![]() |
ໃນພິທີ, ສະຫາຍ ບົວໄລ ພານຸວົງ ຄະນະພັກ,ຫົວໜ້າກົມໂຄສະນາ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວາລະສານໂຄສະນາຕະຫຼອດ 40ປີຜ່ານມາໂດຍໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວາລະສານໂຄສະນາແຕ່ລະໄລຍະ,ວາລະສານຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນວັນທີ 28 ຕຸລາ1986 ມີຊື່ວ່າ: “ວາລະສານໂຄສະນາ”; ການເຄື່ອນໄຫວຂອງວາລະສານໂຄສະນາແມ່ນຢູ່ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຂອງຄະນະໂຄສະນາອົບຮົມສູນກາງພັກ, ເບື້ອງຕົ້ນເປັນປຶ້ມຄູ່ມືໃຫ້ແກ່ນັກປາຖະກະຖາ ແລະຜູ້ໂຄສະນາດ້ວຍປາກ, ມີພາລະບົດບາດ-ໜ້າທີ່ໂຄສະນາເຜີຍແຜ່, ແນະນຳແນວທາງ-ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຜີຍແຜ່ບົດຮຽນດ້ານຕ່າງໆ, ໝາກຜົນຂອງການຈັດຕັ້ງປະຕິບັດແນວທາງແລະສະພາບການທີ່ພົ້ນເດັ່ນຢູ່ພາຍໃນແລະຕ່າງປະເທດ,ເພື່ອຮັບໃຊ້ໜ້າທີ່ການເມືອງອັນສຳຄັນຂອງພັກວາລະສານໂຄສະນາໄດ້ກຳນົດໜ້າທີ່ຂອງຕົນເພື່ອເປັນພື້ນຖານໃນການເຄື່ອນໄຫວວຽກງານດັ່ງນີ້:ເຜີຍແຜ່ແນວທາງ, ແຜນນະໂຍບາຍ, ລະບຽບກົດໝາຍ, ມະຕິຄຳສັ່ງຂອງພັກ ແລະລັດເຂົ້າໃນໝູ່ມະຫາຊົນ, ປຸກລະດົມມະຫາຊົນຈັດຕັ້ງປະຕິບັດຢ່າງມີໝາກຜົນ.ເຜີຍແຜ່ສະພາບການຢ່າງຮອບດ້ານທັງພາຍໃນແລະຕ່າງປະເທດໃນແຕ່ລະໄລຍະ, ຢືນຢັນທັດສະນະຫຼັກໝັ້ນຂອງພັກຕໍ່ແຕ່ລະເຫດການໃຫ້ຖືກຕ້ອງ.ເຜີຍແຜ່ຜົນງານ ແລະບົດຮຽນຕ່າງໆຂອງບັນດາປະເທດເພື່ອນມິດ ແລະຂະບວນການປົກປັກຮັກສາ ແລະພັດທະນາປະເທດຊາດຂອງພວກເຮົາ; ໂຄສະນາຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ.ຕ້ານສົງຄາມຫັນປ່ຽນໂດຍສັນຕິ ແລະການໂຄສະນາບິດເບືອນຂອງອິດທິກຳລັງປໍລະປັກ, ປຸກລະດົມປວງຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ປົກປັກຮັກສາ ແລະພັດທະນາປະເທດຊາດໃຫ້ໝັ້ນຄົງ-ຮັ່ງມີ-ເຂັ້ມແຂງ.ອະທິບາຍຄຳສັບການເມືອງ, ເສດຖະກິດ, ວັດທະນະທຳ, ຕອບຄຳຖາມ ແລະຂໍ້ຂ້ອງໃຈຂອງເພື່ອນຜູ້ອ່ານ.ຜ່ານການເຄື່ອນໄຫວວຽກງານຕາມພາລະບົດບາດ-ໜ້າທີ່ໂດຍພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກວາລະສານ“ໂຄສະນາ”ມີການເຕີບໃຫຍ່ຂະຫຍາຍຕົວຜ່ານ4ໄລຍະ.ຕະຫຼອດໄລຍະ40ປີຜ່ານມາວາລະສານໂຄສະນາໂດຍໄດ້ຮັບການນໍາພາ-ຊີ້ນຳຈາກຄະນະພັກ - ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກຢ່າງເປັນປະຈຳແລະ ຕໍ່ເນື່ອງຈຶ່ງເຮັດໃຫ້ວາລະສານໂຄສະນາໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ຈາກຜົນງານດັ່ງກ່າວໃນໂອກາດລະນຶກວັນສ້າງຕັ້ງວາລະສານໂຄສະນາຄົບຮອບ 20 ປີລັດຖະບານໄດ້ໃຫ້ການຍ້ອງຍໍຜົນງານລວມໝູ່ແກ່ວາລະສານໂຄສະນາດ້ວຍຫຼຽນໄຊແຮງງານຊັ້ນII1 ໜ່ວຍ ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ II 1 ໜ່ວຍຈາກລັດຖະບານ ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານໂຄສະນາອົບຮົມໄລຍະ 5ປີ (2010-2015) ສໍາລັບບຸກຄົນກໍໄດ້ຮັບການຍ້ອງຍໍຜົນງານປະເພດດີເດັ່ນຈໍານວນຫຼາຍສະຫາຍ.
![]() |
ໃນໂອກາດດັ່ງກ່າວ ສະຫາຍ ຄຳພັນ ເຜີຍຍະວົງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນຄະນະບັນນາທິການ, ອະດີດການນຳ, ອາວຸໂສ-ບຳນານ,ພະນັກງານວາລະສານໂຄສະນາທີ່ຍາດຜົນງານມາໄດ້ຕະຫຼອດໄລຍະ 40ປີຜ່ານມາ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່ 6 ຈຸດສຸມເພື່ອຍົກລະດັບ ວາລະສານໂຄສະນາ ໃຫ້ກາຍເປັນກະບອກສຽງອັນແຫຼມຄົມໃນຍຸກໃໝ່ດັ່ງນີ້: ຕ້ອງໄດ້ພ້ອມກັນບຸກທະລຸການສ້າງນັກຮົບແນວຄິດທີ່ເປັນແບບຢ່າງ ແລະ ບຸກຄະລາກອນມືອາຊີບ. ຜູ້ທີ່ເຮັດວຽກວາລະສານພັກ ຕ້ອງເປັນຜູ້ຕື່ນຕົວທາງການເມືອງສູງກວ່າໝູ່. ພະນັກງານ ຕ້ອງບໍ່ຫວັ່ນໄຫວຄອນແຄນຕໍ່ກົນອຸບາຍ "ຫັນປ່ຽນໂດຍສັນຕິ". ຄະນະພັກຕ້ອງຊອກໃຫ້ເຫັນພະນັກງານຜູ້ທີ່ມີພອນສະຫວັນ, ມີຄວາມຮັກ-ມັກ ມາບັນຈຸຊັບຊ້ອນໃຫ້ຖືກກັບໜ້າທີ່. ຕ້ອງມີການກຳນົດຕົວຊີ້ວັດຜົນງານ ທີ່ໂປ່ງໃສ ເພື່ອໃຫ້ພວກເຮົາໄດ້ "ເພັດນ້ຳເອກ" ມາເຮັດວຽກທີ່ສຳຄັນນີ້.ການຍົກລະດັບສິລະປະການສື່ສານທີ່ເຂົ້າເຖິງຈິດໃຈມະຫາຊົນ.ວຽກງານໂຄສະນາອົບຮົມ ປຽບເໝືອນການປະພັນສິລະປະດົນຕີ. ບົດຂຽນທາງການເມືອງ ບໍ່ຄວນເປັນພຽງເອກະສານທີ່ແຫ້ງແລ້ງ, ແຕ່ຕ້ອງມີຈັງຫວະ, ມີຄວາມເລິກເຊິ່ງ ແລະ ມີພະລັງຊັກຈູງ, ບັນດານໃຈ ດັ່ງບົດເພງອຳມະຕະທີ່ປຸກລະດົມນ້ຳໃຈຮັກຊາດ. ການສອດແຊກຄວາມງົດງາມຂອງພາສາລາວ, ຮີດຄອງປະເພນີ ແລະ ວັດທະນະທຳຊາດ ເຂົ້າໃນບົດຂຽນ ຈະຊ່ວຍໃຫ້ທິດສະດີຂອງພັກ ກາຍເປັນສິ່ງທີ່ມີຊີວິດຊີວາ ແລະ ເຂົ້າເຖິງຫົວໃຈຂອງປະຊາຊົນໄດ້ດີທີ່ສຸດ.ການບຸກທະລຸທາງດ້ານເຕັກໂນໂລຊີ,AI ແລະ ຫັນເປັນສື່ປະສົມ.ພວກເຮົາຕ້ອງສຸມໃສ່ບຳລຸງ-ກໍ່ສ້າງພະນັກງານ ໃຫ້ຮູ້ນໍາໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ມາຊ່ວຍໃນການວິເຄາະຂໍ້ມູນ, ຖອດສຽງ ແລະ ແປພາສາ. ພ້ອມກັນນັ້ນ, ຕ້ອງຫັນໄປສູ່ທັນສະໄໝ ດ້ວຍການສ້າງສື່ປະສົມ (Multi-platform) ເຊັ່ນ: ວາລະສານເອເລັກໂຕຼນິກ, ເຟສບຸກ, ຢູທູບ, ຕິກຕ໋ອກ. ພຶດຕິກຳການອ່ານຂອງຄົນປ່ຽນໄປແລ້ວ, ພວກເຮົາຕ້ອງເອົາເນື້ອໃນຂອງພັກ ໄປຢູ່ໃນໜ້າຈໍມືຖືຂອງປະຊາຊົນໃຫ້ໄດ້ໄວທີ່ສຸດ.ຍຸດທະສາດການດຶງດູດຊາວໜຸ່ມ-ເຍົາວະຊົນ (Gen Z). ວາລະສານໂຄສະນາ ມີອາຍຸ 40 ປີແລ້ວ ຈະເຮັດແນວໃດຈຶ່ງຈະບໍ່ຖືກເບິ່ງວ່າເປັນເລື່ອງຂອງຄົນຮຸ່ນເກົ່າ,ພວກເຮົາຕ້ອງຊອກຫາວິທີເຊື່ອມຕໍ່ກັບຊາວໜຸ່ມ-ເຍົາວະຊົນ ຊຶ່ງເປັນກຳລັງແຮງສືບທອດຂອງຊາດ. ຕ້ອງປ່ຽນ "ວາດການຂຽນ" ແລະ ວິທີການເລົ່າເລື່ອງ (Storytelling) ໃຫ້ສັ້ນ, ກະທັດຮັດ, ແຕ່ຄົມຄາຍ. ຕ້ອງປູກຝັງອຸດົມການ ຜ່ານຮູບແບບທີ່ທັນສະໄໝ ເພື່ອແຍ່ງຊິງພື້ນທີ່ແນວຄິດໃນກຸ່ມຄົນຮຸ່ນໃໝ່ ໃຫ້ໄດ້ຢ່າງເດັດຂາດ.ການເປັນກອງໜ້າໃນການປົກປ້ອງແນວຄິດ ແລະ ຕ້ານຂ່າວປອມ (Fake News). ເມື່ອມີເຫດການທີ່ອ່ອນໄຫວ ຫຼື ມີຂ່າວປອມເກີດຂຶ້ນ, ວາລະສານໂຄສະນາ ແລະ ບັນດາສື່ຫຼັກ ຕ້ອງເປັນສື່ກາງທີ່ອອກມາຊີ້ແຈງ, ເປັນແຫຼ່ງຄວາມຈິງທີ່ໜ້າເຊື່ອຖື. ຕ້ອງກ້າຕໍ່ສູ້ ແລະ ຕອບໂຕ້ການໂຄສະນາບິດເບືອນໃສ່ຮ້າຍປ້າຍສີ ຕໍ່ແນວທາງນະໂຍບາຍຂອງພັກ ຢ່າງທັນການ ແລະ ເດັດຂາດທີ່ສຸດ ແລະ ການຂະຫຍາຍຕາໜ່າງເພື່ອນຮ່ວມງານ ແລະ ກົນໄກແຮງຈູງໃຈ.ຕ້ອງສ້າງກົນໄກປະສານງານກັບເພື່ອນຮ່ວມງານ ຢ່າງກົມກຽວ ນັບແຕ່ຂັ້ນສູນກາງ ລົງຮອດຄະນະໂຄສະນາອົບຮົມແຂວງ ແລະ ເມືອງ. ການຂຽນບົດບໍ່ແມ່ນໜ້າທີ່ຂອງໃຜຜູ້ໜຶ່ງ, ແຕ່ເປັນຄວາມຮັບຜິດຊອບລວມ. ຄະນະນຳທຸກຂັ້ນ ຕ້ອງເປັນແບບຢ່າງໃນການຂຽນບົດ. ບົດຄວາມທີ່ດີໜຶ່ງບົດອາດຈະມີຄຸນຄ່າເທົ່າກັບການລົງໄປປາຖະກະຖາຫຼາຍຄັ້ງ, ດັ່ງນັ້ນ, ຕ້ອງມີນະໂຍບາຍສົ່ງເສີມນັກຂຽນ, ນັກຄິດ ຢ່າງເໝາະສົມ.
![]() |
(ຂ່າວ-ພາບ:ສຳນານ)



ຄໍາເຫັນ