ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ຢູ່ແຂວງເຊກອງ

ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ຢູ່ແຂວງເຊກອງ

ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ຢູ່ແຂວງເຊກອງ
ວັນທີ 19 ພະຈິກນີ້, ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ ນາງ ເພັດດາວອນ ວາດສະຫງ່າ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງເຊກອງ ພ້ອມຄະນະນໍາ.
ຫວໜາຫອງວາການສານກງານນາຍກລດຖະມນຕ ຊກຍວຽກງານປບປງກງຈກການຈດຕງ ຢແຂວງເຊກອງ - image 1
 

ທ່ານ ນາງ ເພັດດາວອນ ວາດສະຫງ່າ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງຫ້ອງວ່າການແຂວງ ໂດຍສະເພາະ ການໂອນວຽກງານພະແນກພາຍໃນ ມາຂຶ້ນກັບ ຫ້ອງວ່າການແຂວງ ໂດຍປະຕິບັດຕາມ ຄໍາແນະນໍາ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 483/ຄລສພ, ລົງວັນທີ 4 ເມສາ 2025 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ; ມາຮອດປັດຈຸບັນ ພາຍຫຼັງ ກອງປະຊຸມສະພາ ປະຊາຊົນແຂວງ ໄດ້ຮັບຮອງການປັບປຸງກົງຈັກການຈັດຕັ້ງ ຂອງອົງການປົກຄອງແຂວງ. ຫ້ອງວ່າການແຂວງ ໃນນາມ ຄະນະປັບປຸງກົງຈັກຂັ້ນແຂວງ ກໍຄືຄະນະປັບປຸງກົງຈັກການຈັດຕັ້ງ ຂອງຫ້ອງວ່າການແຂວງ ກໍໄດ້ມີການປະສານສົມທົບກັບຄະນະປັບປຸງກົງຈັກ ການຈັດຕັ້ງຂັ້ນແຂວງ ໂດຍສະເພາະຄະນະຈັດຕັ້ງແຂວງ ແລະ ຂະແໜງ ການສາຍຕັ້ງ ເພື່ອປັບປຸງ-ຊັບຊ້ອນບຸກຄະລາກອນຄືນໃໝ່. ພາຍຫຼັງ ທັງສອງການຈັດຕັ້ງໂຮມມາຂຶ້ນກັບ; ກົງຈັກການຈັດຕັ້ງ ປະກອບມີ 6 ຂະແໜງ, ມີພະນັກງານລັດຖະກອນ ທັງໝົດ 80 ທ່ານ ຍິງ 30 ທ່ານ. ຈາກນັ້ນ, ບັນດາການນໍາທັງສູນກາງ ແລະ ຂັ້ນແຂວງ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ວຽກງານປັບກົງຈັກການຈັດຕັ້ງ ເພື່ອກຳນົດພາລະບົດບາດ, ຂອບເຂດສິດ ແລະ ໂຄງປະກອບກົງຈັກການຕັ້ງ ໃຫ້ມີຄວາມຄ່ອງຕົວ ແລະ ແທດເໝາະກັບວຽກງານຕົວຈິງຂຶ້ນເທື່ອລະກ້າວ.

ໂອກາດນີ້, ທ່ານ ບົວຄົງ ນາມມະວົງ ໄດ້ເນັ້ນໃຫ້ຄະນະນໍາຫ້ອງວ່າການແຂວງເຊກອງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວພະນັກງານພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮັບຮູ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຕິດພັນກັບການຈັດຕັ້ງຜັນຂະຫຍາຍໃຫ້ກວ້າງຂວາງ ເພື່ອຫັນມາເປັນແຜນງານອັນລະອຽດໃນການຈັດຕັ້ງປະຕິບັດວຽກງານໃນຂະແໜງການຕົນໃຫ້ພັດທະນາຂຶ້ນເທື່ອກ້າວ. ສືບຕໍ່ປະຕິບັດໜ້າທີ່ການເມືອງວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດຕາມແຜນທີ່ວາງໄວ້, ສືບຕໍ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ປະຕິບັດແບບລວມສູນ ປະຊາທິປະໄຕ ເປັນໝູ່ຄະນະ, ເຮັດວຽກມີແຜນການ ມີໂຄງການອັນລະອຽດ ຕິດພັນກັບການຕິດຕາມກວດ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານເປັນປະຈໍາ, ເຮັດວຽກຕິດແທດກັບຮາກຖານຕົວຈິງ, ສືບຕໍ່ການປະສານງານຢ່າງກົມກຽວແຕ່ສູນກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານມີຄວາມສະດວກ ຄ່ອງຕົວດີ ຂຶ້ນກວ່າເກົ່າ.

(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບໃບຕາດິນໃຫ້ປະຊາຊົນ 38 ຄອບຄົວ ບ້ານນາຄໍາ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ອ່າງເກັບນໍ້າຍອດຫ້ວຍທ່າຮາວ.

ມອບໃບຕາດິນໃຫ້ປະຊາຊົນ 38 ຄອບຄົວ ບ້ານນາຄໍາ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ອ່າງເກັບນໍ້າຍອດຫ້ວຍທ່າຮາວ.

ປະຊາຊົນບ້ານນາຄໍາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຜູ້ທີ່ຖືກຜົນກະທົບ ຈາກໂຄງການ ກໍ່ສ້າງຊົນລະກະເສດ ອ່າງເກັບນໍ້າຍອດຫ້ວຍ ທ່າຮາວ ໄດ້ຮັບໃບຕາດິນຈໍານວນ 38 ຄອບຄົວ ຊຶ່ງມີ 46 ຕອນ ໃນເນື້ອທີ່ 92 ເຮັກຕາກວ່າ,
ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ

ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ

ໃນຕອນເຊົ້າຂອງວັນທີ 20 ພະຈິກ ນີ້, ທີ່ເມືອງວັງວຽງ, ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝໂດຍການໃຫ້ກຽດເປັນປະທານຂອງທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຕາງໜ້າຈາກຫ້ອງການ, ບັນດາກົມ, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ ແລະ ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດເຂົ້າຮ່ວມ ຈຳນວນ 41 ທ່ານ.
ງານສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີ

ງານສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີ

ສະພາແຫ່ງຊາດ ໄດ້ຈັດງານສະແດງຜົນງານການເຄື່ອນໄຫວ ຄົບຮອບ 50 ປີ ຂຶ້ນທີ່່ຫໍສະພາແຫ່ງຊາດ ໃນລະຫວ່າງວັນທີ 19-21 ພະຈິກນີ້; ພິທີເປີດງານດັ່ງກ່າວ, ມີ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຄະນະເລຂາທິການສະພາແຫ່ງຊາດ, ກໍາມາທິການຕ່າງໆ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຄໍາມ່ວນເກັບກ່ຽວເຂົ້ານາປີສໍາເລັດ 100%

ຄໍາມ່ວນເກັບກ່ຽວເຂົ້ານາປີສໍາເລັດ 100%

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ ຄາດຄະເນຜົນຜະລິດ 122,748 ໂຕນ.
ຮອງເຈົ້າແຂວງໄດ້ລົງຕິດຕາມໂຄງການກໍ່ສ້າງດ່ານສາກົນນໍ້າເງິນ

ຮອງເຈົ້າແຂວງໄດ້ລົງຕິດຕາມໂຄງການກໍ່ສ້າງດ່ານສາກົນນໍ້າເງິນ

ວັນທີ 19 ພະຈິກ 2025ນີ້, ຢູ່ທີ່ດ່ານສາກົນນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ, ທ່ານສົມຈິດຈັນທະວົງຮອງເຈົ້າແຂວງໄຊຍະບູລີຜູ້ຊີ້ນໍາຂົງເຂດເສດຖະກິດ ຂັ້ນແຂວງ ພ້ອມດ້ວຍທິມງານໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ໂຄງການກໍ່ສ້າງດ່ານສາກົນນໍ້າເງິນ.
ແກ່ນທ້າວປະກາດການຈັດຕັ້ງ ຄະນະນໍາເມືອງ

ແກ່ນທ້າວປະກາດການຈັດຕັ້ງ ຄະນະນໍາເມືອງ

ໃນວັນທີ 18 ພະຈິກນີ້ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປະກາດບົ່ງຕົວແຕ່ງຕັ້ງຄະນະປະຈໍາພັກເມືອງຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ສູນຝຶກອົບຮົມ ກອງພົນທີ 3 ສໍາເລັດການອົບຮົມ-ຫັດແອບຍີງລູກປືນແທ້ປະຈໍາປີ 2025

ສູນຝຶກອົບຮົມ ກອງພົນທີ 3 ສໍາເລັດການອົບຮົມ-ຫັດແອບຍີງລູກປືນແທ້ປະຈໍາປີ 2025

ໃນວັນທີ 17 ພະຈິກຜ່ານມາ, ສູນຝຶກອົບຮົມ ກອງພົນທີ 3 ໄດ້ສໍາເລັດການອົບຮົມ - ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານ ສູນຝຶກອົບຮົມ, ສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກຫົວໜ້າການເມືອງ.
ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ

ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ

ໃນຕອນເເລງ ວັນທີ 14 ພະຈິກ ຜ່່ນມາທີ່ຫໍປະຊຸມເເຫ່ງຊາດ ນະຄອນຫຼວງວຽງຈັນ ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຂຶ້ນຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ 2024 ຄົບຮອບ 35 ປີ ຂອງ ສະພາການຄ້າ ເເລະ ອຸດສາຫະກຳເເຫ່ງຊາດລາວ ໃຫ້ກຽດມອບລາງວັນໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ເເລະ ການຄ້າ ເເລະ ຕາງໜ້າຮັບລາງວັນໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຂະເເໜງຈັດຕັ້ງ-ບໍລິຫານ, ທ່ານ ທ່ອນເເກ້ວ ສີຫາວົງ ຜູ້ອຳນວຍການ ບໍລິສັດ ທີພລັດດີຈີຕອນ ຈຳກັດຜູ້ດຽວ.
ຕະຫຼອດ50ປິວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ເຕີບໃຫຍ່ຂະຫຍາຍ  ຕົວຢ່າງບໍ່ຢຸດຢັ້ງ

ຕະຫຼອດ50ປິວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ

ໃນໂອກາດ ຄົບຮອບ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ . ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ວັນຊາດ ທີ 2 ທັນວາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຍິ່ງໃຫຍ່ທາງປະຫວັດສາດ ແລະ ຍຸກສະໄໝຂອງຊາດລາວ, ເປັນຂີດໝາຍສິ້ນສຸດຂອງລະບອບລາຊາທິປະໄຕທີ່ລ້າສະໄໝ ແລະ ແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຢູ່ປະເທດເຮົາ ແລະ ສະຖາປະນາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງເປັນລະບອບປະຊາທິປະໄຕ ປະຊາຊົນ ຄັ້ງທຳອິດ ໃນປະຫວັດສາດຫຼາຍພັນປີຂອງຊາດລາວ. ຊຶ່ງແມ່ນໝາກຜົນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທີ່ຍືດເຍື້ອຍາວນານ ຂອງປະຊາຊົນ ລາວບັນດາເຜົ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສ ແລະ ແຫຼມຄົມ ຂອງພັກປະຊາຊົນ ປະຕິວັດລາວ (ປປ ລາວ), ຕະຫຼອດ ໄລຍະກວ່າເຄິ່ງສະຕະວັດ, ຊຶ່ງບໍ່ເປັນພຽງແຕ່ຂີດໝາຍປະຫວັດສາດເປັນຈຸດປ່ຽນແປງຂອງຊາດລາວ, ແຕ່ຍັງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ພາລະກິດປະຕິວັດປົດປ່ອຍຊາດຂອງບັນດາປະເທດອິນດູຈີນ, ພ້ອມທັງສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ໂຄງການການເມືອງ ສັງຄົມຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.
ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ຮັບປະກັນຈ່າຍຖືກຊະນິດຄົບຖ້ວນ ແລະ ທັນເວລາ

ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ຮັບປະກັນຈ່າຍຖືກຊະນິດຄົບຖ້ວນ ແລະ ທັນເວລາ

ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ແມ່ນສາງຍຸດທະສາດຂອງກະຊວງປ້ອງກັນປະເທດ ພາຍໃຕ້ການ ຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງຄະນະພັກອົງການກົມໃຫຍ່ພະລາທິການ ແລະ ກົມນໍ້າມັນເຊື້ອໄຟ ເປັນເສນາທິການໃຫ້ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ມີໜ້າທີ່ຄຸ້ມຄອງປົກປັກຮັກສາທາງດ້ານຈຳນວນ ແລະ ຄຸນນະພາບຂອງນໍ້າມັນເຊື້ອໄຟ, ຮັບ ແລະ ເບີກຈ່າຍນໍ້າມັນເຊື້ອໄຟໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນທີ່ເຄື່ອນໄຫວ ກຽມພ້ອມສູ້ຮົບ ແລະ ຝຶກແອບຮໍ່າຮຽນ, ການຈ່າຍນໍ້າມັນ ແມ່ນຈ່າຍຕາມຄໍາສັ່ງ, ຕາມບົງສັ່ງຈ່າຍຂອງກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ຈ່າຍຖືກຊະນິດ, ຄົບຖ້ວນ ແລະ ທັນເວລາ.
ເພີ່ມເຕີມ