ຂ່າວລະບຸວ່າ: ກ່າວຄຳເຫັນໃນພິທີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ຢາກໃຫ້ເສດຖະກິດເຕີບໂຕ ບໍ່ອາດຂາດພະລັງງານໄດ້, ພິເສດແມ່ນລະດັບການເຕີບໂຕຂົງເຂດໄຟຟ້າຕ້ອງໄວກວ່າ 1.5 ເທົ່າເມື່ອທຽບໃສ່ການເຕີບໂຕດ້ານເສດຖະກິດ ແລະ ເອົາໃຈໃສ່ການຫຼຸດຜ່ອນ ແລະ ລຶບລ້າງບັນດາລະບຽບການບໍລິຫານທີ່ບໍ່ຈຳເປັນ; ແບ່ງຂັ້ນ, ແບ່ງສິດອຳນາດ ແລະ ຈັດແບ່ງແຫຼ່ງກຳລັງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ ຕ້ອງຜັນຂະຫຍາຍໂຄງການດັ່ງກ່າວພາຍໃນ 6 ເດືອນ, ແນ່ນອນວ່າ ຕ້ອງປະຕິບັດສຳເລັດກ່ອນວັນທີ 31 ສິງຫາ 2025 ດ້ວຍຄຳຂວັນທີ່ວ່າ “ຄວາມຄືບໜ້າໄວກວ່າ; ຄຸນນະພາບດີກວ່າ; ລາຄາຖືກກວ່າ; ປອດໄພ, ມີປະສິດທິຜົນກວ່າ; ປະຕິບັດວຽກງານໜູນຊ່ວຍສັງຄົມໄດ້ດີກວ່າ ແລະ ຮັບປະກັນຮັກສາສະພາບແວດລ້ອມໃຫ້ດີກວ່າເກົ່າ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ