![]() |
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງແຂວງຊຽງຂວາງ ຊຶ່ງທ່ານໄດ້ເນັ້ນໃຫ້ສືບຕໍ່ແກ້ໄຂ ທັບມ້າງຢາເສບຕິດ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ສົ່ງເສີມການຜະລິດເປັນສິນຄ້າ, ການລົງທຶນ, ຊຸກຍູ້ ສົ່ງເສີມລູກຫຼານເຂົ້າໂຮງຮຽນ, ເຜີຍແຜ່ກົດໝາຍລົງສູ່ຮາກຖານ, ເອົາໃຈໃສ່ປັບປຸງກົງຈັກ ສ້າງຕັ້ງຕາແສງ, ໂຮມພະແນກການ, ຫ້ອງການ, ເອົາໃຈໃສ່ວຽກງານ ປກຊ-ປກສ ໃຫ້ເຂັ້ມແຂງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕາມ4ເນື້ອໃນ4ຄາດໝາຍ ຕິດພັນກັບວຽກງານ3ສ້າງ, ຮັກສາມູນເຊື້ອພິລະອາດຫານ, ຍາດແຍ່ງ ດຶງດູດການລົງທຶນ ການທ່ອງທ່ຽວ, ພ້ອມກັນປະຕິບັດກົດລະບຽບຂອງພັກ.ວຽກງານກວດກາ ເນັ້ນຄຸນນະພາບ, ຫັນວຽກງານເປັນດິດຈີຕ່ອນ ທັນສະໄໝ, ກໍ່ສ້າງພະນັກງານວິຊາການໃຫ້ເຂັ້ມແຂງ ແລະ ພັດທະນາສີມືແຮງງານ, ເພີ່ມທະວີການນຳພາ, ເປັນເອກະພາບ, ເຮັດວຽກເປັນໝູ່ຄະນະ ລວມສູນປະຊາທິປະໄຕ.
(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ