ຮອງປະທານປະເທດ ພົບປະປະຊາຊົນ ຢູ່ເມືອງສະໜາມໄຊ

ຮອງປະທານປະເທດ ພົບປະປະຊາຊົນ ຢູ່ເມືອງສະໜາມໄຊ
ໃນວັນທີ 4 ຕຸລານີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ພ້ອມຄະນະນຳທີ່ມາຈາກສູນກາງ ແລະ ການນຳຂອງແຂວງ ໄດ້ລົງພົບປະຢ້ຽມຢາມປະຊາຊົນຢູ່ບ້ານດົງບາກໃໝ່ຫີນຄຳ ແລະ ບ້ານສະໜອງໃໝ່ປີນດົງ ເມືອງສະໜາມໄຊ ແຂວງອັດຕະປື, ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ສະໂມສອນຂອງຫ້ອງການບ້ານດົງບາກໃໝ່ຫີນຄຳ ໂດຍການເຂົ້າຮ່ວມຕ້ອນຮັບຂອງຄະນະນຳເມືອງສະໜາມໄຊ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ກ່ອນອື່ນ ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະນຳທີ່ມາຈາກສູນກາງ ແລະ ການນຳຂອງແຂວງ ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ແລະ ສະພາບລວມຂອງບ້ານ ຈາກອຳນາດການປົກຄອງບ້ານ ຊຶ່ງບ້ານດົງບາກໃໝ່ຫີນຄຳນີ້ ກໍແມ່ນບ້ານໜຶ່ງທີ່ຂຶ້ນກັບເທດສະບານເມືອງ ມີເນື້ອທີ່ທັງໝົດປະມານ 5.891 ເຮັກຕາ ໃນນີ້ມີເນື້ອທີ່ເຮັດການຜະລິດ 752 ເຮັກຕາ. ທົ່ວບ້ານມີ 2 ຄຸ້ມ, ມີ 32 ໜ່ວຍ, ມີປະຊາຊົນອາໄສຢູ່ຮ່ວມກັນ 2 ເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ ແລະ ເຜົ່າໂອຍ, ມີພົນລະເມືອງທັງໝົດ 2.039 ຄົນ, ມີ 420 ຄົວເຮືອນ, ມີ 574 ຄອບຄົວ ໃນນັ້ນ ຄອບຄົວທີ່ພົ້ນທຸກມີ 380 ຄອບຄົວ, ຄອບຄົວທີ່ກຸ້ມກິນ ມີ 166 ຄອບຄົວ ແລະ ຄອບຄົວທີ່ທຸກຍາກມີ 28 ຄອບຄົວ. ບ້ານດົງບາກໃໝ່ຫີນຄຳ ຖືວ່າເປັນບ້ານໜຶ່ງທີ່ມີການຈັດສັນວຽກງານ ອາຊີບທີ່ໝັ້ນຄົງ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ໂດຍປັດຈຸບັນແມ່ນໄດ້ເນັ້ນໃສ່ການຜະລິດລະດູຝົນ ປີ 2023 ຊຶ່ງໄດ້ຜະລິດເຂົ້ານາປີ ລວມເນື້ອທີ່ທັງໝົດ 544 ເຮັກຕາ ນອກນັ້ນແມ່ນໄດ້ເນັ້ນການປູກມັນຕົ້ນ. 
ໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນັ້ນ ທ່ານຮອງປະທານປະເທດ ກໍໄດ້ມີຄຳເຫັນໂອ້ລົມ ກັບພໍ່ແມ່ປະຊາຊົນ ຊຶ່ງທ່ານໄດ້ຢ້ຽມຢາມຖາມຂ່າວ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ໄດ້ຂອບໃຈທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ທ່ານ ກໍໄດ້ເນັ້ນໜັກ ໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການພັດທະນາຊີວິດການເປັນຢູ່ດ້ວຍການອອກແຮງງານ ເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ພັດທະນາຊີວິດຄອບຄົວໃຫ້ມີຢູ່ມີກິນ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ປຸກລະດົມສົ່ງເສີມໃຫ້ເດັກນ້ອຍ, ຊາວໜຸ່ມເຍົາວະຊົນໄດ້ຮັບການສຶກສາຮ່ຳຮຽນຢ່າງຖົ່ວເຖິງ ແລະ ໄດ້ເນັ້ນໃຫ້ຄະນະພັກ, ອຳນາດການປົກຄອງບ້ານຈົ່ງເພີ່ມຄວາມຮັບ ຜິດຊອບຂອງຕົນໃນການນຳພາ-ຊີ້ນຳພໍ່ແມ່ປະຊາຊົນໃຫ້ເປັນເຈົ້າການໃນການປະຕິບັດລະບຽບກົດໝາຍ, ການສ້າງສາພັດທະນາຊີວິດການເປັນຢູ່ຂອງຄອບຄົວ ແລະ ເນັ້ນໃຫ້ 2 ກຳລັງ ຈົ່ງໜັກແໜ້ນໃນການຮັກສາຄວາມສະຫງົບ, ຄວາມປອດໄຟ ພາຍໃນບ້ານ ຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງ.  ຈາກນັ້ນກໍໄດ້ເດີນທາງໄປພົບປະຢ້ຽມຢາມ ແລະ ໂອ້ລົມ ກັບພໍ່ແມ່ປະຊາຊົນ ບ້ານສະໜອງໃໝ່ປີນດົງອີກ.
ໂອກາດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ຍັງໄດ້ມອບປຶ້ມ 2.400 ຫົວ ແລະ ບິກຂຽນ 2.000 ກ້ານ ໃຫ້ທັງ 2 ບ້ານ ດັ່ງກ່າວອີກດ້ວຍ. 
(ຂ່າວ-ພາບ ວິໄລສັກ ແກ້ວຫຼວງໂຄດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ