ຮອງປະທານປະເທດເນັ້ນ7 ບັນຫາສໍາຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ7 ບັນຫາສໍາຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ7 ບັນຫາສໍາຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ຢ່າງຕັ້ງໜ້າ
ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໄດ້ມີຄໍາເຫັນເນັ້ນໜັກ 7 ບັນຫາສຳຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ເພື່ອເຮັດໃຫ້ວຽກງານຊາວໜຸ່ມມີການຫັນປ່ຽນຢ່າງຕັ້ງໜ້າ ໃນໂອກາດເຂົ້າຮ່ວມກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ສະໄໝທີ VIII ໃນລະຫວ່າງວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດນີ້ ທີ່ສູນກິດຈະກຳຄົບວົງຈອນຊາວໜຸ່ມ ສຊປລ ໂດຍມີສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍແຂກຖືກເຊີນ, ບັນດາສະຫາຍເລຂາຊາວໜຸ່ມສູນກາງ-ແຂວງທົ່ວປະເທດເຂົ້າຮ່ວມ.

 

 
ຮອງປະທານປະເທດເນນ7 ບນຫາສາຄນໃຫຄະນະບລຫານງານຊາວໜມແຕລະຂນເອາໃຈໃສຢາງຕງໜາ - image 1
 

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ຮຽກຮ້ອງໃຫ້ບັນດາຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນຍົກສູງພາລະບົດບາດ ແລະ ເອົາໃຈໃສ່ 7 ບັນຫາສໍາຄັນດັ່ງນີ້: 1) ພ້ອມກັນສືບຕໍ່ກະກຽມຄວາມພ້ອມທຸກດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ IX ໃຫ້ເລິກເຊິ່ງແທດເຖິງຕົວຈິງ, ຖືກຕ້ອງຕາມລະບຽບ ແລະ ກົດໝາຍຂອງຊາວໜຸ່ມ-ເຍົາວະຊົນ ແລະ ທັນຕາມກໍານົດເວລາທີ່ພວກສະຫາຍກໍານົດໄວ້, ສຳລັບ ບຸກຄະລາກອນຕ້ອງຮັບປະກັນເງື່ອນໄຂ-ມາດຖານທີ່ວາງໄວ້, ມີໂຄງປະກອບທີ່ຖືກຕ້ອງ: ມີຜູ້ເກົ່າ, ຜູ້ໃໝ່, ມີເພດຍິງ ແລະ ຊົນເຜົ່າທີ່ອັດຕາສ່ວນເໝາະສົມ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ IX ຂອງພວກສະຫາຍ ຕ້ອງເຮັດໃຫ້ວຽກງານຊາວໜຸ່ມ-ເຍົາວະຊົນມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ສາມາດນໍາພາຍູ້ຂະບວນການຮອບດ້ານຂອງຊາວໜຸ່ມ, ແກ້ໄຂໄດ້ສະພາບການຫຍໍ້ທໍ້ຕ່າງໆໃນຖັນແຖວສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ໄວໜຸ່ມລາວບັນດາເຜົ່າ, ສ້າງຄ່ານິຍົມທີ່ຖືກຕ້ອງໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ຕີຖອຍແນວຄິດ ແລະ ແບບແຜນດໍາລົງຊີວິດແບບເຊື່ອມຊາມ ຂັດກັບວັດທະນະທໍາອັນດີງາມຂອງຊາດ-ຂອງເຜົ່າ; 2) ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ໄວໜຸ່ມບັນດາເຜົ່າມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ເປັນເຈົ້າການພັດທະນາຕົນເອງຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຕື່ນຕົວຊອກຮູ້ຮ່ໍາຮຽນຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວິທະຍາສາດ-ເຕັກໂນໂລຊີ, ມີສີມືດ້ານວິຊາຊີບຕ່າງໆ; ສຶກສາອົບຮົມສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ຖັນແຖວໄວໜຸ່ມໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາຂອງພັກ-ການຄຸ້ມຄອງຂອງລັດ, ຍົກສູງສະຕິເຄົາລົບປະຕິບັດລະບຽບ-ກົດໝາຍ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ; 3) ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປໄປຢ່າງສັບສົນ ອົງການຈັດຕັ້ງຊາວໜຸ່ມຈະຕ້ອງພ້ອມກັນຕິດຕາມກໍາ ແໜ້ນ ແລະ ມີສະຕິລະວັງຕົວສູງກຽມພ້ອມເຂົ້າຮ່ວມທຸກສະຖານະການທີ່ອາດຈະສົ່ງຜົນກະທົບເຖິງສະຖຽນລະພາບຂອງປະເທດເຮົາ, ຕັ້ງໜ້າເຄື່ອນໄຫວປະກອບສ່ວນຢ່າງກວ້າງຂວາງ, ແຂງແຮງເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນໍາພາເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ, ມີຄວາມສາມັກຄີລະຫວ່າງສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ກັບຖັນແຖວໄວໜຸ່ມໃຫ້ເປັນນ້ຳໜຶ່ງໃຈດຽວ ເພື່ອເປັນກໍາລັງແຮງໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຕໍ່ໄປໃຫ້ພ້ອມກັນກຽມສ້າງສະຫະພັນຊາວໜຸ່ມ; ໄລຍະບໍ່ທັນສ້າງຕັ້ງສະຫະພັນຊາວໜຸ່ມນັ້ນ, ການຈັດຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຢູ່ແຕ່ລະບ່ອນຕ້ອງຮັບຜິດຊອບຖັນແຖວໄວໜຸ່ມທັງໝົດ ໃຫ້ຢູ່ໃນການຄຸ້ມຄອງ-ນໍາພາຂອງຕົນບໍ່ປະໃຫ້ຢູ່ນອກການຈັດຕັ້ງ ແລະ ເຄື່ອນໄຫວບໍ່ດີ; 4) ສືບຕໍ່ສົ່ງເສີມການມີວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມລົງເຖິງຮາກຖານ, ຕິດຕາມ, ກວດກາສະພາບການເຄື່ອນໄຫວຂອງຊາວໜຸ່ມ ຊອກໃຫ້ເຫັນຄວາມມຸ້ງມາດປາຖະໜາຂອງຊາວໜຸ່ມ, ຕີຖອຍປະກົດການແຮງງານໜຸ່ມທີ່ອອກໄປເຮັດວຽກຢູ່ນອກປະເທດ ບໍ່ຖືກຕ້ອງຕາມລະບຽບ-ກົດໝາຍສົມທົບກັບພາກສ່ວນຕ່າງໆ ສ້າງວຽກເຮັດງານທຳໃຫ້ຊາວໜຸ່ມເພື່ອດຶງເອົາຊາວໜຸ່ມເຂົ້າໃນການຈັດຕັ້ງ, ພັດທະນາສີມືແຮງງານໃຫ້ຊາວໜຸ່ມໄດ້ມີອາຊີບເພື່ອພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ; 5) ສ້າງກອງອາສາສະໝັກຊາວໜຸ່ມຕະລຸມບອນໃຫ້ຫຼາຍ ແລະ ເຂັ້ມແຂງໜັກແໜ້ນ ກຽມພ້ອມຮັບໃຊ້ຊາດໃນຖານະເປັນແຂວນຂວາຂອງພັກ; ສ້າງເຍົາວະຊົນ, ອານຸຊົນກ່ຽວກັບຈິດໃຈຊາດ, ຄວາມບໍລິສຸດສັດຊື່, ສະຕິຕໍ່ລະບຽບ-ກົດໝາຍ ແລະ ສ້າງຄ່ານິຍົມທີ່ຖືກຕ້ອງ; 6) ຊຸກຍູ້ການສ້າງອາຊີບໃຫ້ຊາວໜຸ່ມ ຕິດພັນການປະຕິບັດ-ແກ້ໄຂພວກເສບຕິດສົມທົບກັບກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ບໍລິສັດຕ່າງໆ ຈັດຝຶກອົບຮົມແຮງງານໜຸ່ມສະໜອງໃຫ້ບໍລິສັດຕ່າງໆທີ່ຕ້ອງການແຮງງານ; 7) ໄປພ້ອມກັບການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ IX ຕ້ອງກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ສຊປລ ຄັ້ງທີ VI ໃຫ້ເລິກເຊິ່ງຕາມ 3 ເນື້ອໃນທີ່ໄດ້ກໍານົດໄວ້ໃນຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ບົດແນະນໍາຂອງບັນດາອົງການກ່ຽວຂ້ອງ.

ຮອງປະທານປະເທດເນນ7 ບນຫາສາຄນໃຫຄະນະບລຫານງານຊາວໜມແຕລະຂນເອາໃຈໃສຢາງຕງໜາ - image 2
 

ຂ່າວ: ຄຳສິງ ວິໄລຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ