ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ
ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ເວົ້າລວມ, ເວົ້າສະເພາະ ເພື່ອເຮັດໃຫ້ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສູ່ວຽກງານຕົວຈິງໂດຍໄວ. ໃນວັນທີ 16 ມີນາ ນີ້ ການນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ພົບປະໂອ້ລົມ ແລະ ເຜີຍແຜ່ເອກະສານ ທີ່ຕິດພັນກັບການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ຫສນຍ, ພາຍໃຕ້ການເປັນປະທານ ຂອງທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ; ມີທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ ແລະ ບັນດາຮອງຫົວໜ້າກົມພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
ຫສນຍ ເຜຍແຜເອກະສານ ເພມທະວແກໄຂຜນກະທບຈາກລາຄານາມນເຊອໄຟ - image 1
 

 

ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ຮ່ວມປະກອບຄຳເຫັນແລກປ່ຽນ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການກຳນົດນະໂຍບາຍຫຼຸດຜ່ອນຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ເປັນຕົ້ນ ການຄົ້ນຄວ້ານະໂຍບາຍລົດໄຟຟ້າ; ການຄົ້ນຄວ້ານະໂຍບາຍດ້ານການບໍລິຫານວຽກງານ; ການຜັດປ່ຽນກັນປະຈຳການ ແລະ ເຮັດວຽກທາງໄກຜ່ານອອນລາຍ; ການກຳນົດນະໂຍບາຍສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ອື່ນໆ ຊຶ່ງບັນດານະໂຍບາຍເຫຼົ່ານັ້ນ ແມ່ນຄຳນຶງບົນພື້ນຖານ ໄລຍະສັ້ນ-ໄລຍະຍາວ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ຫົວໜ້າ ຫສນຍ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນໃຫ້ກຳແໜ້ນເນື້ອໃນຄຳສັ່ງ ວ່າດ້ວຍການເພີ່ມທະວີການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໂດຍສະເພາະບັນດາໜ້າວຽກ ແລະ ຄວາມຮັບຜິດຊອບ ການເປັນເສນາທິການ ໃຫ້ແກ່ລັດຖະບານ ໂດຍໃຫ້ຄົ້ນຄວ້າຜັນຂະຫຍາຍເປັນອັນລະອຽດ ແລະ ຖືກຈັດຕັ້ງປະຕິບັດໂດຍໄວ; ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ລັດຖະກອນ ໂດຍກຳໄດ້ແນວຄິດ, ຄວາມຫຍຸ້ງຍາກ ເພື່ອແກ້ໄຂບັນຫາໃຫ້ແທດເຖິງຕົວຈິງ; ໃຫ້ສືບຕໍ່ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳຂອງພັກ-ລັດ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ; ສືບຕໍ່ປັບປຸງການຈັດຕັ້ງ ຕາມທິດກະທັດຮັດ ແລະ ສົມເຫດສົມຜົນ; ມີສະຕິ ແລະ ໃຫ້ທັດສະນະທີ່ຖືກຕ້ອງ ຕໍ່ບັນຫາຕ່າງໆ ທີ່ສັງຄົມ ແລະ ຊຸມຊົນທີ່ຢູ່ອາໄສຕັ້ງຂຶ້ນ; ປັບປຸງກົນໄກ ແລະ ແບບແຜນວີທີເຮັດວຽກ ສູ່ທັນສະໄໝ, ປະຢັດມັດທະຍັດ ແລະ ມີປະສິດທິຜົນສູງ; ພ້ອມກັນຮັກສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນ ຫສນຍ. ສຳລັບການກຳນົດນະໂຍບາຍລະອຽດ ເພື່ອຫຼຸດຜ່ອນຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ແມ່ນໃຫ້ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າກຳນົດ ໃຫ້ສາມາດເລີ່ມຈັດຕັ້ງປະຕິບັດໄດ້ໂດຍໄວ.

ຂ່າວ: ກົມປະຊາສໍາພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

​ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ຜະລິດຕະພັນຂອງຄົນລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ, ຜະລິດຕະພັນກາເຟ "ມິຣາໂຄລາວ" (Miracle Lao) ໄດ້ເຂົ້າຮ່ວມບໍລິການເຄື່ອງດື່ມກາເຟໃຫ້ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ 3RC-CCM ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 14 ຫາ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ປະເທດລາວ ອຸດົມສົມບູນໄປດ້ວຍພືດພັນທັນຍາຫານທໍາມະຊາດທີ່ຫຼາກຫຼາຍ ນັບທັງປຸງແຕ່ງເປັນອາຫານ, ປຸງແຕ່ງຢາເພື່ອປິ່ນປົວພະຍາດ-ຮັກສາສຸຂະພາບ ແລະ ນໍາໃຊ້ເຂົ້າໃນວຽກງານອຸດສາຫະກໍາຕ່າງໆ.
ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.
ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ວັນທີ 17 ກັນຍານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຊ່ວຍວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ໂດຍການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານການນໍາຂອງແຂວງ, ການນໍາຂັ້ນເມືອງ, ບັນດາພະແນກການ, ຂະແໜງການຕ່າງໆຂັ້ນແຂວງເຂົ້າຮ່ວມ.
ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ວັນທີ 17 ກັນຍາ 2026 ທີ່ກອງບັນຊາການ ປກສ ແຂວງຄຳມ່ວນ,ທ່ານນາງ ຖະໜອມຈິດ ໂຄດພູທອນ ພັນລະຍາຂອງທ່ານເລຂາພັກແຂວງຄຳມ່ວນ ໄດ້ມອບຕັ່ງ ຈຳນວນ 50ໜ່ວຍ ໃຫ້ແກ່ ປກສ ແຂວງ ເພື່ອນຳໃຊ້ໃນວຽກງານ.
ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ເພື່ອເປັນການສ້າງຂະບວນການເນື່ອງໃນວັນສຳຄັນຂອງພັກ-ຂອງຊາດ, ພ້ອມທັງຮ່ວມຊ່ວຍເຫຼືອຄົນເຈັບ, ສະໜອງເລືອດໃຫ້ພຽງພໍ ແລະ ກຽມພ້ອມຮັບມືກັບເຫດການສຸກເສີນທີ່ອາດເກີດຂຶ້ນ, ພ້ອມທັງປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອົງການກາແດງແຂວງໃຫ້ເກີດຜົນເປັນຈິງ.ດັ່ງນັ້ນໃນວັນທີ 17 ກັນຍາ 2026, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງອັດຕະປື ແລະ ອົງການກາແດງແຂວງ ໄດ້ຮ່ວມກັນຈັດກິດຈະກຳບໍລິຈາກເລືອດຈາກອາສາສະໝັກຊາວໜຸ່ມອ້ອມຂ້າງແຂວງ ຂຶ້ນທີ່ສຳນັກງານຄະນະບໍລິຫານງານຊາວໜຸ່ມແຂວງ ພາຍໃຕ້ຫົວຂໍ້: “ໃຫ້ເລືອດ ໃຫ້ຊີວິດ ຊາວໜຸ່ມລາວເຮັດດ້ວຍໃຈ ອາສາສະໝັກ ໂດຍບໍ່ຫວັງສິ່ງຕອບແທນ”, ເພື່ອຮ່ວມແຮງຮ່ວມໃຈຊ່ວຍເຫຼືອເພື່ອນມະນຸດທີ່ຕ້ອງການເລືອດ.
ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ໃນວັນທີ 14 ກັນຍາຜ່ານມານີ້ ທີ່ ເມືອງໄຊ ແຂວງອຸດົມໄຊ, ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ກສ ໄດ້ລົງຢ້ຽມຢາມ ໂຄງການຊົນລະປະທານ ອ່າງເກັບນ້ຳ ນ້ຳຫີນ. ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ, ຫົວໜ້າສູນກະສິກຳ ພາກເໜືອ ພ້ອມດ້ວຍທີມງານຂອງແຂວງ ຮ່ວມຕິດຕາມ.
ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການຮາໂລທຣາສທ໌ (HALO Trust) ໄດ້ສືບຕໍ່ດຳເນີນພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງສະຫວັນນະເຂດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນໃນທ້ອງຖິ່ນ.
ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນພູມປັນຍາຊົນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ເພື່ອເຜີຍແຜ່ ຄຸນຄ່າຂອງພູມປັນຍາທ້ອງຖິ່ນພ້ອມທັງສືບສານ ແລະ ຕໍ່ຍອດ ມໍລະດົກຂອງຊົນເຜົ່າ.
ເພີ່ມເຕີມ