ນີ້ແມ່ນເຮືອບິນໂດຍສານ C919 ທີ່ຜະລິດໂດຍຈີນປະຕິບັດໜ້າທີ່ການບິນດ້ານການຄ້າລະຫວ່າງຊຽງໄຮ້-ຮົງກົງເປັນຄັ້ງທຳອິດ ຊຶ່ງໄດ້ເປີດການບໍລິການດ້ານການຄ້າຂອງ C919 ໃນເສັ້ນທາງການບິນພາຍໃນພາກພື້ນຢ່າງເປັນທາງການ.
ຈາກເຮືອບິນຮັບເໝົາດ້ານການຄ້າກາຍເປັນຖ້ຽວບິນການຄ້າປະຈຳ, ຖ້ຽວບິນການຄ້າປະຈຳ “ຫົງສຽວຊຽງໄຮ້-ຮົງກົງ” ທີ່ປະຕິບັດໜ້າທີ່ການບິນໂດຍເຮືອບິນໂດຍສານC919 ໄຊນ່າ ອິສເທິນແອລາຍຈະປະຕິບັດໜ້າທີ່ການບິນໄປກັບມື້ລະຖ້ຽວ, ລະຫັດຖ້ຽວບິນແມ່ນ MU721/MU722. ຕາມຂ່າວແຈ້ງວ່າ: ສາຍການບິນສາກົນຈີນ, ສາຍການບິນໜານຟ່າງຈີນກໍໄດ້ຮັບເຮືອບິນໂດຍສານ C919ແລະໄດ້ນຳໃຊ້ເຂົ້າໃນການດຳເນີນທຸລະກິດ.
ຄໍາເຫັນ