ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 12 ມິຖຸນາ ຜ່ານມານີ້, ເຮືອບິນໂດຍສານໂບອິງ-787 ລຳໜຶ່ງຂອງບໍລິສັດການບິນຂອງອິນເດຍໄດ້ເກີດອຸບັດຕິເຫດຕົກພາຍຫຼັງບິນຂຶ້ນຈາກລັດກູຈາຣັດ ທາງພາກຕາເວັນຕົກຂອງອິນເດຍ. ເຮືອບິນລຳດັ່ງກ່າວໄດ້ບັນທຸກ 242 ຄົນ. ນອກຈາກຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ຍັງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຢູ່ພາກພື້ນດິນອີກດ້ວຍ. ຕາມໂຕເລກຂໍ້ມູນຫຼ້າສຸດທີ່ເຈົ້າໜ້າທີ່ຕຳຫຼວດອິນເດຍເປີດເຜີຍໃຫ້ຮູ້ວ່າ: ອຸບັດເຫດຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ.
ໃນວັນທີ 12 ມິຖຸນາ ຜ່ານມານີ້, ທ່ານ ອາມິດ ຊາຣ ລັດຖະມົນຕີກະຊວງພາຍໃນອິນເດຍໄດ້ຢືນຢັນວ່າ: ຢູ່ເຮືອບິນທີ່ເກີດເຫດມີຜູ້ໂດຍສານລອດຊີວິດພຽງຄົນດຽວ, ພາກສ່ວນທີ່ກ່ຽວຂ້ອງກຳລັງເກັບກຳຕົວຢ່າງ DNA ຂອງສະມາຊິກໃນຄອບຄົວຜູ້ໂດຍສານ ແລະ ຈຸບິນໃນເຮືອບິນດັ່ງກ່າວ ແລະ ຈະເປີດເຜີຍລາຍຊື່ຜູ້ເສຍຊີວິດພາຍຫຼັງສຳເລັດການກວດກາ DNA.
ໃນຕອນເຊົ້າວັນທີ 13 ມິຖຸນານີ້, ກະຊວງການບິນພົນລະເຮືອນອິນເດຍໄດ້ປະກາດວ່າ: ການຊອກຄົ້ນ ແລະ ຊ່ວຍເຫຼືອຢູ່ສະຖານທີ່ເກີດອຸບັດເຫດຄັ້ງນີ້ໄດ້ສຳເລັດລົງແລ້ວ.
ຄໍາເຫັນ