ຮອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ພົບປະສອງຝ່າຍ

ຮອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ພົບປະສອງຝ່າຍ
(ສພຊ) ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສຫວຽດນາມ ສະຫາຍ ຈະເລີນ ເຢຍປາວເຮີກຳມະການສູນກາງພັກຮອງປະທານສະພາແຫ່ງຊາດປະທານກຳມາທິການກົດໝາຍຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ເຮັດວຽກກັບຄະນະຜູ້ແທນຫວຽດນາມ ນໍາໂດຍສະຫາຍ ຫງວຽນ ຄັກ ດິ້ງກໍາມະການສູນກາງພັກຮອງປະທານສະພາແຫ່ງຊາດ ຫວ່າງບໍ່ດົນມານີ້ ທີ່ຫໍສະພາແຫ່ງຊາດນະຄອນຫຼວງຮ່າໂນ້ຍ.
ໃນການພົບປະ,ສະຫາຍ ຫງວຽນ ຄັກ ດິ້ງ ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບສະຫາຍຮອງປະທານສະພາແຫ່ງຊາດລາວ ຊຶ່ງເປັນຜູ້ແທນຕ່າງປະເທດຄະນະທຳອິດຂອງສະພາແຫ່ງຊາດຫວຽດນາມໃນປີ 2024 ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.ຮອງປະທານສະພາແຫ່ງຊາດ ເນັ້ນໜັກເຖິງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາຄະນະຜູ້ແທນ ເພື່ອແລກປ່ຽນປະສົບການໃນການປະຕິບັດໜ້າທີ່ວຽກງານ, ຈັດກອງປະຊຸມສຳມະນາຫົວຂໍ້ຕ່າງໆ, ການພົບປະເຮັດວຽກໂດຍກົງລະຫວ່າງບັນດາກຳມາທິການ ແລະ ອົງການຈັດຕັ້ງຂອງສະພາແຫ່ງຊາດສອງປະເທດຢ່າງປົກກະຕິຈະເປັນປະກອບສ່ວນນຳເອົາໝາກຜົນແຫ່ງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ເຂົ້າສູ່ລວງເລິກ ແລະ ແທດຕົວຈິງທີ່ສຸດ,ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໃກ້ຊິດລະຫວ່າງສອງສະພາແຫ່ງຊາດ.
ສະຫາຍ ຈະເລີນ ເຢຍປາວເຮີ ໄດ້ສະແດງຄວາມຂອບໃຈທ່ານຫງວຽນຄັກ ດິ້ງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ.ພ້ອມກັນນັ້ນ, ກໍແຈ້ງຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອແລກປ່ຽນ, ແບ່ງປັນ, ຮັບເອົາບັນດາບົດຮຽນທີ່ດີ ແລະ ປະສົບການອັນລ້ຳຄ່າ ໃນວຽກງານການຄົ້ນຄວ້ານິຕິບັນຍັດ, ປັບປຸງລັດຖະທຳມະນູນ ແລະ ລະບົບກົດໝາຍກໍຄືການສັງລວມຂໍ້ມູນຮັບໃຊ້ໃຫ້ແກ່ການສ້າງ, ຮຽບຮຽງເອກະສານປະຫວັດ 50 ປີ ແຫ່ງການເຕີບໃຫຍ່ ແລະ ການພັດທະນາຂອງສະພາແຫ່ງຊາດລາວ;ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນລາວ-ຫວຽດນາມ.
ສະຫາຍ ຫງວຽນ ຄັກ ດິ້ງ ກ່າວເຖິງວຽກງານສ້າງກົດໝາຍວ່າ: ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດຫວຽດນາມ ລ້ວນແຕ່ມີພາລະບົດບາດ, ໜ້າທີ່ສ້າງ ແລະ ປັບປຸງກົດໝາຍ ໂດຍມີກຳມາທິການກົດໝາຍເປັນຈຸດໃຈກາງ. ໃນອາຍຸການຂອງສະພາແຫ່ງຊາດຊຸດທີXV, ພາຍໃຕ້ການຊີ້ນຳຂອງສະຫາຍເວືອງ ດິ່ງ ເຫວ້ປະທານສະພາແຫ່ງຊາດ ຫວຽດນາມ, ສະພາແຫ່ງຊາດຫວຽດນາມ ໄດ້ເສີມຂະຫຍາຍບົດບາດຂອງສະຖາບັນຄົ້ນຄວ້ານິຕິບັນຍັດ - ອົງການຄົ້ນຄວ້າວິທະຍາສາດວຽກງານນິຕິບັນຍັດ; ສະຖາບັນຄົ້ນຄວ້ານິຕິບັນຍັດ ແລະ ຫໍສະໝຸດຂອງສະພາແຫ່ງຊາດ ກໍໄດ້ສະໜອງເອກະສານຄົ້ນຄວ້າໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເປັນປະຈຳ, ຊ່ວຍໃຫ້ ສສຊ ມີການປະກອບຄຳຄິດຄຳເຫັນ ແລະ ອະພິປາຍທີ່ມີຄຸນນະພາບສູງ.ສະຫາຍຍັງໄດ້ມີຄຳເຫັນກ່ຽວກັບບາງປະສົບການໃນການໂຄສະນາເຜີຍແຜ່ຂໍ້ມູນ ແລະ ສັງລວມເອກະສານເພື່ອຮັບໃຊ້ການຮຽບຮຽງປະຫວັດຂອງສະພາແຫ່ງຊາດວ່າ: ສະພາແຫ່ງຊາດຫວຽດນາມ ກໍພວມດຳເນີນບັນດາວຽກງານກະກຽມສະເຫຼີມສະຫຼອງ 80 ປີແຫ່ງການເລືອກຕັ້ງສະພາແຫ່ງຊາດຄັ້ງທຳອິດໃນເດືອນມັງກອນ 2026, ໃນນັ້ນມີວຽກງານຮຽບຮຽງປະຫວັດ 80 ປີຂອງສະພາແຫ່ງຊາດຫວຽດນາມ; ໂດຍເນັ້ນໜັກວ່າ, ນີ້ແມ່ນວຽກງານສຳຄັນທີ່ສຸດ, ມີຄວາມໝາຍທາງດ້ານການເມືອງອັນໃຫຍ່ຫຼວງ, ຮຽກຮ້ອງໃຫ້ມີຄວາມຕັ້ງໃຈສູງ.
ສະຫາຍ ຈະເລີນ ເຢຍປາວເຮີ ສະແດງຄວາມຂອບໃຈສະຫາຍຮອງປະທານສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ແບ່ງປັນປະສົບການດ້ວຍນ້ຳໃຈ, ພ້ອມໃຫ້ການຮ່ວມມືສະເໝີ ແລະ ຄຽງຂ້າງສະພາແຫ່ງຊາດລາວ; ຜ່ານການໂອ້ລົມສົນທະນາ, ຄະນະຜູ້ແທນໄດ້ຖອດຖອນເອົາບົດຮຽນ ແລະ ປະສົບການອັນລ້ຳຄ່າຫຼາຍຢ່າງ, ໂດຍສະເພາະແມ່ນເນື້ອໃນສຳຄັນທີ່ສຸດກ່ຽວກັບການຄົ້ນຄວ້າສ້າງ, ປັບປຸງລະບົບກົດໝາຍ ແລະ ຮຽບຮຽງປະຫວັດຂອງສະພາແຫ່ງຊາດ.ສະຫາຍ ຈະເລີນ ເຢຍປາວເຮີ ໄດ້ແຈ້ງໃຫ້ຮູ້ວ່າ:ປີ 2024ສະພາແຫ່ງຊາດລາວ ຈະດຳລົງຕຳແໜ່ງເປັນປະທານໄອປາ(AIPA)ແລະ ຈັດກອງປະຊຸມໃຫຍ່ໄອປາຄັ້ງທີ 45, ຫວັງວ່າສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ແບ່ງປັນປະສົບການໃຫ້ແກ່ສະພາແຫ່ງຊາດລາວຈັດຕັ້ງກິດຈະກໍາທີ່ສໍາຄັນນີ້ປະສົບຜົນສໍາເລັດ.

ຄໍາເຫັນ

ຂ່າວການຮ່ວມມື

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.
ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີຮອງປະທານ ສປສສ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງສານເຂົ້າຮ່ວມ.
ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ ຂຶ້ນໃນວັນທີ18 ກໍລະກົດຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ຮັບຜົນຢ່າງຈົບງາມ, ກອງປະຊຸມຄັ້ງນີ້ເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນ, ພ້ອມທັງຊອກຫາໂອກາດໃໝ່ໆເພື່ອການພັດທະນາເສດຖະກິດຮ່ວມກັນ.
ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຊາສູ່ຄວາມປອງດອງ-ສຳຜັດສິລະປະການຊົງຊາ ແລະ ຊິມຊາຈີນຂຶ້ນໃນວັນທີ 19 ກໍລະກົດ ຜ່ານມາ ທີ່ສູນດັ່ງກ່າວ, ໃຫ້ການບັນຍາຍໂດຍ ນາງ ວຽງນະຄອນ ວົງວິໄຊ ອາຈານສອນສິລະປະການຊົງຊາຈີນຊຶ່ງມີແຂກຮັບເຊີນເຂົ້າຮ່ວມຫຼາຍກວ່າ 20 ຄົນ.
ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ເພີ່ມເຕີມ