ເຮືອທະນາຄານພັດທະນາລາວຄອງແຊັມ ທ່າວັດຈັນ

ເຮືອທະນາຄານພັດທະນາລາວຄອງແຊັມ ທ່າວັດຈັນ
ການຊວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈຳປີ 2023 ນີ້ ມີເຮືອປະເພນີ 55 ສີພາຍເຂົ້າຮ່ວມມຈຳນວນ 9 ລຳ ໃນນີ້ ເຮືອປະເພນີຍິງ 3 ມີລຳ (ປີນີ້ ບໍ່ມີເຮືອ 12 ສີ ພາຍ ແລະ ເຮືອສູດ). ການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ຕຸລານີ້. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ມີບັນດາແຂກທີ່ຖືກເຊີນ ແລະພາກສ່ວມທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລິ ໄດ້ກ່າວວ່າ: ໃນງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປີ 2023 ນີ້: ມີເຮືອປະເພນີ 55 ສີພາຍເຂົ້າຮ່ວມມຈຳນວນ 9 ລຳ ໃນນີ້ ເຮືອນປະເພນີຍິງ 3 ມີລຳ (ປີນີ້ ບໍ່ມີເຮືອ 12 ສີ ພາຍ ແລະ ເຮືອສູດ) ນອກຈາກນັ້ນ ຍັງໄດ້ ຈັດກິດຈະກຳ ວາງສະແດງ, ໂຄສະນາຂາຍສິນຄ້າ, ມີການເລາະຫຼິ້ນຕ່າງໆ ຊຶ່ງມີຮ້ານ ຂາຍ ເຄື່ອງທັງໝົດ 501 ຮ້ານ, ໃນນີ້ ຮ້ານໂຄສະນາ ວາງສະແດງສິນຄ້າ 34 ຮ້ານ, ສິນຄ້າ ໂອດ໋ອບ 20 ຮ້ານ, ຂາຍ ເສື້ອຜ້າ ທົ່ວ ໄປ 169 ຮ້ານ, ເຂົ້າຫຼາມປີ້ງໄກ່ 278 ຮ້ານ ແລະ ມີເວທີສະແດງ ເພື່ອໃຫ້ມວນຊົນ ທີ່ມາທ່ຽວຊົມໄດ້ເບິ່ງ, ໄດ້ຊົມໃນແຕ່ລະຄືນ. ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປີນີ້ ມີຜົນ ສຳເລັດຕາມຄາດໝາຍຢ່າງຈົບງາມ ພ້ອມກັນເປັນເຈົ້າ ການຈັດຕັ້ງປະຕິບັດໜ້າທີ່ໃຫ້ສໍາເລັດຜົນ ຕາມຄາດໝາຍທີ່ວາງໄວ້ ແລະ ຮຽກຮ້ອງມາຍັງ ບັນດາ ສະຫາຍຄະນະກຳມະການ ພ້ອມດ້ວຍນັກສີພາຍເຮືອຊ່ວງທຸກພາກສ່ວນ ຈົ່ງເຊີດຊູຄວາມສາມັກຄີ ໄມຕີຈິດ ມິດຕະພາບ ໃຫ້ສູງຂຶ້ນ, ຮູ້ເສຍ, ຮູ້ຊະນະ, ຮູ້ອາໄພຊຶ່ງກັນ ແລະ ກັນ, ຖືເອົາການແຂ່ງຂັນ ເພື່ອຊະນະ ເປັນບັນຫາສຳຄັນ, ຮັກສາໃຫ້ໄດ້ຈັນຍາບັນ ຂອງນັກກິລາສີພາຍທີ່ດີເລີດ ໃຫ້ໝັ້ນຄົງຕະຫຼອດໄປ. ຮຽກຮ້ອງມາຍັງບັນດາທ່ານແຂກ ແລະ ມວນຊົນ, ປະຊາຊົນທຸກເຜົ່າ, ທຸກເພດໄວ ຜູ້ມາຮ່ວມງານ ແລະ ຜູ້ຊົມຢູ່ທາງບ້ານ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງຍົກສູງຄວາມຮັບຜິດຊອບເປັນເຈົ້າພາບ ຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້ ມີຜົນສຳເລັດອັນຈົບງາມ.
ທ່ານຍັງເວົ້າອິກວາ: ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ເວົ້າລວມ, ເວົ້າສະເພາະ ແມ່ນບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນ ຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ ບູຮານນະການ, ຊຶ່ງມີປະຫວັດຄວາມເປັນມາອັນຍາວນານ. ຕາມການເລົ່າຂານ ສືບຕໍ່ກັນມາ ແຕ່ສະໄໝອານາຈັກລາວລ້ານຊ້າງ, ບາງທ່ານກໍ່ເວົ້າວ່າ: ມີມາແຕ່ເຈົ້າສຸລິຍະວົງສາ, ບາງທ່ານກໍ່ເວົ້າວ່າ ມີມາແຕ່ ເລື່ອງກໍາຜີນ້ອຍ, ແຕ່ກໍ່ຍັງບໍ່ທັນຊັດເຈນວ່າ ມີມາແຕ່ສະໄໝໃດ, ແຕ່ເຖິງຢ່າງໃດກໍຕາມ ພວກ ເຮົາກໍຢືນຢັນວ່າ ບຸນອອກພັນປະວໍລະນາ ແລະ ບຸນຊ່ວງເຮືອ ແມ່ນຮິດຄອງປະເພນີອັນດີງາມ ຂອງ ຊາດລາວເຮົາ ທີ່ສືບທອດກັນມາ ໄດ້ຫຼາຍເຊັ່ນຄົນເເລ້ວ ຊຶ່ງມີມາໄດ້ 2 ພັນກວ່າປີແລ້ວ, ມີບຸນອອກພັນສາ ກໍຕ້ອງມີບຸນຊ່ວງເຮືອ ຄຽງຄູ່ກັນໄປ. ການແຂ່ງຂັນຊ່ວງເຮືອ ໃນມື້ບຸນອອກພັນສາ ແມ່ນເປັນກິລາທາງໜ້ານ້ຳ ປະເພດໜຶ່ງ ຈັດຂຶ້ນ ເພື່ອເປັນການສ້າງໂອກາດໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວ ສາລະທິດ, ໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ທຳການຜະລິດ ໃນລະດູຝົນຕະຫຼອດຫຼາຍເດືອນຜ່ານມາ, ນອກຈາກນັ້ນຍັງເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄີ ຊິ່ງກັນ ແລະ ກັນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ໄດ້ແກ່ເຮືອທະນາຄານພັດທະນາລາວ (ນາວາສັກສິດ) ໄດ້ຮັບຂັນຊະນະເລີດ ມູນຄ່າ 22 ລ້ານກວ່າກີບ + ຂັນໜູນວຽນ + ເງິນລາງວັນ 30 ລ້ານກີບ, ອັນດັບ 2 ເຮືອບໍລິສັດ ວຽງຈັນ ອຸດສາຫະກຳເຫຼັກ ບ້ານຊຽງຄວນ ໄດ້ຮັບຂັນມູນຄ່າ 7,5 ລ້ານກີບ+ເງິນລາງວັນ 25 ລ້ານກີບ, ອັນດັບ 3 ເຮືອພອນພຣະແກ້ວ ບ້ານສີຖານໃຕ້ ໄດ້ຮັບຂັນ ມູນຄ່າ 7,5 ລ້ານກີບ + ເງິນລາງວັນ 20 ລ້ານກີບ ແລະ ອັນດັບ 4 ເຮືອບ້ານຫາດສວນ ເມືອງທຸລະຄົມ ໄດ້ຮັບເງິນລາງວັນ 15 ລ້ານກີບ.
ຂະນະທີ່ປະເພດເຮືອ 55 ສີພາຍຍິງ ຜົນປະກົດວ່າ: ຊະນະເລີດ ໄດ້ແກ່ເຮືອແພເມືອງຟ້າ ອັນດັບ 2 ເຮືອບໍລິສັດ ດວງຕາ ຫີນ-ຊາຍ ບ້ານຊຽງຄວນ ແລະ ອັນດັບ 3 ເຮືອບໍລິສັດ 3B ບ້ານທ່າພະ ສ່ວນປະເພດລາງວັນແມ່ນໄດ້ຮັບເທົ່າກັບປະເພດຊາຍ. ໂດຍແມ່ນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ເປັນຜູ້ມອບຂັນ ແລະ ລາງວັນດັ່ງກ່າວ ຂ່າວ-ພາບ: ບຸນນຕ່ອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ