ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ
ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ດ້ວຍການຫຼິ້ນບຸນກຸດສົງການ ປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.

 

ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 12 ເມສາ ຜ່ານມາວ່າ: ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ໃນການຫຼິ້ນບຸນກຸດສົງການປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ, ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວໃຫ້ມີບັນຍາກາດ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ມາທ່ຽວຫຼິ້ນ ຢູ່ ນະຄອນຫຼວງວຽງຈັນ ໃນໂອກາດບຸນປີໃໝ່ລາວໃຫ້ຄວາມຟົດຟື້ນ, ເພື່ອເຮັດໃຫ້ເຂດຄຸ້ມຕົວເມືອງເກົ່າກາຍເປັນຈຸດເດັ່ນທີ່ນັກທ່ອງທ່ຽວຮູ້ຈັກ ໃນການຫຼິ້ນບຸນປີໃໝ່ລາວ ທີ່ພັນກັບວັດທະນະທຳ ແລະ ຖືກຈັດເຂົ້າໃນປະຕິທິນການທ່ອງທ່ຽວຂອງ ນວ ກໍຄືລະດັບຊາດ, ຮັກສາໄດ້ການຫຼິ້ນບຸນປີໃໝ່ລາວ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ຖືກຕ້ອງສອດຄ່ອງ ຕາມຮີດຄອງປະເພນີ ແລະ ວັດທະນະທຳ ອັນດີງາມຂອງຊາດ.

ດັ່ງນັ້ນ, ທາງວັດທະນະທຳ, ວັດວາອາລາມ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນ ຈົ່ງພ້ອມກັນປະຕິບັດເອົາພະພຸດທະຮູບລົງຫົດສົງ ຖືກຕ້ອງຕາມຮີດຄອງປະເພນີ ເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຄວາມສະຫງົບ, ປອດໄພ ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມປາສະຈາກຂີ້ເຫຍື້ອ ສິ່ງເສດເຫຼືອ, ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມບັນດາກິດຈະກຳທີ່ທາງຄະນະຮັບຜິດຊອບກະກຽມ ຢູ່ນະຄອນຫຼວງວຽງຈັນໃຫ້ຫຼາຍເທົ່າທີ່ຫຼາຍໄດ້.

ແຜນຈັດກິດຈະກໍາບຸນປີໃໝ່ລາວ ພ.ສ 2569 ທີ່ນະຄອນຫຼວງວຽງຈັນ: 1. ເຂດຄຸ້ມເມືອງເກົ່າວັດຈັນ ເມືອງຈັນທະບູລີ ໄດ້ແບ່ງອອກເປັນ 2 ກິດຈະກຳຫຼັກຄື: ກິດຈະກຳທາງສາສາໜາ ແລະ ກິດຈະກຳການທ່ອງທ່ຽວ ລາຍລະອຽດຂອງກິດຈະກຳມີດັ່ງນີ້: ວັນທີ 14 ເມສາ 2026 ຕອນເຊົ້າຈະມີກິດຈະກຳທາງສາສະໜາ ຢູ່ທີ່ວັດສີເມືອງ ເມືອງສີສັດຕະນາກ ແລະ ມີພິທີທາງສາສະໜາ ເອົາພະພຸດທະຮູບລົງຫົດສົງ, ອັງເຊີນຂຶ້ນລາດຊະລົດ ທີ່ວັດອົງຕື້ ເມືອງຈັນທະບູລີ, ພິທີແຫ່ພະພຸດທະຮູບມິງເມືອງຂອບເຂດຄຸ້ມເມືອງເກົ່າ ເມືອງຈັນທະບູລີ ໃນເວລາ 13:00 ໂມງ ແລະ ນອກນັ້ນ, ບັນດາສະຖານທີ່ສຳຄັນ ເປັນຕົ້ນວັດວາອາລາມທົ່ວນະຄອນຫຼວງວຽງຈັນ ກໍໄດ້ມີກິດຈະກຳທາງສາສະໜາເອົາພຣະພຸດທະຮູບລົງຫົດສົງ ຢ່າງເປັນຂະບວນຟົດຟື້ນ.

2. ວັນທີ 15 ເມສາ 2026: ກິດຈະກຳສົງພະຕາມວັດວາອາຣາມຕ່າງໆ (ເວລາ 8 ໂມງ 00 ຫາ 18 ໂມງ 00), ກິດຈະກຳຫຼິ້ນນໍ້າ ຢູ່ເສັ້ນທາງເສດຖາທິລາດ, ສະຖານທີ່ສຳຄັນ ແລະ ແຫຼ່ງທ່ອງທ່ຽວຕ່າງໆ ພາຍໃນນະຄອນຫຼວງວຽງຈັນ (ເວລາ 12 ໂມງ 00 ຫາ 18 ໂມງ 00)

3. ວັນທີ 16 ເມສາ 2026: ກິດຈະກຳໃສ່ບາດທີ່ວັດອົງຕື້ (7: 00 ມ ຫາ 9:00 ມ) ຢູ່ເຂດຖະໜົນເສດຖາທິລາດ ແລະ ຕາມວັດທົ່ວໄປ, ກິດຈະກຳຕົບພະຊາຍຕາມວັດວາອາຣາມຕ່າງໆ.

ນອກນັ້ນ, ບັນດາສະຖານທີ່ທ່ອງທ່ຽວທີ່ສຳຄັນຕ່າງໆພາຍໃນນະຄອນຫຼວງວຽງຈັນ ເຊັ່ນ:

- ພະທາດຫຼວງວຽງຈັນ, ຫໍພະແກ້ວ, ພິພິທະພັນສີສະເກດ ແມ່ນເອົາພະພຸດທະຮູບລົງໃຫ້ປວງຊົນ, ນັກທ່ອງທ່ຽວ ໄດ້ຫົດສົງ ແລະ ບໍ່ໄດ້ເກັບຄ່າບໍລິການໄລຍະບຸນປີໃໝ່ລາວ.

- ສະຖານທີ່ສຳຄັນຕ່າງໆ ກໍເປີດບໍລິການໃຫ້ເຂົ້າທ່ຽວຊົມປົກກະຕິ, ມີກິດຈະກຳໄວ້ຮອງຮັບບັນດາທ່ານນັກທ່ອງທ່ຽວຕາມປະເພນີຢ່າງຟົດຟື້ນ ເຊັ່ນ: ພິພິທະພັນຮ່ວມສະໃໝ ເຂດໜອງເຊືອມ ກໍຫຼຸດຄ່າບໍລິການໄລຍະປີໃໝ່ລາວຈາກ 120,000 ກີບ/ຄົນ, ເຫຼືອ 30,000 ກີບ/ຄົນ ແລະ ມີກິດຈະກຳລະຫຼິ້ນນ້ຳກາງແຈ້ງ, ມີຮ້ານອາຫານໄວ້ຄອຍບໍລິການ, ນ້ຳປ່ຽນຈໍລະປາ ເຂດເມືອງປາກງື່ມ ແລະ ສວນວັດທະນະທຳຊຽງຄວນ ກໍບໍລິການປົກກະຕິ ແລ ຍັງມີການຫຼິ້ນຢູ່ບັນດາສະຖານທີ່ ສຳຄັນຢູ່ບັນດາເມືອງພາຍໃນ ນະຄອນຫຼວງວຽງຈັນຢ່າງຟົດຟື້ນ ແລະ ມ່ວນຊື່ນ

ທ່ານໃຫ້ຮູ້ຕື່ມວ່າ: ໃນຄະນະຮັບຜິດຊອບງານບຸນປີໃໝ່ລາວ ກໍຄືພະແນກ ວທ ນະຄອນຫຼວງວຽງຈັນຮຽກຮ້ອງມາຍັງບັນດາທ່ານ, ປວງຊົນ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມທ່ຽວຊົມກິດຈະກຳຕ່າງໆ ຢູ່ນະຄອນຫຼວງວຽງຈັນ ໃນປີນີ້ດ້ວຍ, ຮຽກຮ້ອງໃຫ້ບັນດາທ່ານປວງຊົນ, ນັກທ່ອງທ່ຽວ ການໄປຫົດສົງພະພຸດທະຮູບຢູ່ບັນດາວັດວາອາລາມ ໃຫ້ນຸ່ງຖືເປັນເອກະລັກຂອງຄົນລາວ ນຸ່ງສິ້ນ ແລະ ຜູ້ຊາຍກໍນຸ່ງຖືສຸພາບຮຽບຮ້ອຍໄປຫົດພະພຸດທະຮູບຕາມວັດວາອາລາມໃຫ້ຖືກຮີດຄອງປະເພນີດ້ວຍ, ນ້ຳທີ່ເອົາມາຫົດສົງກໍໃຫ້ເປັນນໍ້າອົບນ້ຳຫອມ ບໍ່ໃຫ້ນຳໃຊ້ນ້ຳທີ່ເປື້ອນ, ພ້ອມກັນຮັກສາຄວາມສະອາດຈົບງາມຢ່າງເອົາໃຈໃສ່, ພ້ອມທັງການສະຫຼອງພົບປະສ້າງສັນກໍໃຫ້ພໍດີພໍເໝາະ ເພື່ອຫຼີກລ່ຽງການດື່ມເມົາລະຂັບ (ຫຼີກລ່ຽງການເກີດອຸບັດເຫດດ້ວຍ) ຂໍໃຫ້ທຸກທ່ານໃນໄລຍະບຸນປີໃໝ່ລາວ ປີ 2026 ຈົ່ງເບີກບານມ່ວນຊື່ນ ມີຄວາມຜາສູກດ້ວຍ.

ຂໍອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ ແລະ ທຸກພາກສ່ວນທັງພາກລັດ, ເອກະຊົນ ທົ່ວສັງຄົມທຸກທົ່ວໜ້າຈົ່ງມີແຕ່ຄວາມສຸກຄວາມຈະເລີນ, ສຸພາບແຂງແຮງ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ຢ່າງສະຫງ່າງາມ ແລະ ຂໍໃຫ້ມີຄວາມຜາສຸກທາງກາຍ ແລະ ຈິດໃຈ ຕະຫຼອດປີໃໝ່ ພສ 2569 ແລະ ຕະຫຼອດໄປ ດ້ວຍເທີດ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ