![]() |
ການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຮັກສາໄດ້ຄວາມສາມັກຄີ, ບົນພື້ນຖານແມ່ນມີຄວາມສະຫງົບປອດໄພຮອບດ້ານ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ການຈັດຕັ້ງປະຕິບັດແມ່ນໄປຕາມແຜນການທີ່ຄະນະກຳມະການໄດ້ວາງໄວ້.
ຜົນການແຂ່ງຂັນເຮືອຍາວ 55 ສີພາຍ, ຊະນະເລີດ ເຮືອແຟມມິລີ່-LDB ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 40 ລ້ານກີບ, ທີ 2 ເຮືອບໍລິສັດກະຕ່າຍທອງ ຫຼວງປູ່ບຸດດາ ໄດ້ຮັນຂັນເງິນ 1 ໜ່ວຍ ພ້ອມເງິນສົດ 30 ລ້ານກີບ, ທີ 3 ເຮືອເກີນກາງ (ຈາກາຕ້າ-ຟ້າໃສ) ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 20 ລ້ານກີບ, ທີ່ 4 ເຮືອບ້ານບຸ່ງພ້າວ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ. ສຳລັບຜົນການແຂ່ງຂັນ ເຮືອ 12 ສີພາຍ ທີ 1 ເຮືອແຟມມີລີ 1 ໄດ້ຮັບເງິນສົດ 25 ລັ້ານກີບ ພ້ອມຂັນເງິນ 1 ໜ່ວຍ, ທີ 2 ເຮືອຈຳປາເຮືອຊ່ວງ-ເຮືອນແພເມືອງຟ້າ ໄດ້ຮັບເງິນສົດ 20 ລ້ານກີບ ພ້ອມຂັນເງິນ 1 ໜ່ວຍ, ທີ 3 ເຮືອແຟມມີລີ 2 ໄດ້ຮັບເງິນສົດ 15 ລ້ານກີບ ພ້ອມຂັນເງິນ 1 ໜ່ວຍ ແລະ ທີ 4 ເຮືອຈາກາຕ້າ ໄດ້ຮັບເງິນ 10 ລ້ານກີບ ພ້ອມຂັນເງິນ 1 ໜ່ວຍ.
(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ