ຮສສ ມອບໃບຢັ້ັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

ຮສສ ມອບໃບຢັ້ັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ
ກະຊວງແຮງງານແລະສະຫວັດດີການ-ສັງຄົມ(ຮສສ)ໄດ້ຈັດພິທີມອບໃບຢັ້ັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນແລະໃບຍ້ອງຍໍກົມກອງ, ບຸກຄົນດີເດັ່ນປະຈຳປີ 2023 ຂຶ້ນໃນວັນທີ 10 ເມສານີ້ທີ່ກະຊວງດັ່ງກ່າວໂດຍການໃຫ້ກຽດເຂົ້າຮ່ວມແລະກ່າວມອບຂອງທ່ານນາງໃບຄຳ ຂັດທິຍະລັດຖະມົນຕີກະຊວງຮສສ, ມີຮອງລັດຖະມົນຕີພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳໄຊ ເຊຍຢິງຢ່າງ ຫົວໜ້າກົມຈັດຕັ້ງແລະພະນັກງານກ່າວວ່າ: ຜ່ານການນຳພາຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ຄະນະນຳກະຊວງຮສສ ໂດຍຖືເອົາວຽກງານດັ່ງກ່າວເປັນໜ້າທີ່ໃຈກາງ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ຊຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ໜ່ວຍງານວິຊາການຊ່ວຍວຽກເພື່ອລົງຊີ້ນຳ ແລະ ແນະນຳວິທີສະຫຼຸບ, ວິທີສ້າງແຜນການ,ຊຸກຍູ້, ຕິດຕາມ,ກວດກາປະເມີນການຈັດຕັ້ງປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນຕາມ 5 ເນື້ອໃນການຄັດເລືອກກົມ-ກອງ ແລະ ບຸກຄົນດີເດັ່ນຊຶ່ງປີ 2023 ໄດ້ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນໄດ້ທັງໝົດ 11 ໜ່ວຍພັກ, ຮັບຮອງເອົາຂໍ້ແຂ່ງຂັນຂອງບັນດາກົມ-ກອງໄດ້12 ພາກສ່ວນ ແລະ ບຸກຄົນທັງໝົດ 468 ທ່ານ, ຜ່ານການຕິດຕາມ, ກວດກາ, ປະເມີນຜົນ ແລະ ຄັດເລືອກສາມາດຮັບຮອງໜ່ວຍພັກເປັນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນໄດ້ 7 ໜ່ວຍພັກ ແລະ ກົມ-ກອງດີເດັ່ນປະເພດ 1 ໄດ້ 7 ກົມກອງ ແລະ ບຸກຄົນດີເດັ່ນປະເພດ I ໄດ້ 438 ທ່ານ.
ໂອກາດນີ້, ທ່ານນາງໃບຄຳ ຂັດທິຍະໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນສຸມໃສ່ເຮັດວຽກງານສຶກອົບຮົມການເມືອງ-ແນວຄິດຢ່າງແຂງແຮງ ຖືເປັນຄວາມຮັບຜິດຊອບໂດຍກົງໃນການນຳພາຂອງຕົນ ເພື່ອເປັນປັດໄຈສຳຄັນຍິ່ງສອດຫ້ອຍໄປທຸກຂົງເຂດການເຄື່ອນໄຫວ ແລະ ມີຄວາມເປັນເອກະພາບຕໍ່ບັນດາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ເພື່ອນຳພາຈັດຕັ້ງປະຕິບັດໂດຍໃຫ້ຄະນະພັກແຕ່ລະຂັ້ນນຳເອົາບັນດາເອກະສານຕ່າງໆທີ່ຕິດພັນກັບໜ້າທີ່ການເມືອງຂອງຕົນມາເຊື່ອມຊຶມຕໍ່ໃຫ້ພະນັກງານ-ສະມາຊິກພັກຮັບຮູ້ເຂົ້າໃຈ,ຄະນະພັກແຕ່ລະຂັ້ນຕ້ອງໄດ້ຈັດຕັ້ງຄົ້ນຄ້ວາ, ເຊື່ອມຊຶມ, ກຳແໜ້ນເນື້ອໃນຈິດໃຈແຜນສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ແລະ ຂໍ້ແຂ່ງຂັນຂອງກົມ-ກອງ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳປີ 2024 ໃຫ້ເລິກເຊິ່ງ ຜັນຂະຫຍາຍໃຫ້ເປັນແຜນງານ, ແຜນການ,ຄາດໝາຍສູ້ຊົນຂອງຄະນະພັກແຕ່ລະຂັ້ນໃຫ້ລະອຽດພ້ອມທັງຊີ້ນຳ-ນຳພາຈັດຕັ້ງປະຕິບັດໃຫ້ຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນມີຜົນສຳເລັດເປັນຢ່າງດີ.
ຂ່າວ-ພາບ:ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ