ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ
ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງສາລະວັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-7 ກັນຍານີ້, ເປັນການແຂ່ງຂັນແບບເປີດກວ້າງ ມີເຮືອເຂົ້າຮ່ວມທັງພາຍໃນ ແລະ ຕ່າງເມືອງ, ຕ່າງແຂວງ, ມີທັງໝົດ 39 ລຳ, 64 ຄະນະ, ແບ່ງອອກເປັນ 2 ສາຍຄື: ເຮືອປະເພນີພາຍໃນເມືອງມີ: ເຮືອ 12 ສີພາຍ (ຊາຍ-ຍິງ) ແລະ 25-29 ສີພາຍ (ຊາຍ-ຍິງ), ສາຍເປີດກ້ວາງຕ່າງເມືອງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດມີ: ເຮືອ 12 ສີພາຍ (ຊາຍ-ຍິງ), 25-29 ສີພາຍ (ຊາຍ-ຍິງ) ແລະ ຮຸ່ນ 35 ສີພາຍຊາຍ. ໃນປີນີ້, ໄດ້ວາງເງິນລາງວັນສູງເຖີງ 300 ລ້ານກວ່າກີບ.
ເຮອນນຕະໄຊ ຈາກແຂວງສະຫວນນະເຂດ ປອງກນແຊມໄດຕເນອງໃນງານບນຊວງເຮອ ປະຈຳປ 2025 ທເມອງສາລະວນ - image 1
 

ຜ່ານການແຂ່ງຂັນ, ເຮືອນັນຕະໄຊ ຕົວແທນຈາກແຂວງສະຫວັນນະເຂດ ສາມາດປ້ອງກັນແຊ້ມເຮືອຊ່ວງໄດ້ຕໍ່ເນື່ອງ ທີ່ສະໜາມແຂ່ງຂັນ ເມືອງສາລະວັນ, ເອົາຊະນະສີພາຍເຮືອຊ່ວງ ແກ້ວມັງກອນ (ທະຫານແຂວງ) ແບບດຸເດືອດ ໃນປະເພດເຮືອໃຫຍ່ 35 ສີພາຍ ໄດ້ຮັບລາງວັນຊະນະເລີດ, ເງິນສົດ 35 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ໄດ້ແກ່ເຮືອແກ້ວມັງກອນ ຮັບເງິນສົດ 15 ລ້ານກີບ, ທີ 3 ເຮືອໜຸ່ມສາລະວັນ+ຣາຊາ ໄດ້ຮັບເງິນສົດ 10 ລ້ານກີບ. ສຳລັບປະເພດເຮືອ 29 ສີພາຍ (ຊາຍ) ເຮືອບ້ານບັງຄານ້ຳ (ສຸຣິຍະເທບ) ສາມາດປ້ອງກັນແຊ້ມໄດ້, ຮັບຂັນ 1 ໜ່ວຍ, ເງິນສົດ 25 ລ້ານກີບ, ທີ 2 ເຮືອແກ້ວມັງກອນ (ທະຫານແຂວງ) ຮັບເງິນສົດ 14 ລ້ານກີບ, ທີ 3 ເຮືອບ້ານເຕເມສັງທອງ ໄດ້ຮັບເງິນສົດ 7 ລ້ານກີບ. ເຮືອ 29 ສີພາຍ ປະເພດຍິງ, ທີ 1 ເຮືອບ້ານໜອງໂພ+ບັງຄານ້ຳ ທີ່ສາມາດປ້ອງກັນແຊ້ມໄດ້, ຮັບຂັນ 1 ໜ່ວຍ, ເງິນສົດ 25 ລ້ານກີບ, ທີ 2 ບ້ານຈານລານເຊ, ຮັບເງິນ 14 ລ້ານກີບ, ທີ 3 ເຮືອທ່າເມືອງເຊ ຮັບເງິນສົດ 7 ລ້ານກີບ.

ເຮອນນຕະໄຊ ຈາກແຂວງສະຫວນນະເຂດ ປອງກນແຊມໄດຕເນອງໃນງານບນຊວງເຮອ ປະຈຳປ 2025 ທເມອງສາລະວນ - image 2
 

ສໍາລັບເຮືອປະເພດ 12 ສີພາຍ (ຊາຍ), ຊະນະເລີດ ເຮືອທິດາວາປີ2, ທີ 2 ເຮືອຈານລານເຊ, ທີ 3 ເຮືອບ້ານບັງຄານໍ້າ. ປະເພດຍິງ ທີ 1 ໄດ້ແກ່ເຮືອບ້ານໂພນຕານ, ທີ 2 ເຮືອເທບກໍາໄລເພັດ, ທີ 3 ເຮືອບ້ານຄັນໝາກໂຍດ. ສ່ວນເຮືອ 12 ສີພາຍ (ພາຍໃນເມືອງ) ເພດຊາຍ, ທີ 1 ເຮືອບ້ານຫຼັກສອງ, ທີ 2 ແມ່ນເຮືອບ້ານໂພນແພງ, ທີ 3 ເຮືອບ້ານຄັນໝາກໂຍດ. ເຮືອຊ່ວງ 12 ສີພາຍ (ພາຍໃນເມືອງ) ເພດຍິງ, ທີ 1 ແມ່ນເຮືອບ້ານທ່າເມືອງເຊ1, ທີ 2 ບ້ານຄັນໝາກໂຍດ, ທີ 3 ເຮືອບ້ານທ່າເມືອງເຊ2. ສໍາລັບລາງວັນເຮືອປະເພດ 12 ສີພາຍ: ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 17 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 10 ລ້ານກີບ, ທີ 3 ຮັບເງິນສົດ 5 ລ້ານກີບ. ໃຫ້ກຽດມອບໂດຍ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ປະເດີມພອນ ສົນທະນີ ຮອງເຈົ້າແຂວງ, ທ່ານ ຈັນສີລອນ ສີສົມບູນ ປະທານຈັດງານບຸນຊ່ວງເຮືອ ປະຈຳປີ 2025 ໄດ້ຜັດປ່ຽນກັນມອບລາງວັນຕາມລໍາດັບ. ສໍາລັບເຮືອຕີຊ້າງນໍ້ານອງ (ເຮືອງາມ) ທີ 1 ເຮືອບ້ານບຶງໄຊ, ທີ 2 ເຮືອບ້ານໜອງໃສ ແລະ ທີ 3 ເຮືອບ້ານໂພນບົກ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນລະຫວ່າງລັດວິສາຫະກິດການ ບິນລາວ, ລັດວິສາຫະກິດລາວເດີນອາກາດ ແລະ ບໍລິສັດ ລ້ານຊ້າງ ການບິນສາກົນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມານີ້, ໂດຍມີທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ, ທ່ານ ພັນເອກ ປັນທະວີ ສີສົງຄາມ ຜູ້ອໍານວຍການ ລັດວິສາຫະກິດ ລາວເດີນອາກາດ, ທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການ ບໍລິສັດ ລ້ານຊ້າງການບິນສາກົນ ຈໍາກັດ, ມີບັນດາຜູ້ຕາງໜ້າຄະນະກອງຈະລາຈອນທາງອາກາດລາວ, ກົມການບິນພົນລະເຮືອນ, ກອງສະໜາມການບິນລາວ ພ້ອມດ້ວຍພະນັກງານທັງ 3 ສາຍການບິນເຂົ້າຮ່ວມເປັນສັກຂີພິຍານ.
ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ກອງປະຊຸມປຶກສາຫາລື ການເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ຈັດຂຶ້ນໃນວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ປະຈຳການຄະນະປະຕິຮູບລັດວິສາຫະກິດ.
ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ພິທີປະກາດການຈັດຕັ້ງສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໃຫ້ກຽດເປັນປະທານ ແລະ ມອບຂໍ້ຕົກລົງ ຂອງທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີຄະນະກົມ, ຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ເກົ່າ) ແລະ ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 23 ຕຸລາ ນີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ, ຈັດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025” ພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, ພາຍໃຕ້ຫົວຂໍ້: ຕໍ່າຫູກ-ຜູກຮັກ ອະນຸລັກ ປະເພນີ ການແຕ່ງດອງ” ຊຶ່ງຈັດຂຶ້ນໃນວັນທີ 22 ຕຸລານີ້ ທີ່ ຫໍຜ້າໄໝບູຮານ (ຂ້າງຫໍຄໍາ).
ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ວັນທີ 22 ຕຸລານີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ແລະ ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ເສນ ພັນລັກ ກຳມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂຶ້ນທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ, ໃນວັນທີ 23 ຕຸລານີ້, ມີພະອາຈານ ມະຫາເຫວດ ມະເສໄນ ອົງຮັກສາການປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ແທນພະສົງທົ່ວແຂວງ, ມີຕາງຽໜ້າການນຳຂອງແຂວງ, ພາກສ່ວນກ່ຽວຂ້ອງຈາກພາກລັດ ແລະ ອອກຕົນຍາດໂຍມ ຜູ້ມີໃຈໃສສັດທາ ເຂົ້າຮ່ວມ.
ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ອະນຸກຳມະການປ້ອງກັນງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງ-ຈໍາໜ່າຍສິນຄ້າ ປະຈຳປີ ພ.ສ 2568 (ຄ.ສ 2025) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025, ອະນຸກຳມະການປ້ອງກັນງານບຸນດັ່ງກ່າວ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນ 2,015 ສະ ຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍພາຍໃນງານ.
ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ.
ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ໃນວັນທີ 22 ຕຸລາ 2025, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ການນຳເມືອງຄູນ ໄດ້ລົງຢ້ຽມຢາມ ໂອ້ລົມພໍ່ແມ່ປະຊາຊົນ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ຳໄຫຼສຸບ້ານ ຍ້ອນພາຍຸບົວລອຍ ຄັ້ງວັນທີ 29-30 ກັນຍາ 2025, ທ່ານ ໄຊສືຊົ່ງ ຮອງນາຍບ້ານໆພູກາເຟ ເມືອງຄູນ ໄດ້ລາຍງານຜົນເສຍຫາຍຍ້ອນພາຍຸບົວລອຍວ່າ: ມີ 10 ຄອບຄົວ, ມີ 40 ຄົນ, ເສຍຊີວິດ 2 ຄົນ, ງົວ 19 ໂຕ, ຄວາຍ 2 ໂຕ, ເຮືອນ 4 ຫຼັງ, ຫ້ອງການບ້ານ 1 ຫຼັງ ແລະ ດິນເຈື່ອນຖົມນາ, ສວນຫຍ້າ, ເສັ້ນທາງ, ຜ່ານມາ ການນຳເມືອງ, ທະຫານເຂດ 4 ສສ ຫວຽດນາມ ທີ່ປະຈຳຢູ່ຈຸດສຸມສັນຫຼວງໄດ້ເຂົ້າຊ່ວຍເຫຼືອ ເບື້ອງຕົ້ນທັນທີ ເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ອາຫານ, ຢາປົວພະຍາດ ເຄື່ອງໃຊ້ຄົວເຮືອນ.
ເພີ່ມເຕີມ