ທ່ານ ຟ້າມມິນຈິງ ກ່າວຄຳເຫັນເປີດກອງປະຊຸມ ວ່າ: ຫວຽດນາມ ຕັດສິນໃຈບັນລຸລະດັບເຕີບໂຕແຕ່ 8% ຂຶ້ນໄປໃນປີນີ້. ທ່ານໄດ້ຊີ້ອອກ 2 ໄຕມາດຕົ້ນປີບັນລຸໄດ້ລະດັບເຕີບໂຕ 7.52%, ຮັບປະກັນແຜນການທີ່ໄດ້ວາງອອກ, ເຖິງຢ່າງໃດກໍຕາມ, ນັບແຕ່ນີ້ຮອດທ້າຍປີຍັງມີຄວາມສ່ຽງຫຼາຍຢ່າງ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງໄຈ້ແຍກ, ຫັນປ່ຽນໂຄງປະກອບການເຕີບໂຕເປັນຢ່າງດີທີ່ສຸດໃນສະພາບສາກົນມີການຜັນແປຫຼາຍຢ່າງ, ພື້ນຖານເສດຖະກິດພາຍໃນປະເທດຍັງມີສິ່ງທ້າທາຍຫຼາຍຢ່າງ. “ຖືເອົາດັດຊະນີການເຕີບໂຕເພື່ອຕີລາຄາພື້ນຖານເສດຖະກິດ, ຖືເອົາຂອບຂະໜາດພື້ນຖານເສດຖະກິດເພື່ອຈັດອັນດັບ, ຖືເອົາການຄິດສະເລ່ຍຕໍ່ຫົວຄົນຄືດັ່ງມາດຕະການເພື່ອຕີລາຄາ. ພວກເຮົາຮ່ວມແຮງຮ່ວມໃຈ, ຕັດສິນໃຈເພື່ອຊຸກຍູ້ການເຕີບໂຕ, ຮັບປະກັນເປົ້າໝາຍຂອງພັກ, ສະພາແຫ່ງຊາດທີ່ໄດ້ວາງອອກໃນປີ 2025. ພາຍຫຼັງກອງປະຊຸມນີ້, ລັດຖະບານຈະປະກາດໃຊ້ເອກະສານນິຕິກຳ ແລະ ຈະມອບໜ້າທີ່ໃຫ້ບັນດາແຂວງ, ນະຄອນຂຶ້ນກັບສູນກາງຄືນໃໝ່”
ຄໍາເຫັນ