ຫສນຍ ຈັດພິທີບາສີສູ່ຂວັນ ໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ

ຫສນຍ ຈັດພິທີບາສີສູ່ຂວັນ ໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ
ໃນວັນທີ 11 ເມສາ ຜ່ານມາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີບາສີສູ່ຂວັນ ອວຍພອນຊຶ່ງກັນ ແລະ ກັນ ໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2567 ຊຶ່ງນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າ ຫສນຍ; ມີພັນລະຍາການນຳຂັ້ນສູງ, ລັດຖະມົນຕີປະຈຳ ສນຍ ຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າຮ່ວມ.
ຈຸດປະສົງຂອງການຈັດພິທີ ເພື່ອອານຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຄົນລາວ; ເພື່ອເປັນການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມໃກ້ຊິດເຊິ່ງກັນ ແລະ ກັນ, ທັງຊົມເຊີຍຜົນສຳເລັດຂອງພະນັກງານທຸກຄົນ ຂອງ ຫສນຍ ທີ່ໄດ້ມາຈາກໝາກຜົນແຫ່ງຄວາມສາມັກຄີ, ບຸກບືນ ພະຍາຍາມ ເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າ ໃນໄລຍະທີ່ຜ່ານມາ.
ກິດຈະກຳພາຍໃນງານ ແມ່ນໄດ້ບາສີສູ່ຂວັນ, ສົມມາ ແລະ ອວຍພອນແດ່ການນຳຂັ້ນສູງ, ພະນັກງານອາວຸໂສບຳນານ. ພ້ອມນັ້ນ ຜູ້ເຂົ້າຮ່ວມກໍໄດ້ອວຍພອນ ເຊິ່ງກັນ ແລະ ກັນ ເຮັດໃຫ້ບັນຍາກາດ ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ສະໜິດສະໜົມ ແລະ ເບີກບານມ່ວນຊື່ນ ເປັນຢ່າງດີ.
ກາບກອນອວຍພອນຄະນະນຳ-ພະນັກງານ ຫສນຍ
1. ໂອກາດ ປີໃໝ່ໄດ້ ດັ້ນດຸ່ງເດີນມາ
ພ.ສ ສອງພັນຫ້າຮ້ອຍ ຫົກສິບເຈັດ ຂວບມາປີນີ້
ນາງສັງຂານຂີ່ນົກຍຸງຄຳຜ້າຍ ສະບາຍດີປີງູໃຫຍ່
ມະໂລງ ໄຂເບີກຟ້າ ປະຊາໄດ້ພັດທະນາ
2. ນັບວ່າບຸນສົ່ງຍູ້ ຊູຊ່ວຍເສີມສະຕາ
ອາວຸໂສບຳນານ ຈຶ່ງໄດ້ມາອວຍພອນ ທ່ານຜູ້ນຳຫຼາຍຂັ້ນ
ລວມເຖິງບັນດາຊັ້ນ ບໍລິຫານທຸກປະເພດ
ພະນັກງານທຸກຖ້ວນໜ້າ ອາວຸໂສບຳນານ ປະສົງຍໍຍື່ນຕ້ອນ
ພອນໃຫ້ແກ່ທຸກຄົນ ກ່ອນແລ້ວ
3. ສິບນີ້ວນົບນອບນ້ອມ ໃຫ້ຄຸນຄ່າການນຳພາ
ຂໍເທີດທູນບູຊາ ທ່ານຜູ້ນຳທັງຄ້າຍ
ຂໍທ່ານທູນຮັບໄວ້ ພອນໄຊທີ່ຮຽມກ່າວ
ຂໍຈົ່ງພາທົ່ວດ້າວ ລາວໄດ້ຮຸ່ງຈະເລີນ ນັ້ນທ້ອນ
4. ສນຍ ນັ້ນ ຄືຜູ້ສ້າງ ເສີມສົ່ງບາລະມີ
ສານຕໍ່ຕາມແນວທາງ ສູ່ຈຸດໝາຍພັກວາງໄວ້
ເປັນຂົວຄຳນຳພາຂ້າມ ທານນະທີສະໝຸດໃຫຍ່
ເປັນແສງໄຟຮຸ່ງໃຕ້ ເຍືອງໃຫ້ ດຸ່ງເດີນ ແທ້ແລ້ວ
5. ສນຍ ເປັນຜູ້ແນສັ່ງຊີ້ ມີຄຸນຄ່າສ້າງສັງຄົມ
ທຳຢ່າງສົມສັກສີ ທີ່ປາຖະໜາສ້າງ
ຮູ້ຈັກວາງໄລເວັນ ແນວບໍ່ດີທີ່ດ້ອຍຄ່າ
ພາປະຊາໄຕ່ເຕົ້າ ເດີນກ້າວ ຮ່ວມສະໄໝ ນັ້ນແລ້ວ
6. ໂອກາດແສນປະເສີດນີ້ ຊິຂໍສົ່ງພອນໄຊ
ໃຫ້ແກ່ອົງການນຳ ທຸກສໍ່າສໍາລານສ້າງ
ເປັນຮົ່ມໂພໄຊກັ້ງ ບັງພົນຕູ້ມໄຜ່
ຊື່ສຽງລືເລື່ອງກ້ອງ ນຳພາຊາວພີ່ນ້ອງ
ຄອງຢັ້ງຢູ່ສະຖຽນ ນັ້ນທ້ອນ
ແຕ່ງໂດຍ: ຈັນດີ ປານແກ້ວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ