ຮອງປະທານປະເທດຊີ້ນຳການປູກເຂົ້າໄກ່ນ້ອຍ

ຮອງປະທານປະເທດຊີ້ນຳການປູກເຂົ້າໄກ່ນ້ອຍຢູ່ແຂວງຊຽງຂວາງ

ຮອງປະທານປະເທດຊີ້ນຳການປູກເຂົ້າໄກ່ນ້ອຍຢູ່ແຂວງຊຽງຂວາງ
ໃນລະຫ່ວາງວັນທີ31ທັນວາ2024-2ມັງກອນ2025,ທ່ານນາງ ປານີ ຢ່າທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ຢ້ຽມຢາມແຂວງຊຽງຂວາງ ນຳພາຄະນະການນຳຂອງແຂວງອອກຕ້ອນຮັບ ໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ

ຢູ່ທີ່ເດີ່ນບິນທົ່ງໄຫຫີນ ຊຶ່ງຄະນະການນຳໄດ້ໄປ ຢ້ຽມຢາມ, ຊຸກຍູ້, ສົ່ງເສີມໂອ້ລົມ ພໍ່ແມ່ປະຊາຊົນບ້ານຫໍກາງ ເມືອງຜາໄຊ. ທ່ານ ສົມສະໝອນ ຜະລິຈັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານ ການປູກຝັງ-ລ້ຽງສັດ ທີ່ເປັນທ່າແຮງໃນການພັດທະນາ ຂອງປະຊາຊົນຊາວຊຽງຂວາງ ພົ້ນເດັ່ນກ່ວາໝູ່ແມ່ນ ການປູກເຂົ້າໄກ່ນ້ອຍ, ການລ້ຽງງົວ, ຄວາຍ, ມ້າ, ຜັກ, ປູກສາລີ, ໝາກເພັດນ້ອຍ, ກາເຟ ແລະ ຜັກທຽມ ຊຶ່ງສາມາດສະໜອງພາຍໃນແຂວງ ແລະ ສົ່ງອອກໄປຕ່າງແຂວງ ເປັນຕົ້ນແມ່ນນະຄອນຫຼວງວຽງຈັນ. ນອກນີ້ຍັງສົ່ງອອກໄປຕ່າງປະເທດ. ສ່ວນເຂົ້າໄກນ້ອຍ ແມ່ນສາມາດປູກໄດ້ຢູ່5ເມືອງຂອງແຂວງ, ມີ7ສາຍພັນຄື: ເຂົ້າໄກ່ນ້ອຍດຳ, ລາຍ, ເຫຼືອງ, ແດງດໍ, ແດງປີ, ແດງລາຍແຊກ ແລະ ແດງເມັດໃຫຍ່ ທົ່ວແຂວງມີເນື້ອທີ່ປູກເຂົ້າໄກ່ນ້ອຍ12.500ເຮັກຕາ ສາມາດຜະລິດໄດ້55,000ໂຕນ, ສົ່ງອອກ ສສ ຫວຽດນາມ5,000ໂຕນ. ນອກນັ້ນແມ່ນບໍລິໂພກພາຍໃນແຂວງ ແລະ ສົ່ງອອກສູ່ນະຄອນຫຼວງວຽງຈັນ.

ທ່ານ ສີວັນ ຫົວໜ້າກຸ່ມປູກເຂົ້າໄກ່ນ້ອຍ ບ້ານຫໍກາງ ໄດ້ລາຍງານການປູກເຂົ້າໄກ່ນ້ອຍ ຢູ່ພາຍໃນບ້ານ ຊຶ່ງໄດ້ຈັດຕັ້ງເປັນກຸ່ມ, ໄດ້ຕິດຕາມ ແລະ ເອົາໃຈໃສ່ແຕ່ມື້ເລີ່ມຕົ້ນ ຈົນເຖິງມື້ກ່ຽວຂຶ້ນເລົ້າ, ຕິດຕາມ ປະລິມານນ້ຳ, ຝຸ່ນ(ຝຸ່ນຄອກ), ສັດຕູພືດ, ອາກາດແລະ ການເກັບແນວພັນ ຊຶ່ງປະຊາຊົນ ບ້ານຫໍກາງ ປູກເຂົ້າໄກ່ນ້ອຍມີ4ສາຍພັນຄື: ເຂົ້າໄກ່ນ້ອຍດຳ, ເຫຼືອງ, ລາຍ ແລະ ເຂົ້າໄກ່ນ້ອຍແດງ 1ເຮັກຕາຜະລິດໄດ້3,8ໂຕນຫາ4ໂຕນ ຜະລິດໄດ້ແຕ່ລະດູດຽວ ເນື່ອງຈາກບ້ານບໍ່ມີນໍ້າພຽງພໍໃນລະດູແລ້ງ.

ໂອກາດນີ້, ທ່ານນາງ ປານີ ຢ່າທໍ່ຕູ້ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຮັກສາແນວພັນເຂົ້າໄກ່ນ້ອຍ, ຊັບຊ່າວ ຂະຫຍາຍເນື້ອທີ່, ຮັກສາຄຸນນະພາບ ຄຸນລັກຊະນະຂອງເຂົ້າ, ສົ່ງເຂົ້າແຕ່ລະສາຍພັນເພື່ອວິໄຈຢູ່ຕ່າງປະເທດ, ຖອດຖອນບົດຮຽນ ເຕັກນິກການປູກ, ກົນຈັກ ແລະ ການເກັບແນວພັນນຳຊ່ຽວຊານຫວຽດນາມ, ເຂົ້າໄກ່ນ້ອຍແມ່ນໄດ້ຮັບຄວາມນິຍົມຈາກທົ່ວໂລກ ຈົ່ງສົ່ງເສີມ ຊຸກຍູ້ການປູກໃຫ້ຫຼາຍຂຶ້ນ.

ໂອກາດທີ່ທ່ານມາຢາມແຂວງຊຽງຂວາງໃນຄັ້ງນີ້ ທ່ານໄດ້ໄປຮ່ວມພິທີສະເຫຼີມສະຫຼອງ ບຸນປະເພນີ ກິນຈຽງເຜົ່າມົ້ງ ປະຈຳປີ2024 ທີ່ເດີ່ນສະມາຄົມກິລາ-ວັນນະຄະດີພື້ນເມືອງ ແລະ ອານຸລັກຮີດຄອງບຸນປະເພນີກິນຈຽງແຂວງຊຽງຂວາງ.

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ