ຫສພ ປະກາດການຈັດຕັ້ງ ແລະ ເຊື່ອມຊຶມນິຕິກໍາຂອງພັກ-ລັດ

ຫສພ ປະກາດການຈັດຕັ້ງ ແລະ ເຊື່ອມຊຶມນິຕິກໍາຂອງພັກ-ລັດ

ຫສພ ປະກາດການຈັດຕັ້ງ ແລະ ເຊື່ອມຊຶມນິຕິກໍາຂອງພັກ-ລັດ
ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ເຊື່ອມຊຶມນິຕິກໍາສໍາຄັນຂອງພັກ-ລັດ ພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 8 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານ ຂອງທ່ານ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຫສພ, ເຂົ້າຮ່ວມ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ, ພະນັກງານ-ລັດຖະກອນ ພ້ອມດ້ວຍແຂກຖືກເຊີນ.
ຫສພ ປະກາດການຈດຕງ ແລະ ເຊອມຊມນຕກາຂອງພກ-ລດ - image 1
 

 

ໃນວາລະ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງ ການຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 122/ຄລສພ ລົງວັນທີ 5/6/2026 ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ, ຄະນະເລຂາທິການສູນກາງພັກ ຕົກລົງ ແຕ່ງຕັ້ງ ສະຫາຍ ສົມບັດ ເພັງພະຈັນ ເປັນຮອງຫົວໜ້າ ຫສພ, ຂໍ້ຕົກລົງ ຂອງຫົວໜ້າ ຫສພ ເລກທີ 420/ຫສພ, ລົງວັນທີ 1 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານໃຫ້ລັດຖະກອນ ຫສພ, ຫົວໜ້າ ຫສພ ຕົກລົງ ແຕ່ງຕັ້ງ ຈໍານວນ 3 ທ່ານ ຄື: ທ່ານ ຄໍາຫຼ້າ ໄຊສົມບັດ ຫົວໜ້າພະແນກ ຂຶ້ນເປັນ ຮອງຫົວໜ້າກົມ, ທ່ານ ນາງ ພັນໂນລາ ວົງປັນຍາ ຫົວໜ້າພະແນກ ຂຶ້ນເປັນ ຮອງຫົວໜ້າກົມຄົ້ນຄວ້າ-ສັງລວມ, ທ່ານ ນາງ ສີສະໄໝ ນາມແກ່ນທ້າວ ຫົວໜ້າພະແນກ ຂຶ້ນເປັນ ຮອງຫົວໜ້າກົມຄົ້ນຄວ້າ-ສັງລວມ.

ຫສພ ປະກາດການຈດຕງ ແລະ ເຊອມຊມນຕກາຂອງພກ-ລດ - image 2
 

ຈາກນັ້ນ, ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຮອງຫົວໜ້າ ຫສພ, ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທິດທາງແຜນການປະຈໍາປີ 2026, ທົ່ວອົງຄະນະພັກຫ້ອງວ່າການສູນກາງພັກ ມີໜ່ວຍພັກ ທັງໝົດ 12 ໜ່ວຍພັກ (ໃນນີ້ 1 ໜ່ວຍພັກເປັນໜ່ວຍພັກສ້າງຕັ້ງຂຶ້ນໃໝ່ ຄື: ໜ່ວຍພັກຫ້ອງການປະຕິຮູບລັດວິສາຫະກິດ), ມີ 11 ໜ່ວຍພັກແມ່ນໄດ້ສໍາເລັດແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2025 ຊຶ່ງຜ່ານການຄົ້ນຄວ້າຈາກກອງປະຊຸມ ຄະນະຮັບຜິດຊອບປະເມີນຜົນເຫັນວ່າ ບັນດາໜ່ວຍພັກໄດ້ວາງທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນແຕ່ລະດ້ານ ແມ່ນມີຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ສາມາດຍົກໃຫ້ເຫັນດ້ານດີ, ຜົນສໍາເລັດຂອງການນໍາພາ-ຊີ້ນໍາວຽກງານຖືກຕ້ອງຕາມລະບຽບຫຼັກການທີ່ກຳນົດໄວ້, ດັ່ງນັ້ນກອງປະຊຸມຈຶ່ງໄດ້ຕົກລົງຮັບຮອງເອົາ ຈໍານວນທັງໝົດ 11 ໜ່ວຍພັກ ຄື: ໜ່ວຍພັກກົມບໍລິຫານ, ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມກວດກາ, ໜ່ວຍພັກກົມຄົ້ນຄວ້າສັງລວມ, ໜ່ວຍພັກກົມເລຂານຸການ-ການນໍາ, ໜ່ວຍພັກກໍ່ສ້າງຮາກຖານການເມືອງ, ໜ່ວຍພັກກົມທ້ອງຖິ່ນຮາກຖານ, ໜ່ວຍພັກຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກ, ໜ່ວຍພັກກົມການເງິນ, ໜ່ວຍພັກກົມຄຸ້ມຄອງເງິນບໍາລຸງພັກ ແລະ ໜ່ວຍພັກກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ. ຜົນຂອງກອງປະຊຸມຄະນະປະຈຳພັກ ຄັ້ງວັນທີ 30/3/2026 ໄດ້ຕົກລົງເຫັນດີຮັບຮອງເອົາ 3 ໜ່ວຍພັກ ທີ່ຄົບມາດຖານເງື່ອນໄຂເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຄື: ໜ່ວຍພັກກົມກໍ່ສ້າງຮາກຖານການເມືອງ, ໜ່ວຍພັກກົມຄົ້ນຄວ້າສັງລວມ ແລະ ໜ່ວຍພັກກົມທ້ອງຖິ່ນ-ຮາກຖານ, ສໍາລັບ 5 ໜ່ວຍພັກແມ່ນເປັນໜ່ວຍພັກແຂງ ຄື: ໜ່ວຍພັກກົມບໍລິຫານ, ກົມຈັດຕັ້ງ, ກົມກວດກາ, ກົມເລຂານຸການ-ການນໍາ, ກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກ, ອີກ 3 ໜ່ວຍພັກແມ່ນເປັນໜ່ວຍພັກກາງ ຄື: ໜ່ວຍພັກກົມການເງິນ, ກົມຄຸ້ມຄອງເງິນບຳລຸງພັກ ແລະ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ໃນປີ 2025 ທົ່ວອົງຄະນະພັກຫ້ອງວ່າການສູນກາງພັກ ມີສະມາຊິກພັກທີ່ມີເງື່ອນໄຂປະເມີນທັງໝົດ 184 ສະຫາຍ ຍິງ 81 ສະຫາຍ, ຜົນການປະເມີນມີສະມາຊິກພັກແຂງ ຈໍານວນ 184 ສະຫາຍ ຍິງ 81 ສະຫາຍ ກວມ 100%.

ຫສພ ປະກາດການຈດຕງ ແລະ ເຊອມຊມນຕກາຂອງພກ-ລດ - image 3
 

ສາເຫດທີ່ພາໃຫ້ມີຜົນສໍາເລັດ ຍ້ອນມີນິຕິກຳເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ, ຍ້ອນຄວາມເອົາໃຈໃສ່ຂອງຄະນະປະຈຳພັກ, ຄະນະພັກຫ້ອງວ່າການສູນກາງພັກ ໃນການຊຸກຍູ້ບັນດາໜ່ວຍພັກ ພາຍໃນອົງຄະນະພັກ ຫສພ ໃຫ້ມີຄວາມຕື່ນຕົວ, ຕັ້ງໜ້າສູ້ຊົນກໍ່ສ້າງໜ່ວຍພັກຕົນໃຫ້ໄດ້ເປັນໜ່ວຍພັກນາມມະຍົດ, ສະມາຊິກພັກພາຍໃນໜ່ວຍເປັນສະມາຊິກພັກແຂງ ກວມອັດຕາລວມເປັນສ່ວນໃຫຍ່, ຄະນະບໍລິຫານງານພັກ ມີຄວາມເປັນເອກະພາບ, ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ແລະ ເປັນເຈົ້າການໃນການຈັດ ຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ.

ຈາກນັ້ນ, ໃນວາລະກອງປະຊຸມ ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ຫສພ ວ່າດ້ວຍການຮັບຮອງເອົາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026, ຜ່ານມະຕິຕົກລົງ ແລະ ສະເໜີລາຍຊື່ ບັນດາທ່ານທີ່ໄດ້ຮັບບັດສະມາຊິກພັກສົມບູນ ຊຸດທີ X, ມອບໃບຢັ້ງຢືນນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ຕາງໜ້າບັນດາໜ່ວຍພັກ ຈັບມືແຂ່ງຂັນ ການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ແລະ ຍັງໄດ້ຮັບຟັງການເຜີຍແຜ່ບົດແນະນໍາກົດລະບຽບພັກສະໄໝທີ XII ແລະ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 78/ສພຊ ລົງວັນທີ 20 ມີນາ 2025, ລະບຽບ ວ່າດ້ວຍ ການຄຸ້ມຄອງຈັດສັນປຶ້ມ ແລະ ເອກະສານຢູ່ພາຍໃນ ຫສພ, ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງເອກະສານ ຂອງພັກປະຊາຊົນ ປະຕິວັດລາວ.

ໂອກາດດັ່ງກ່າວ, ທ່ານ ເພັດ ພົມພິພັກ ໄດ້ໂອ້ລົມ ຊຶ່ງມີນື້ອໃນບາງຕອນວ່າ: ໃນບົດຮຽນ ແລະ ພຶດຕິກຳຕົວຈິງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ຢາກສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄະນະໜ່ວຍພັກຕ້ອງ ເພີ່ມທະວີການຊີ້ນໍາ-ນໍາພາຢ່າງເປັນລະບົບຄົບຊຸດ ຮຽກຮ້ອງໃຫ້ພວກເຮົາຕ້ອງເອົາໃຈໃສ່ຢ່າງຕັ້ງໜ້າ-ເພີ່ມທະວີປັບ ປຸງບັນດາວຽກງານຕົ້ນຕໍບາງດ້ານ ຄື: ເພີ່ມທະວີການເຮັດວຽກງານການເມືອງແນວຄິດພາຍໃນໜ່ວຍ ໃຫ້ມີຄວາມໜັກແໜ້ນ, ສ້າງຄວາມເປັນເອກະພາບພາຍໃນ ຫສພ ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ເສີມຂະຫຍາຍ ມູນເຊື້ອໃຫ້ມີຄວາມສາມັກຄີ, ຄວາມເປັນປຶກແຜ່ນຢູ່ ຫສພ ກໍຄືພາຍໃນໜ່ວຍພັກ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ສິ່ງສໍາຄັນຂາດບໍ່ໄດ້ນັ້ນແມ່ນວຽກງານຕິດຕາມ-ກວດກາ ຕ້ອງໄດ້ເຮັດເປັນລະບົບ ແລະ ເຮັດເປັນປົກກະຕິ, ເພີ່ມທະວີປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປັບປຸງຍົກລະດັບສະມາຊິກພັກ-ພະນັກງານ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຖືເອົາການຍົກສູງຄຸນນະພາບໃນການນໍາພາຢ່າງຮອບດ້ານ ເປັນໜ້າທີ່ຍຸດທະສາດທາງດ້ານການຈັດຕັ້ງ ແລະ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ສະ ມາຊິກພັກທຸກສະຫາຍ ພະນັກງານທຸກຄົນ, ເພີ່ມທະວີຍົກສູງລະດັບຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີມາກ-ເລນິນ, ດ້ານວິຊາສະເພາະໃນທຸກໆດ້ານ ໃຫ້ແກ່ສະມາຊິກພັກ-ພະນັກງານໃຫ້ສູງຂຶ້ນເລື້ອຍໆ ເພື່ອແນໃສ່ ເຮັດສໍາເລັດໜ້າທີ່ການເມືອງຕາມພາລະບົດບາດທີ່ພັກໄດ້ມອບໝາຍໃຫ້.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ