ທ່ານ ເຈິ່ນແທັງເໝິນ ກ່າວຄຳເຫັນເປີດກອງປະຊຸມວ່າ: ນີ້ແມ່ນກອງປະຊຸມຄັ້ງທຳອິດ, ເພື່ອກຳນົດທິດວຽກງານການດຳເນີນການເລືອກຕັ້ງຢ່າງຮອບດ້ານ, ລຸລ່ວງ.
ໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທັງເໝິນ ສະເໜີວ່າ: ຕ້ອງເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ກ່ອນດໍາເນີນ, ໃນເວລາດຳເນີນ ແລະ ຫຼັງການດຳເນີນການເລືອກຕັ້ງ, ໂດຍສະເພາະແມ່ນໂຄສະນາກ່ຽວກັບຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສິດ ແລະ ພັນທະຂອງພົນລະເມືອງໃນການເລືອກຕັ້ງ, ໂຄສະນາທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາອົງການເຈົ້າໜ້າທີ່ຕ້ອງເປັນເຈົ້າການຕໍ່ສູ້, ປົກປັກຮັກສາສະພາບແວດລ້ອມຂໍ້ມູນຂ່າວສານທີ່ປອດໃສ, ໂດຍສະເພາະແມ່ນໃນສື່ສັງຄົມອອນລາຍ. ວຽກງານບຸກຄະລາກອນ ຕ້ອງປະຕິບັດຢ່າງແໜ້ນແຟ້ນ, ພາວະວິໄສ, ຖືກຕ້ອງຕາມມາດຕະຖານ, ຮັບປະກັນໂຄງປະກອບ, ອັດຕາຕາງໜ້າໃຫ້ເໝາະສົມ”.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນອາຍຸການ 2025 – 2031 ຈະດຳເນີນໃນວັນທີ 15 ມີນາ 2026.
ຄໍາເຫັນ