, ສຸມໃສ່ການຜະລິດເປັນສິນຄ້າເພື່ອສົ່ງອອກໃຫ້ຫຼາຍໆ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ການກໍ່ສ້າງ ແລະ ຍົກລະດັບເສັ້ນທາງເຂົ້າເຖິງບັນ ດາບ້ານເຂດຫ່າງໄກສອກຫຼີກ ໃຫ້ທຽວໄດ້ສະດວກ, ດີກວ່າເກົ່າ ເພື່ອແກ້ໄຂຄວາມແຕກໂຕນກັນລະຫວ່າງຕົວເມືອງ ກັບ ຊົນນະບົດ ໃຫ້ໃກ້ຄຽງກັນທີ່ສຸດ. 4. ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສະຫັດສະວັດ ຂອງການພັດທະນາ ແລະ ຄາດໝາຍການພັດທະນາແບບຍືນຍົງ ຕາມແຜນທີ່ວາງໄວ້, ສືບຕໍ່ພັດທະນາດ້ານການຮຽນ-ການສອນໃຫ້ສູງຂຶ້ນ ພ້ອມທັງຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ ຊຸກຍູ້ສົ່ງເສີມລູກຫຼານເຂົ້າຮຽນຢ່າງເປັນປົກກະຕິ, ສຸມໃສ່ແກ້ໄຂບັນຫາການປະລະການຮຽນ-ການສອນຢູ່ຂັ້ນຮາກຖານ. ໃຫ້ຖືເອົາການປັບປຸງກໍ່ສ້າງ ແລະ ການພັດທະນາຄົນເປັນຫຼັກ. 5. ເພີ່ມທະວີການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງ. ເປົ້າໝາຍສ້າງໃຫ້ກາຍເປັນຮຸ່ນສືບທອດ ທີ່ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີປະສົບການນໍາພາເຮັດວຽກຕົວຈິງ ຢູ່ຮາກຖານ,  ພ້ອມນີ້ ຕ້ອງໄດ້ເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບສູງ, ມີຄວາມເສຍສະຫຼະຮັບໃຊ້ປະຊາຊົນ ແລະ ເພື່ອສ່ວນລວມແທ້ໆ. ການຫັນພະນັກງານລົງຮາກຖານ ຕ້ອງຕິດພັນກັບການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. 6. ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາຫຍໍ້ທໍ້ອື່ນໆໃນສັງຄົມ ລວມທັງຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ສົມທົບແໜ້ນກັບກໍາລັງຫຼວງ, ເອົາໃຈໃສ່ສ້າງກໍາລັງທ້ອງຖິ່ນ ລວມທັງກອງຫຼອນ ໃຫ້ເຂັ້ມແຂງ ຕາມທິດນໍາການສ້າງທ່າສະໜາມສາມຂັ້ນ ເພື່ອຄໍ້າປະກັນຄວາມສະຫງົບ ແລະ ຄວາມປອດໄພຂອງສັງຄົມ ແຕ່ຮາກຖານຂຶ້ນມາ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ພ້ອມທັງປຸກລະດົມທຸກຊັ້ນຄົນ ເຂົ້າຮ່ວມວຽກງານນີ້ ຢ່າງຕັ້ງໜ້າ. 7. ຖືສໍາຄັນການກໍ່ສ້າງພັກ ແລະ ປັບປຸງຕົນເອງຕາມ 5 ຫຼັກການນໍາພາ ແລະ 3 ທິດນໍາ ເປັນຂອດຕັດສິນໃນວຽກງານປັບປຸງພັກ; ເພີ່ມທະວີວຽກງານຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂພະຍາດອາດຍາສິດ, ປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງຂອງບຸກຄົນໃນຄະນະພັກ ແລະ ສະມາຊິກພັກ, ຮັບປະກັນໃຫ້ເປັນແບບຢ່າງນໍາໜ້າຂອງຜູ້ເປັນຫົວໜ້າໃນອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ໃນແຕ່ລະຂັ້ນ; ຊີ້ນຳການທົບທວນ ແລະ ປະເມີນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະ ກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນເມືອງ, ແຂວງ ຕິດພັນກັບການປັບປຸງພັກ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢູ່ແຕ່ລະຂັ້ນໃຫ້ມີຄຸນນະພາບ.
    (ຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ເພີ່ມເຕີມ