ຫົວໜ້າ ຄອສພ ຢ້ຽມຢາມແຂວງ ໄຊຍະບູລີ

ຫົວໜ້າ ຄອສພ ຢ້ຽມຢາມແຂວງ ໄຊຍະບູລີ
ໃນວັນທີ 24 ມີນາຜ່ານມາ, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ລົງຢ້ຽມຢາມ ແຂວງ ໄຊຍະບູລີ, ໂດຍໃຫ້ການຕ້ອນຮັບຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ໄຊຍະບູລີ, ມີພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງໃຫ້ການຕ້ອນຮັບ.
    ກ່ອນອື່ນການນໍາຂອງແຂວງແມ່ນໄດ້ນໍາພາທີມງານຂອງ ຄອສພ ລົງຢ້ຽມຢາມການລ້ຽງງົວທອມຂອງປະຊາຊົນ ບ້ານນາໂສມໃຫຍ່, ຢ້ຽມຢາມກຸ່ມຫັດຖະກໍາຕໍ່າຫູກ ບ້ານແສງຈະເລີນ, ໂຮງງານລ້າງໝາກຖົ່ງເຫຼືອງຟັກສົດຂອງນັກທຸລະກິດຈາກ ສປ ຈີນ, ໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດ ກ້າວໜ້າລາວ ຈໍາກັດ ຢູ່ບ້ານນາຊໍ່າ ແລະ ຢ້ຽມຢາມໂຮງງານຜະລິດເສັ້ນໝີ່ຂອງປະຊາຊົນ ບ້ານຖິ່ນ.
 ໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງປະຊາຊົນຜູ້ລ້ຽງ ຜູ້ຜະລິດເປັນສິນຄ້າ ແລະ ຜູ້ປະກອບການຊາວຈີນທີ່ມີຄວາມຕັດສິນໃຈໃນການລົງທຶນ, ພ້ອມທັງໄດ້ເນັ້ນໜັກໃຫ້ສືບຕໍ່ຄື: ສໍາລັບຜູ້ລ້ຽງແມ່ນໃຫ້ເອົາໃຈໃສ່ໃນການເບິ່ງແຍງສຸຂະພາບຂອງສັດ, ການໃຫ້ອາຫານທີ່ມີປະໂຫຍດໃຫ້ທາດໂປຼຕີນສູງ ເພື່ອໃຫ້ສັດໃຫຍ່ໄວ ແລະ ມີນໍ້າໜັກໄດ້ຕາມມາດຖານຂອງທ້ອງຕະຫຼາດ, ສໍາລັບຜູ້ຜະລິດເສັ້ນໝີ່ແມ່ນໃຫ້ເນັ້ນຄຸນນະພາບ, ເນັ້ນຄວາມສະອາດ, ຮັກສາສິ່ງແວດລ້ອມບໍ່ໃຫ້ມີຜົນກະທົບກັບປະຊາຊົນທີ່ຢູ່ໃກ້ຄຽງ ແລະ ໂຮງງານແປ້ງມັນຕົ້ນແມ່ນໃຫ້ສືບຕໍ່ຊຸກຍູ້ປະຊາຊົນຢູ່ແຕ່ລະເຂດ, ແຕ່ລະທ້ອງຖິ່ນໃຫ້ປູກມັນຕົ້ນປ້ອນໂຮງງານ ໂດຍໃຫ້ປູກໜູນວຽນແບບຕໍ່ເນື່ອງ ເພື່ອປ້ອງກັນບໍ່ໃຫ້ມັນຕົ້ນລົ້ນໂຮງງານ ແລະ ສາມາດຜະລິດແປ້ງໄດ້ຕະຫຼອດປີ, ພ້ອມດຽວກັນຕ້ອງເອົາໃຈໃສ່ຕໍ່ກັບສິ່ງເສດເຫຼືອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສືກສາຄວາມເປັນໄປໄດ້ເພື່ອສ້າງຕັ້ງໂຮງງານຜະລິດຫົວອາຫານສັດໄປພ້ອມ ເພື່ອລຸດຜ່ອນການນໍາເຂົ້າຫົວອາຫານສັດຈາກຕ່າງປະເທດ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ 30,767 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງ ຈຸດເຊັກພອຍ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງຝາກທີ່ລະນຶກ ແລະ ຈຸດຊົມວິວ ກຳແພງຍັກ ຢູ່ເຂດບ້ານ ໃໝ່ໂພສີ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດ ວີເອັມແອວ (VML) ຈຳກັດຜູ້ດຽວ.
ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນານີ້,
ເປີດນໍາໃຊ້ລະບົບພາສີທັນສະໄໝ

ເປີດນໍາໃຊ້ລະບົບພາສີທັນສະໄໝ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ພິທີປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ ແຂວງ​ສາ​ລະ​ວັນ ໄດ້ຈັດຂື້ນໃນວັນທີ 3 ມິຖຸນາ 2026, ທີ່ຕາແສງພູຖ້ຳພວງ, ໂດຍມີ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊົນແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (2 ພຶດສະພາ 1971-2 ພຶດສະພາ 2026) ແລະ ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ