ເຮືອທະນາຄານ JDB ຄອງເຈົ້າທ່າບຸນຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025

ເຮືອທະນາຄານ JDB ຄອງເຈົ້າທ່າບຸນຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025

ເຮືອທະນາຄານ JDB ຄອງເຈົ້າທ່າບຸນຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025
ພິທີເປີດການ​ແຂ່ງ​ຂັນຊ່ວງເຮືອປະເພນີ ປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນທ່ານເລຂາຄະນະພັກເມືອງຈັນທະບູລີພ້ອມດ້ວຍການນໍາ ນວ ເມືອງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຮອທະນາຄານ JDB ຄອງເຈາທາບນຊວງເຮອປະເພນທາວດຈນ ປະຈາປ 2025 - image 1
 

ໃນພິທີທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ໄດ້ກ່າວເປີດພິທີບາງຕອນວ່າ: ການສະເຫຼີມສະຫຼອງງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອແມ່ນເປັນງານບຸນປະເພນີປະຈຳຊາດລາວທີ່ສືບທອດກັນມາເປັນປະຈຳທຸກໆປີ ແລະ ງານດັ່ງກ່າວ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ-ຂອງພັກຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນການຟົດຟື້ນ ເວົ້າລວມເວົ້າສະເພາະກໍເພື່ອຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກນະຄອນຫຼວງວຽງຈັນ ພ້ອມກັນນີ້ຍັງເປັນການປົກປັກຮັກສາເສີມຂະຫຍາຍມູນເຊື້ອວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ແລະ ເປັນການສົ່ງເສີມສິນຄ້າຜະລິດຕະພັນພາຍໃນໃຫ້ເຂັ້ມແຂງທັງເປັນໂອກາດໃຫ້ປະຊາຊົນໄດ້ແລກປ່ຽນຊື້-ຂາຍ ແລະ ໄດ້ເຕົ້າໂຮມຄວາມສາມັກຄີຊຶ່ງກັນ ແລະ ກັນ ຊຶ່ງມື້ນີ້ຈະໄດ້ແຂ່ງຂັນເຮືອປະເພນີຍິງ 3 ລໍາ, ເຮືອປະເພນີຊາຍ 5 ລໍາ ແລະ ເຮືອສູດຊາຍ 55 ສີພາຍ 4 ລໍາ ລວມທັງໝົດມີ 12 ລຳ.
ການແຂ່ງຂັນຊ່ວງເຮືອ ຫຼັງມື້ບຸນອອກພັນສາ ຂອງທຸກໆປີນັ້ນ ແມ່ນເປັນກິລາທາງໜ້ານໍ້າ ປະເພດໜຶ່ງຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນໄດ້ມາພົບປະເພື່ອນມິດສະຫາຍຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ ນອກຈາກນັ້ນຍັງເປັນໂອກາດໃຫ້ປະຊາຊົນໄດ້ເຕົ້າໂຮມຄວາມສາມັກຄີຊຶ່ງກັນ ແລະ ກັນ ໃນສະໄໝກ່ອນ ຍັງເປັນການສ້າງໃຫ້ມີສາຍສໍາພັນລະຫວ່າງ ຜູ້ປົກຄອງກັບຣາຊະດອນໂດຍການເອົາເຮືອມາຊ່ວງແຂ່ງຂັນລະຫວ່າງ ຜູ້ປົກຄອງກັບຣາຊະດອນນັ້ນແມ່ນເພື່ອຄວາມເຂົ້າອົກເຂົ້່າໃຈ ແລະ ມີຄວາມສະໝານສາມັກຄີ ລະຫວ່າງຣາຊະດອນກັບກະສັດ ປະຊາຊົນກັບລັດ ຫຼື ປະຊາຊົນກັບປະຊາຊົນດ້ວຍກັນ ແລະ ເປັນໂອກາດທີ່ດີທີ່ໜຸ່ມສາວຈະໄດ້ພົບປະສ້າງສັນໄດ້ເຫັນສີໄມ້ລາຍມືຂອງນັກກິລາສີພາຍ ໄດ້ເຫັນຄວາມສາມັກຄີ ພ້ອມພຽງຂອງເຫຼົ່າໜຸ່ມສີພາຍສະແດງຄວາມສາມາດອອກສູ່ມວນຊົນໄດ້ຊື່ນຊົມ ໄດ້ເຊຍກັນຢ່າງເບີກບານມ່ວນຊື່ນທັງເປັນການສ້າງເງື່ອນໄຂໃຫ້ຊາວຄ້າຂາຍໄດ້ແລກປ່ຽນບົດຮຽນ ແລະ ຜົນຜະລິດ ຊຶ່ງກັນ ແລະ ກັນ ພາຍຫຼັງແຕ່ລະຄອບຄົວໄດ້ສຸມໃສ່ການຜະລິດ ໃນໄລຍະເຂົ້າພັນສາ 3 ເດືອນ.

ເຮອທະນາຄານ JDB ຄອງເຈາທາບນຊວງເຮອປະເພນທາວດຈນ ປະຈາປ 2025 - image 2
 

ສຳລັບຜົນແຂ່ງຂັນຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ປະຈໍາປີ 2025 ມີຄື: ເຮືອປະເພນີຊາຍ ຊະນະເລີດໄດ້ແກ່ທະນາຄານຮ່ວມພັດທະນາ JDB ໄດ້ຮັບຂັນລາງວັນເງິນສົດ 1 ໜ່ວຍ ເງິນສົດ 40 ລ້ານກີບ ພ້ອມໄດ້ຮັບຂັນໝູນວຽນທີ 2 ເຮືອບໍລິສັດພັນທະມິດກຣຸບ ແຂວງໄຊຍະບູລີໄດ້ຮັບຂັນລາງວັນເງິນສົດ 1 ໜ່ວຍ ພ້ອມເງິນສົດ 30 ລ້ານກີບ, ທີ 3 ເຮືອບໍລິສັດອີຊູຊູລາວຈໍາປາເຮືອຊ່ວງ ໄດ້ຮັບຂັນລາງວັນເງິນສົດ 1 ໜ່ວຍ ພ້ອມເງິນສົດ 25 ລ້ານກີບ ສໍາລັບເຮືອປະເພນີຍິງຊະນະເລີດ ໄດ້ແກ່ ເຮືອບໍລິສັດ 3B ໄດ້ຮັບຂັນລາງວັນເງິນສົດ 1 ໜ່ວຍ ພ້ອມເງິນສົດ 40 ລ້ານກີບ, ທີ 2 ເຮືອຕາວັນໃຕ້ຟ້າ ໄດ້ຮັບຂັນເງິນສົດ 1 ໜ່ວຍ ພ້ອມເງິນສົດ 30 ລ້ານກີບ ໃນນັ້ນເຮືອສູດຊາຍ 55 ສີພາຍ ທີ 1 ເຮືອບໍລິສັດແສງຈະເລີນຊັບໄຊກຣຸບ ແຟມິລີ ໄດ້ຮັບຂັນເງິນສົດ 1 ໜ່ວຍ ເງິນສົດ 40 ລ້ານກີບ, ທີ2 ບໍລິສັດພັນທະມິດກຣຸບ ແຂວງໄຊຍະບູລີ ໄດ້ຮັບຂັນລາງວັນເງິນສົດ 1 ໜ່ວຍ ພ້ອມເງິນສົດ 30 ລ້ານກີບ, ທີ 3 ເຮືອທະນາຄານຮ່ວມພັດທະນາ JDB ໄດ້ຮັບຂັນລາງວັນເງິນສົດ 1 ໜ່ວຍ ພ້ອມເງິນສົດ 25 ລ້ານກີບ ໃນນັ້ນຍັງມີລາງວັນເຮືອໄຟງາມລາງວັນເຊີ້ງງາມຕື່ມອີກ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ