ຮອງປະທານປະເທດພົບປະໂອ້ລົມປະຊາຊົນບ້ານຄຳປ່າແໜ 

ຮອງປະທານປະເທດພົບປະໂອ້ລົມປະຊາຊົນບ້ານຄຳປ່າແໜ 
ເມື່ອບໍ່ດົນມານີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ລົງພົບປະຢ້ຽມຢາມການນຳເມືອງ ແລະ ພໍ່ແມ່ປະຊາຊົນ ບ້ານຄຳປ່າແໜ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ຮ່ວມເຮັດວຽກນຳດ້ວຍ.
    ທ່ານ ສຸວິໄລ ຫຼວງຊະລາດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊົນນະບູລີ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງບ້ານຄຳປ່າແໜ ໂດຍຫຍໍ້ໃຫ້ ທ່ານຮອງປະທານປະເທດ ແລະ ຄະນະໄດ້ຮັບຊາບ. ຈາກນັ້ນ, ທ່ານ ສຸບິນ ຫຼວງດ້ວງ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ຕາງໜ້າຄະນະກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ລາຍງານໃຫ້ຮູ້ວ່າ:  ບ້ານຄໍາປ່າແໜ ມີເນື້ອທີ່ທັງໝົດ 924 ເຮັກຕາ, ປະກອບມີ 10 ໜ່ວຍ, ມີ 155 ຄອບຄົວ, ມີພົນລະເມືອງ 982 ຄົນ ຍິງ 473 ຄົນ, ຕັ້ງຢູ່ເຂດແດນລະຫວ່າງເມືອງຊົນນະບູລີ ແລະ ເມືອງຈໍາພອນ. ອາຊີບຕົ້ນຕໍຂອງປະຊາຊົນແມ່ນການເຮັດນາ, ລວມເນື້ອທີ່ນາມີ 310 ເຮັກຕາ. ມີຄອບຄົວທຸກຍາກທັງໝົດ 71 ຄອບຄົວ ເທົ້າ 46% (ໃນນັ້ນມີຄອບຄົວອານາຖາ 6 ຄອບຄົວ), ຄອບຄົວພົ້ນທຸກ 55 ຄອບຄົວ ເທົ້າ 35% ແລະ ຄອບຄົວທີ່ຂ້ອນຂ້າງຢູ່ດີກິນດີ 29 ຄອບຄົວ ເທົ້າ 19%. ການແກ້ໄຂຄວາມທຸກຍາກບ້ານຄໍາປ່າແໜ ໄດ້ຮັບການເອົາໃຈໃສ່ ຈາກການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ມາເປັນເວລາຫຼາຍປີ, ເປັນຕົ້ນແມ່ນການຫັນພະນັກງານລົງເຮັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ. ໃນປີ 2016 ຈຶ່ງເກີດມີໂຄງການທີ່ມີຊື່ວ່າ: "ໂຄງການມີສ່ວນຮ່ວມໃນການລຶບລ້າງຄວາມທຸກຍາກ ບ້ານຄໍາປ່າແໜ ແລະ ປ່າກ້ວຍ" ໂດຍການສະໜັບສະໜູນຫຼັກ ຂອງທ່ານ ເກຍ ອູ໊ສິດທິເດດ (ວິລະຊົນແຮງງານຂອງ ສປປ ລາວ) ບວກກັບທຶນລັດ, ທຶນຊ່ວຍເຫຼືອສາກົນ ແລະ ທຶນການປະກອບສ່ວນຂອງສັງຄົມ ລວມມູນຄ່າ 17 ຕື້ 947 ລ້ານກວ່າກີບ. ໃນນັ້ນ 72% ແມ່ນທຶນຂອງທ່ານ ເກຍ ອູ໊ສິດທິເດດ, ສ່ວນເຫຼືອແມ່ນທຶນຂອງລັດ, ທຶນສາກົນ ແລະ ທຶນປະກອບສ່ວນຂອງສັງຄົມ, ໂຄງການໄດ້ຕັ້ງປະຕິບັດແຕ່ປີ 2016 ຫາ 2018 (ລວມເປັນ 2 ໄລຍະ) ໂດຍເລັ່ງໃສ່ ຊ່ວຍເຫຼືອຄອບຄົວທຸກຍາກ 77 ຄອບຄົວເປົ້າໝາຍ.
ໃນໂອກາດນີ້, ທ່ານ ຮອງປະທານປະເທດ ກໍໄດ້ໂອ້ລົມຕໍ່ປະຊາຊົນ ບ້ານຄຳປ່າແໜ ຊຶ່ງທ່ານໃຫ້ຮັກສາມູນເຊື້ອຄວາມສາມັກຄີພາຍໃນບ້ານ, ໃຫ້ການນຳບ້ານປຸກລະດົມປະຊາຊົນໃຫ້ຫັນໄປສູ່ການຜະລິດເປັນສິນຄ້າ, ບໍ່ໃຫ້ອອກໄປຂໍທານ, ຕ້ອງຜະລິດໃຫ້ກຸ້ມກິນ, ໃຫ້ຄະນະນຳຂອງເມືອງ ແລະ ແຂວງເລັ່ງແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນບ້ານ. ໃນນັ້ນ ລວມມີກະສິກຳ (ສ້າງຕະຫຼາດ ແລະ ການຈຳໜ່າຍສິນຄ້າ), ສຶກສາ(ບໍ່ໃຫ້ເດັກນ້ອຍປະລະການຮຽນ), ສາທາລະນະສຸກ (ການຮັກສາສຸຂະອະນາໄມ) ແລະ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ໃນບ້ານໃຫ້ໝົດໄປ. ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ລົງເບິ່ງສະພາບການຜະລິດເຂົ້ານາແຊງ (ນາໄຮ່ໃຫຍ່) ເຂດບ້ານສະຄຶນ ເມືອງຈຳພອນຕື່ມອີກ./.
(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ