ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ຢ່າງຕັ້ງ​ໜ້າ​ ແລະ ມີຄວາມຮັບຜິດຊອບໃນອາຊຽນ

ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ຢ່າງຕັ້ງ​ໜ້າ​ ແລະ ມີຄວາມຮັບຜິດຊອບໃນອາຊຽນ

ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ຢ່າງຕັ້ງ​ໜ້າ​ ແລະ ມີຄວາມຮັບຜິດຊອບໃນອາຊຽນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ຕາມຂໍ້ສະເໜີຂອງຝ່າຍ ມາເລເຊຍຊຶ່ງເປັນປະທານ ອາຊຽນ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ ອັນວາ ອິບຣາຮິມ ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ບາງບັນຫາຢູ່ພາກພື້ນ, ສາກົນ.

 

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີມາເລເຊຍ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີຫວຽດນາມ ຮັບຊາບກ່ຽວກັບບັນດາມາດຕະການຂອງ ມາເລເຊຍ ໃນຖານະເປັນປະທານອາຊຽນໃນການຊຸກຍູ້ແກ້ໄຂບັນດາບັນຫາໃນພາກພື້ນ… ໃນນັ້ນ, ມາເລເຊຍ ໄດ້ດຳເນີນການໂອ້ລົມສົນທະນາກັບບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ, ຊຸກຍູ້ບັນດາຝ່າຍແກ່ຍາວການຢຸດຍິງເພື່ອສຸມໃສ່ການຊ່ວຍເຫຼືອມະນຸດສະທຳພາຍຫຼັງໄພພິບັດແລະ ແລກປ່ຽນກ່ຽວກັບແບບວິທີສຳຜັດລວມຂອງ ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນກັບບັນດາຄູ່ຮ່ວມມື, ຮັບປະກັນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫວຽດນາມຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນອາຊຽນຢ່າງແຮງ, ສະໜັບສະໜູນ ແລະ ສົມທົບກັບ ມາເລເຊຍ ຢ່າງແໜ້ນແຟ້ນໃນປີເປັນປະທານ ອາຊຽນ ກໍຄື ຈັດຕັ້ງວຽກງານຂອງກອງປະຊຸມ ອາຊຽນ ທີ່ສຳຄັນໃນໄລຍະຈະມາເຖິງຢ່າງປະສົບຜົນສຳເລັດ.

ຄໍາເຫັນ

ຂ່າວຕ່າງປະເທດ

ອົສຕຣາລີ ພົບເດັກນ້ອຍອາຍຸຕ່ຳກວ່າ 16 ປີ ຍັງໃຊ້ສື່ສັງຄົມອອນລາຍ

ອົສຕຣາລີ ພົບເດັກນ້ອຍອາຍຸຕ່ຳກວ່າ 16 ປີ ຍັງໃຊ້ສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ການສຶກສາທີ່ນຳພາໂດຍມະຫາວິທະຍາໄລ Newcastle ຂອງອົສຕຣາລີຊີ້ໃຫ້ເຫັນວ່າ, ຄຳສັ່ງຫ້າມເດັກນ້ອຍອາຍຸຕໍ່າກວ່າ 16 ປີ ໃຊ້ສື່ສັງຄົມອອນລາຍຂອງອົສຕຣາລີ ຊຶ່ງຖືເປັນສະບັບທຳອິດຂອງໂລກ ມີຜົນກະທົບໜ້ອຍຕໍ່ການໃຊ້ງານຂອງບັນດາໄວໜຸ່ມໃນໄລຍະເລີ່ມຕົ້ນ. ໂດຍນັກຄົ້ນຄວ້າພົບວ່າໄວໜຸ່ມອາຍຸຕໍ່າກວ່າ 16 ປີ ຫຼາຍກວ່າ 85% ຍັງສືບຕໍ່ໃຊ້ແພັລດຟອມຜ່ານບັນຊີຂອງຕົນເອງ, ບັນຊີສຳຮອງ ແລະ ບັນຊີຮ່ວມກັບຄົນອື່ນ.
ຫວຽດ​ນາມ - ສິງ​ກະ​ໂປ ຊຸກຍູ້ການຮ່ວມ​ມື​​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນອາຊຽນ

ຫວຽດ​ນາມ - ສິງ​ກະ​ໂປ ຊຸກຍູ້ການຮ່ວມ​ມື​​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງ​ປະ​ຊຸມ​ສຳ​ມະ​ນາປະ​ກອບ​ທຸ​ລະ​ກິດ Halal 2026 ​ຫົວ​ຂໍ້ “ສິງ​ກະ​ໂປ, ຫວຽດ​ນາມ ພ້ອມ​ກັນ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ” ໄດ້ຈັດຂຶ້ນຫວ່າງມໍ່ມານີ້ໃນສິງ​ກະ​ໂປ. ໂດຍ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ປະ​ສານ​ສົມ​ທົບ​ກັບ​ທະ​ນາ​ຄານ Maybank ແລະ ອົງ​ການ Dawn Horizon ຈັດ​ຂຶ້ນ, ມີ​ຜູ້​ຕາງ​ໜ້າ​ອົງ​ການ​ຄຸ້ມ​ຄອງ, ອົງ​ການ​ຢັ້ງ​ຢືນ, ອົງ​ການ​ການ​ເງິນ ແລະ ວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ​​ຈຳ​ນວນຫຼາຍ ເຂົ້າຮ່ວມ.
ຄື້ນຄວາມຮ້ອນໃນເອີຣົບ ມີສ່ວນກ່ຽວຂ້ອງກັບການເສຍຊີວິດຫຼາຍກວ່າ 1,300 ຄົນ

ຄື້ນຄວາມຮ້ອນໃນເອີຣົບ ມີສ່ວນກ່ຽວຂ້ອງກັບການເສຍຊີວິດຫຼາຍກວ່າ 1,300 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ມິຖຸນາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍວ່າ, ຄື້ນຄວາມຮ້ອນຮຸ່ນແຮງທີ່ກຳລັງເກີດຂຶ້ນໃນເອີຣົບມີສ່ວນກ່ຽວຂ້ອງກັບການເສຍຊີວິດຂອງປະຊາຊົນຈຳນວນຫຼາຍກວ່າ 1,300 ຄົນໃນອາທິດທີ່ຜ່ານມາ.
ຮັບຮູ້ “ໂອກາດຈາກຈີນ 2.0” ທີ່ຢູ່ເບື້ອງຫຼັງຂອງ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່”

ຮັບຮູ້ “ໂອກາດຈາກຈີນ 2.0” ທີ່ຢູ່ເບື້ອງຫຼັງຂອງ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່”

ເວທີປຶກສາຫາລືເສດຖະກິດດາວົສລະດູຮ້ອນໃນປີນີ້ແຕກຕ່າງຈາກຜ່ານມາຄືແນວໃດ? ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຄໍາສັບສໍາຄັນ ແລະ ຈີນຄືສະຖານທີ່ແຫ່ງການປະຕິບັດຕົວຈິງດີທີ່ສຸດສໍາລັບ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່”.
ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເຈົ້າໜ້າທີ່ມຽນມາໄດ້ປິດການໃຊ້ງານຊິມກາດ 143,409 ຊິມ ທີ່ສົງໃສວ່າເຊື່ອມໂຍງກັບການພະນັນອອນລາຍລະຫວ່າງເດືອນມີນາ 2025 ຫາ ເດືອນພຶດສະພາ 2026 ຫຼັງຈາກກວດພົບຂໍ້ຄວາມຈຳນວນຫຼວງຫຼາຍທີ່ມີເນື້ອຫາທີ່ກ່ຽວຂ້ອງກັບການພະນັນອອນລາຍ.
ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​​ໃຫຍ່​ທີ່ສຳ​ຄັນສຳ​ລັບບໍ​ລິ​ສັດ​ຂ້າມ​ຊາດ​ຄັ້ງ​ທຳ​ອິດ​ຂອງ​ຈີນ, ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊີງ​ຕາວ ​ຄັ້ງ​ທີ 7 ທີ່​ສຳ​ເລັດ​ລົງ​ໃນ​ວັນ​ທີ 17 ມິ​ຖຸ​ນາ ຜ່ານມາ ໄດ້​ດຶງ​ດູດ​ຜູ້​ບໍ​ລິ​ຫານ​ຂັ້ນ​ສູງ 322 ທ່ານ​​ຈາກບໍ​ລິ​ສັດ​ຂ້າມ​ຊາດ​ໃນ 44 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມໂດຍ​ໄດ້​ເຊັນ​ສັນ​ຍາ​ 57 ໂຄງ​ການ.
ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເອີຣົບກຳລັງປະເຊີນກັບວິກິດການຄື້ນຄວາມຮ້ອນທີ່ຮ້າຍແຮງ, ໂດຍອຸນຫະພູມສູງຂຶ້ນເກືອບ 40 ອົງສາ ຊຶ່ງສົ່ງຜົນໃຫ້ມີການເຕືອນໄພທົ່ວປະເທດ. ລະບົບການຂົນສົ່ງສາທາລະນະຖືກຢຸດສະງັກ ແລະ ສັດປ່າໃນຫຼາຍພື້ນທີ່ກຳລັງເຈັບປ່ວຍຍ້ອນຄວາມກົດດັນຈາກຄວາມຮ້ອນ ຊຶ່ງຜູ້ຊ່ຽວຊານລະບຸວ່າແມ່ນສັນຍານອັນຕະລາຍຂອງການປ່ຽນແປງສະພາບອາກາດໂລກ.
ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ມິ​ຖຸ​ນາ​ ຜ່ານມາ, ​ໃນ​ຖາ​ນະ​ເປັນຝ່າຍ​ໄກ່​ເກ່ຍ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ, ກາ​ຕາ ​ແລະ​ ປາ​ກິ​ສ​ຖານ ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ ​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ບັນ​ຍາ​ກາດ​ທີ່​ມີ​ລັກ​ສະ​ນະ​ຕັ້ງ​ໜ້າ, ສ້າງ​ສັນ ແລະ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​​ໜ້າ​ຊື່ນ​ຊົມ​ ຊຶ່ງລວມ​ທັງ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​​ສຳ​ລັບການ​ເຈ​ລະ​ຈາ​ດ້ານ​ວິ​ຊາ​ການ​ຕື່ມ​ອີກ.
ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນທີ 22 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ. ເຂົ້າ​ຮ່ວມ​ມີ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝິນ ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ເຈິ່ນ​ເກິມ​ຕູ້ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ.
​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

ງານແຂ່ງຂັນບານເຕະຊີງແຊັມໂລກປີ 2026 ທີ່ອາເມຣິກາ-ແມັກຊິກ-ການາດາຮ່ວມກັນເປັນເຈົ້າພາບໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນາ ຜ່ານມານີ້. ເຖິງວ່າທີມຊາດຈີນບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ, ແຕ່ຈີນໄດ້ມີສ່ວນຮ່ວມໃນຫຼາຍຂົງເຂດຂອງການແຂ່ງຂັນຄັ້ງນີ້ຢ່າງຮອບດ້ານ, ຈາກການສະໜັບສະໜູນ ຫຼື ເປັນສະປອນເຊີຍີ່ຫໍ້ຕ່າງໆ, ເຕັກໂນໂລຊີສຳຄັນຮອດວັດທະນະທຳທີ່ທັນສະໄໝ, ຈີນໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຊຶ່ງມີຫຼາຍກວ່າຄວາມຮັບຮູ້ຂອງຄົນທົ່ວໄປ.
ເພີ່ມເຕີມ