ຜົ້ງສາລີ ວາງຄາດໝາຍສູ້ຊົນ 16 ວຽກຈຸດສຸມ

ຮອດປີ 2025 ຜົ້ງສາລີ ວາງຄາດໝາຍສູ້ຊົນ 16 ວຽກຈຸດສຸມ

ຮອດປີ 2025 ຜົ້ງສາລີ ວາງຄາດໝາຍສູ້ຊົນ 16 ວຽກຈຸດສຸມ
ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຜົ້ງສາລີໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໃນວັນທີ 12 ທັນວາຜ່ານມາ ທີ່ຫ້ອງວ່າການແຂວງວ່າ:ແຂວງຜົ້ງສາລີໄດ້ວາງທິດທາງຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2021-2025)


ໂດຍສຸມໃສ່ແກ້ໄຂ 8 ບັນຫາຕົ້ນຕໍທີ່ພົບພໍ້ຜ່ານມາ ແລະ ພວມປະເຊີນໜ້າຢູ່ໃນປັດຈຸບັນ, ເພື່ອແກ້ໄຂ 8 ບັນຫາຕົ້ນຕໍທີ່ແຂວງພວມປະເຊີນໜ້າຢູ່ນັ້ນຈຶ່ງໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນ ຫຼືວຽກງານຈຸດສຸມຮອດປີ 2025 ຊຶ່ງມີ 16 ວຽກດັ່ງນີ້:
1. ເຮັດໃຫ້ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ; 2. ສືບຕໍ່ປັບປຸງບູລະນະລະບອບປະຊາທິປະໄຕປະຊາຊົນ ທີ່ພັກເຮົາເປັນແກນນໍາໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຄວາມສາມາດນໍາພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນໃນເງື່ອນໄຂໃໝ່; ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກໃຫ້ທົ່ວເຖິງ ແລະ ມີເນື້ອໃນທີ່ແທດເຖິງຕົວຈິງຢູ່ແຕ່ລະບ່ອນ ຕິດພັນກັບການສຶກສາອົບຮົມ, ນໍາພາການເມືອງແນວຄິດໃຫ້ພະນັກງານສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ມີຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ມີຄວາມປອງດອງ;3. ກໍ່ສ້າງ ແລະ ປັບປຸງກໍາລັງປະກອບອາວຸດ ແລະ ເຄິ່ງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດໜ້າທີ່ຢ່າງເຕັມສ່ວນເພື່ອປົກປັກຮັກສາເຂດໜ້ານໍ້າແດນດິນ ແລະ ແກ້ໄຂບັນດາໜໍ່ແໜ່ງທີ່ກໍ່ຄວາມບໍ່ສະຫງົບໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ; 4. ກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ແກ່ການພັດທະນາ, ການດໍາລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມແລວທາງພັດທະນາທີ່ໄດ້ກໍານົດໄວ້ (11,4,5,6 ແລະ 22) ແລະ9 ແຜນງານ; ໃນ 5 ປີຕໍ່ໜ້າ ເສດຖະກິດຈະຂະຫຍາຍຕົວສະເລ່ຍໃນລະດັບ 5,88% ຕໍ່ປີ; ໃນປີ 2025ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນໃຫ້ໄດ້ຫຼາຍກວ່າ 1,501ໂດລາ;ໂຄງປະກອບເສດຖະກິດໃຫ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ, ທັນສະໄໝ, ສີຂຽວ ແລະ ຍືນຍົງເທື່ອລະກ້າວ; ພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຮັບປະກັນໂດຍພື້ນຖານ, ການຜະລິດຕະພັນກະສິກໍາ ຕິດພັນກັບ ອຸດສາຫະກໍາປຸງແຕ່ງ ແລະ ການບໍລິການເພີ່ມຂຶ້ນຢ່າງຕໍ່ເນື່ອງ; 5. ສ້າງຖານແຫຼ່ງລາຍຮັບງົບປະມານໃຫ້ເພີ່ມຂຶ້ນ ຕິດພັນກັບ ການສົ່ງເສີມຫົວໜ່ວຍ SMEs,ປັບປຸງການເງິນຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ, ປັບປຸງການຈັດເກັບລາຍຮັບວິຊາການໃຫ້ສະດວກວ່ອງໄວ ແລະ ຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງໃຫ້ເພີ່ມຂຶ້ນ ແລະ ກວມ 3% ຂອງ GDPຂຶ້ນໄປ; 6. ຈະສຸມໃສ່ສ້າງໃຫ້ເມືອງຜົ້ງສາລີ ເປັນເມືອງທ່ອງທ່ຽວທີ່ມີເອກະລັກສະເພາະ; ສ້າງໃຫ້ເມືອງບຸນເໜືອ ເປັນເມືອງສີຂຽວ, ທັນສະໄໝ ແລະ ເປັນເມືອງໃຈກາງທາງດ້ານການບໍລິຫານລັດ ແລະ ບໍລິການຕ່າງໆທາງສັງຄົມ ແລະ ສ້າງໃຫ້ເມືອງອື່ນໆ ເປັນເມືອງພັດທະນາທາງດ້ານອຸດສາຫະກໍາ ແລະ ການບໍລິການທົ່ວໄປ; ສ້າງເຂດເສດຖະກິດພິເສດ ຢູ່ພາຍໃນແຂວງໃນບ່ອນທີ່ມີເງື່ອນໄຂ;7. ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ (4 ປະເພດຮາກຖານ), ຍູ້ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ນໍາພາປະຊາຊົນເຮັດຕົວຈິງຢ່າງຕໍ່ເນື່ອງ ແລະ ສ້າງໄດ້ລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງຂຶ້ນ ແລະ ຄວາມເປັນເຈົ້າຂອງປະຊາຊົນນັບມື້ສູງຂຶ້ນ; ສຸມໃສ່ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງໃນຊົນນະບົດໃຫ້ໄດ້ 15 ຈຸດ, ໃນນັ້ນສຸມໃສ່ໃຫ້ເກີດຕົວຈິງກ່ອນ 7 ຈຸດ;8. ຈັດສັນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ເປັນຕົ້ນແມ່ນ ການວາງແຜນນໍາໃຊ້ 8 ປະເພດທີ່ດິນຂັ້ນບ້ານແບບມີສ່ວນຮ່ວມ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຄວາມຍືນຍົງ; 9. ສົ່ງເສີມການຜະລິດເປັນສິນຄ້າເພື່ອສົ່ງອອກ ທີ່ຕິດພັນກັບຕະຫຼາດ ແລະ ການຈັດສັນພູມລໍາເນົາ, ການຈັດສັນອາຊີບ, ການສ້າງລາຍໄດ້ໃຫ້ແກ່ປະຊາຊົນ ແລະ ໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສຸມໃສ່ການສົ່ງເສີມການຜະລິດກະສິກໍາສະອາດ ທີ່ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບການທ່ອງທ່ຽວ; 10. ສ້າງຂີດຄວາມສາມາດໃຫ້ພະນັກງານນໍາພາ-ຄຸ້ມຄອງ, ພະນັກງານສະມາຊິກພັກ ແລະ ພະນັກງານວິຊາການ ໃຫ້ສູງຂຶ້ນ ແລະ ທັງມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ມີຄວາມຈົງຮັກພັກດີຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ຢ່າງສຸດໃຈ;11. ກໍ່ສ້າງຊັບພະຍາກອນມະນຸດ ໃຫ້ເປັນລະບົບເລີ່ມຈາກແມ່, ເດັກກ່ອນໄວຮຽນ, ລະບົບສາມັນສຶກສາ ແລະ ການກໍ່ສ້າງວິຊາສະເພາະແຕ່ລະດ້ານ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງການຂອງການພັດທະນາ ແລະ ຄວາມຕ້ອງການຕົວຈິງຢູ່ພາຍໃນແຂວງ ຕິດພັນກັບ ການຈັດຕັ້ງຫົວໜ່ວຍສົ່ງເສີມຈັດຫາງານ (ວຽກເຮັດງານທໍາ); 12. ສົ່ງເສີມການປະຕິບັດສິດສະເໝີພາບລະຫວ່າງເພດຍິງ ແລະ ເພດຊາຍ ແລະ ເພີ່ມທະວີຄວາມສາມັກຄີປອງດອງເປັນປຶກແຜ່ນພາຍໃນທ້ອງຖິ່ນ ແລະ ຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ ເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆໃຫ້ໝົດໄປ;13. ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ ແລະ ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າຕ່າງໆ ຕິດພັນກັບການທ່ອງທ່ຽວ ແລະ ການຮຽນຮູ້ໜັງສື ແລະ ການຮູ້ເວົ້າພາສາລາວ; 14. ຕັ້ງໜ້າ ແລະ ເປັນເຈົ້າການໃນການພົວພັນຮ່ວມມືກັບພາຍໃນ ແລະ ພົວພັນຮ່ວມມືກັບຕ່າງປະເທດ ຕາມທິດເພີ່ມມິດຫຼຸດຜ່ອນສັດຕູ, ທັງຍາດແຍ່ງເອົາບົດຮຽນ, ເຕັກນິກວິທະຍາສາດ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; 15. ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ; ສົ່ງເສີມດ້ານດີ, ດ້ານຕັ້ງໜ້າ, ຫົວຄິດປະດິດສ້າງ ແລະ ກໍາຈັດປັດເປົ່າບັນຫາດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບັນຫາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ; 16. ເພີ່ມທະວີກໍ່ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມສາມາດກໍາອໍານາດ, ຄວາມສາມາດນໍາພາຮອບດ້ານ.
ເພື່ອຈັດຕັ້ງປະຕິບັດ16 ວຽກຕົ້ນຕໍ ກໍຄືທິດທາງ, ຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ໃນລາຍງານການເມືອງໃຫ້ປະກົດຜົນເປັນຈິງ ໃນແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ (2021-2025 ) ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍຕົ້ນຕໍ, 11ວຽກງານຈຸດສຸມ, 9 ແຜນງານ ແລະ 6 ທາງອອກຂອງແຂວງ, ລະອຽດມີເອກະສານ, ມີຄູ່ມືແລ້ວ.
ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ