ຫສພ ຈັດກອງປະຊຸມປຶກສາຫາລືວຽກງານສຳຄັນ 

ຫສພ ຈັດກອງປະຊຸມປຶກສາຫາລືວຽກງານສຳຄັນ 
ໃນວັນທີ6 ກຸມພາ ນີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາ ແລະ ຜັນຂະຫຍາຍແນວຄິດຊີ້ນຳ ຂອງເລຂາທິການໃຫຍ່ ກ່ຽວກັບການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ (ສອຈ) ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີບັນດາສະຫາຍຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ. 
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກ່ຽວກັບການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງທີ່ສະເໜີອອກໃນກອງປະຊຸມວຽກງານການເງິນທົ່ວປະເທດປະຈຳປີ 2023, ໃນວັນທີ 19 ທັນວາ 2023ຜ່ານມາ.ດັ່ງນັ້ນ, ຫ້ອງວ່າການສູນກາງພັກ ໃນຖານະທີ່ເປັນອົງການເສນາທິການ ຊ່ວຍກົມການເມືອງ, ຄະນະເລຂາທິການສູນກາງພັກ ແລະຄະນະບໍລິຫານງານສູນກາງພັກ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ຫັນທິດຊີ້ນໍາ ສ້າງເປັນໂຄງການຄົ້ນຄວ້າວິທະຍາສາດ, ສ້າງເປັນແຜນການ, ແຜນດໍາເນີນງານລະອຽດຈະແຈ້ງ ແນໃສ່ຍົກລະດັບຄວາມສາມາດໃນການຄົ້ນຄວ້າ, ກໍຄືການສ້າງນັກວິເຄາະ, ວິໄຈ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ເຂັ້ມແຂງ, ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມທັງເປັນການກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທີ່ຈະມາເຖິງນີ້. ຂ່າວ-ພາບ: ວິວັດ ພົມມະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳແຫ່ງຊາດ (13 ກໍລະກົດ) ປະຈຳປີ 2025 ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປ່ອຍປາ ທີ່ວັງສະຫງວນ ບ້ານຄຽງຕັງແລ ໂດຍການເຂົ້າຮ່ວມຂອງທ່ານ ເພັດພະຈັນ ພິມທິສານ ຮອງເລຂາພັກເມືອງ ປະທານຄະນະກຳມະການ ອົງການປົກຄອງເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ໃນໄລຍະ 6 ເດືອນ ຕົ້ນປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ໃນວັນທີ 14ກໍລະກົດຜ່ານມາ, ພະນັກງານ-ກຳມະກອນ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດບ້ານເມືອງກາງເມືອງຈຳປາສັກ ແຂວງຈໍາປາສັກໄດ້ພົບເຫັນພະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ຊຶ່ງພົບເຫັນໃນຂະນະທີ່ທຳການຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕເບື້ອງຕາເວັນຕົກ,ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ.ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.
ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ໃນວັນທີ່ 14 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ແຂວງອຸດົມໄຊໄດ້ຈັດກອງປະຊຸມ ພ້ອມທັງລົງກວດກາໂຄງການຕິດຕັ້ງລະບົບກ້ອງວົງຈອນປິດ ສາທາລະນະ ໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ຊຶ່ງໂຄງການໄດ້ດຳເນີນການຕິດຕັ້ງ ສຳເລັດ 100% ຕາມແຜນການທີ່ວາງໄວ້, ໂດຍມີ ທ່ານ ສຸດໃຈ ສຸດແສງເດືອນ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງ, ມີຄະນະກຳມະການ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກເມືອງພີນ ແຂວງສະຫວັນນະເຂດ,ຄະນະບໍລິຫານງານພັກເມືອງຊຸດໃໝ່, ພາຍໃຕ້ການນຳພາຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງກໍໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ,ໂດຍສະເພາະແມ່ນການປະຕິບັດຕາມຄຳສັ່ງເລກທີ 15/ນຍ,ຄຳສັ່ງເລກທີ11/ນຍ,ປະຕິບັດຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ເລກທີ 2151/ຄປພຂ ວ່າດ້ວຍການແກ້ໄຂປະກົດການຫຍໍ້ໃນສັງຄົມ.
ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳເພົ້າ ວັນນະວົງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ຂັ້ນນະຄອນຫຼວງວຽງຈັນ(ນວ) ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: ການຕັດສິນວ່ອງໄວ ຜ່ານກົນໄກດໍາເນີນຄະດີຕໍ່ເນື່ອງ, ການຕັດສິນຖືກຕ້ອງ ແລະ ພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ, ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິ້ນສຸດຕາມຂະບວນການຍຸຕິທໍາຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທ່ານນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ມີຄະນະປະທານ, ສະມາຊິກສະພາຜູ້ພິພາກສາ, ຮອງລັດຖະມົນຕີ ພ້ອມດ້ວຍຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ໃນວັນທີ 14-15 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງວຽງຈັນ, ຄະນະຮັບຜິດຊອບປະເມີນການຈັດຕັ້ງປະຕິບັດບັນດາຫົວໜ່ວຍ ຜູ້ພັດທະນາລະບົບໂປຣມແກຣມບັນຊີທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນກັບລະບົບ Taxrisຂອງຂະແໜ່ງສວຍສາອາກອນ ໄດ້ລົງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ສຸພັນ ວິລາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ, ມີທ່ານ ສັງທອງ ມິດດາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງອັດຕະປືຄັ້ງທີ Vll

ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງອັດຕະປືຄັ້ງທີ Vll

ໃນວັນທີ 15 ກໍລະກົດນີ້, ສະຫະພັນກຳມະບານແຂວງອັດຕະປືໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງຄັ້ງທີ Vllຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ,ມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີແຂກຖືກເຊີນພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.
ເພີ່ມເຕີມ