ຮອງປະທານປະເທດ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ເຂົ້າຢ້ຽມອໍາລາ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄບາຢາຊິ ເຄັນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ໃນຕອນບ່າຍວັນທີ 9 ພຶດສະພານີ້ ທີ່ສະພາແຫ່ງຊາດ ເນື່ອງໃນໂອກາດທີ່ທ່ານທູດໃກ້ຈະສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານທູດຍີ່ປຸ່ນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ເປັນຢ່າງດີໃນຕະຫຼອດການເຮັດໜ້າທີ່ການທູດ ຢູ່ ສປປ ລາວ; ພ້ອມດຽວກັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຫຼາຍຂົງເຂດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າພາຍຫຼັງສຳເລັດໜ້າທີ່ການທູດຢູ່ລາວນີ້ແລ້ວ ທ່ານທູດ ກໍຈະສືບຕໍ່ປະກອບສ່ວນເພື່ອໃຫ້ການຮ່ວມມືລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ຮັດແໜ້ນຍິ່ງໆຂຶ້ນ.

ທ່ານ ໂຄບາຢາຊິ ເຄັນອິຈິ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ທຸກພາກສ່ວນທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອໃນຕະຫຼອດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຢືນຢັນວ່າຈະສືບຕໍ່ປະກອບສ່ວນ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍ ຕົວຍິ່ງໆຂຶ້ນ.

ໃນຕອນທ້າຍ, ທ່ານຮອງປະທານປະເທດ ກໍໄດ້ອວຍພອນໃຫ້ທ່ານທູດຍີ່ປຸ່ນ ເດີນທາງກັບຄືນປະ ເທດດ້ວຍຄວາມສະຫວັດດີພາບ ແລະ ໄດ້ຮັບໜ້າທີ່ໃໝ່ຢ່າງສົມກຽດ.

ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 5 ມີນາ 1955 ຊຶ່ງໄດ້ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2015 ແລະ ເປັນຄູ່ຮ່ວມມືຮອບດ້ານ ໃນປີ 2020. ທ່ານ ໂຄບາຢາຊິ ເຄັນອິຈິ ຍື່ນສານຕາຕັ້ງ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ເມື່ອວັນທີ 14 ທັນວາ 2021 ຊຶ່ງຕະຫຼອດໄລຍະການເຮັດໜ້າທີ່ການທູດໄດ້ປະກອບສ່ວນສຳຄັນ ເປັນຕົ້ນແມ່ນໄດ້ມີອາສາສະໝັກ ແລະ ຊ່ຽວຊານຍີ່ປຸ່ນ ມາປະຕິບັດໜ້າທີ່ເພື່ອປະກອບສ່ວນແກ່ການພັດທະນາປະເທດລາວ ສະເພາະປີ 2022 ມີ 20 ທ່ານ. ພ້ອມນີ້ ກໍມີໂຄງການຊ່ວຍເຫຼືອ ເຊັ່ນ: ການສະໜອງອຸປະກອນອຳນວຍຄວາມສະດວກ ສຳລັບສະໜາມບິນສາກົນຂອງ ສປປ ລາວ ມູນຄ່າ 1 ຕື້ເຢນ ຊຶ່ງໄດ້ລົງນາມໃນປີ 2021; ສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ ມູນຄ່າ 540 ລ້ານເຢນ ລົງນາມໃນປີ 2022; ຊ່ວຍເຫຼືອການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ມູນຄ່າ 500 ລ້ານເຢນ...

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

65 ປີ​ ບົນ​ເສັ້ນທາງ​ສອງ​ປະ ເທດ​ລາວ​ ແລະ​ ຈີນ​ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳກັນ​ໃນ​ຖານະ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິ ຍົມ​ທີ່​ມີ​ຊາຕາກຳ​ຮ່ວມ​ກັນ, ມີ​ອຸດົມ​ການ​ຮ່ວມ​ກັນ, ລະບອບສັງຄົມ​ດຽວ​ກັນ​ ແລະ ​ເສັ້ນທາງ​ການ​ພັດທະນາ​ຄ້າຍຄື​ກັນ​ໄດ້​ເຮັດ​ໃຫ້​ມິດຕະພາບ​ຖານ “ສະຫາຍ ​ແລະ​ ອ້າຍ​ນ້ອງ​ກັນ” ທີ່​ຜູ້ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ພັກ​-​ສອງ​ລັດ​ຈີນ​ ແລະ ​ລາວ​ສ້າງ​ຂຶ້ນ​ນັ້ນ ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການ​ເວລາ, ທັງ​ຜ່ານ​ພາຍຸ​ລົມແດງທີ່ມີ​ທັງ​ສິ່ງ​ທ້າ​ທາຍ ​ແລະ ​ກາລະ​ໂອກາດ​ຮ່ວມ​ກັນ​ນັ້ນ​ຍິ່ງ​ເຮັດ​ໃຫ້​ສາຍພົວ ພັນ​ມິດຕະພາບ​ລາວ​-​ຈີນ​ປຽບ​ ເໝືອນ​ເຫຼັກ​ທີ່​ຊຸບ​ແລ້ວ​ຍິ່ງ​ໜຽວ, ຍິ່ງ​ແໜ້ນໜາ​ທົນ​ທານ​ ແລະ​ ບໍ່​ມີ​ສິ່ງ​ໃດ​ສະກັດ​ກັ້ນ​ຕ້ານທານໄດ້​ ແລະ ​ກາຍເປັນ​ການ​ພົວພັນ​ຕົວ ​ແບບ​ທີ່​ດີ​ທີ່ສຸດ​ຂອງ​ພາກພື້ນ ​ແລະ ສາກົນ ​ເພື່ອ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ມີ​ໄຊ.
ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ພິທີມອບລາງວັນກິດຈະກໍາປະກວດຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ທີ່ສູນວັດທະນະທໍາຈີນປະຈໍາສປປລາວໂດຍການເຂົ້າຮ່ວມຂອງ ທ່ານວຽງພອນສຸກຂະວົງຫົວໜ້າກົມມໍລະດົກແລະວິຈິດສິນກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ), ທ່ານວິລະວົງເລຂາເອກສະຖານທູດຈີນປະຈໍາສປປລາວ, ທ່ານຫຼົວເວີ້ນຈ້ຽນຫົວໜ້າສູນວັດທະນະທໍາຈີນປະຈໍາສປປລາວມີຄະນະກໍາມະການ, ຜູ້ໄດ້ຮັບລາງວັນແລະຜູ້ປົກຄອງ, ບັນດານັກສິລະປິນເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

(ທ່ານ Sergei Zhestkii ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ) ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍຈະມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດເປັນສະໜາມຮົບຫຼັກໃນເອີຣົບຄຽງຄູ່ກັບຈີນໃນພາກພື້ນຕະເວັນອອກໄກ.
ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີປິດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າເສື່ອມ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຄົນເຈັບຜູ້ດ້ອຍໂອກາດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ ນີ້ ທີ່ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ພາຍຫຼັງສຳເລັດການຜ່າຕັດການກຸສົນ ທີ່ໂຮງໝໍມິດຕະພາບ ໃນລະຫວ່າງວັນທີ 4-6 ພຶດສະພາ ຜ່ານມາ.
ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ