![]() |
ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກແຂວງ ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະປະຊາຊົນຊັ້ນຄົນຕ່າງໆ ໃຫ້ແຂງແຮງກວ່າເກົ່າ, ສ້າງສະຕິຕື່ນຕົວເປັນເຈົ້າການປົກປັກຮັກສາ ແລະພັດທະນາທ້ອງຖິ່ນຕົນ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ນ້ຳໃຈເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ, ຄວາມບໍລິສຸດສັດຊື່, ຄວາມຮັບຜິດຊອບເຮັດແທ້ທໍາຈິງ, ແກ້ໄຂແນວຄິດເອື່ອຍອີງ-ຂາດຄວາມເປັນເຈົ້າ ແລະ ອື່ນໆ ໃຫ້ມີການຫັນປ່ຽນດີຂຶ້ນ, ພິເສດ ໃນໂອກາດກະກຽມສະເຫຼີມສະຫຼອງ 2 ວັນ ປະຫວັດສາດ ຕ້ອງລົງເລິກສຶກສາອົບຮົມໃຫ້ຮັບຮູ້-ເຂົ້າໃຈ ມູນເຊື້ອຂອງພັກ, ຂອງຊາດ ກໍຄືຂອງທ້ອງຖິ່ນ, ກໍາແໜ້ນ ແລະ ຮໍ່າຮຽນເອົາຄຸນສົມບັດ, ທັດສະນະແບບແຜນ ຂອງປະທານໄກສອນ ພົມວິຫານ ບັນພະບູລຸດ ຂອງຊາດ, ພ້ອມກັນນັ້ນ ຕ້ອງເຜີຍແຜ່-ແນະນໍາ ຊີ້ໃຫ້ເຫັນທຸກເລ້ຫຼ່ຽມກົນອຸບາຍຂອງສັດຕູ ພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພພັກ ແລະ ລະບອບການເມືອງ, ເປັນຕົ້ນ ກົນອຸບາຍຫັນປ່ຽນໂດຍສັນຕິ ໃນທຸກຮູບແບບເຊັ່ນ: ການລະເມີດລະບຽບກົດໝາຍ, ບໍ່ນັບຖືການຈັດຕັ້ງ, ປະລະ ຫຼື ຫຼຸດຖອຍໃນການປະຕິບັດໜ້າທີ່, ບໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ການສວຍໃຊ້ໜ້າທີ່ ສໍ້ລາດບັງຫຼວງ, ສ້າງກຸ່ມກ້ອນພັກພວກ ແລະ ອື່ນໆ ຕ້ອງສຸມໃສ່ແກ້ໄຂໃຫ້ມີການຫັນປ່ຽນຢ່າງແທ້ຈິງ; ອັນສໍາຄັນແມ່ນຕ້ອງສ້າງ ແລະຍົກສູງຄວາມເຊື່ອໝັ້ນ ຕໍ່ການນໍາພາ ແລະ ແນວທາງນະໂຍບາຍຂອງພັກ, ມີສະຕິ ແລະ ເປັນເຈົ້າຕອບຕ້ານທຸກການຖ້ອຍທໍານອງ ໂຄສະນາບິດເບືອນ ຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ໃຫ້ທັນການ. (ແຫຼ່ງຂ່າວ: ຫຼວງພະບາງ)
ຄໍາເຫັນ