ຫວຽດນາມ ດຳເນີນພິທີລົງມືກໍ່ສ້າງ ເປີດ​ນຳ​ໃຊ້ 250 ກິດ​ຈະ​ກຳ ຫັນ​ປ່ຽນ​ພື້ນ​ຖານ​ໂຄງ​ລ່າງ​ແຫ່ງ​ຊາດ

ຫວຽດນາມ ດຳເນີນພິທີລົງມືກໍ່ສ້າງ ເປີດ​ນຳ​ໃຊ້ 250 ກິດ​ຈະ​ກຳ ຫັນ​ປ່ຽນ​ພື້ນ​ຖານ​ໂຄງ​ລ່າງ​ແຫ່ງ​ຊາດ

ຫວຽດນາມ ດຳເນີນພິທີລົງມືກໍ່ສ້າງ ເປີດ​ນຳ​ໃຊ້ 250 ກິດ​ຈະ​ກຳ ຫັນ​ປ່ຽນ​ພື້ນ​ຖານ​ໂຄງ​ລ່າງ​ແຫ່ງ​ຊາດ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນເຊົ້າວັນທີ 19 ສິງຫາ ຜ່ານມາ, ທົ່ວປະເທດໄດ້ດຳເນີນຫຼາຍພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ 250 ກິດຈະກຳ ແລະ ໂຄງການພ້ອມດຽວກັນ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2025). ພິທີໄດ້ຈັດຂຶ້ນໃນຮູບແບບທາງໄກຈາກສະຖານທີ່ໃຈກາງ (ຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ) ເຊື່ອມຕໍ່ກັບ 79 ສະຖານທີ່ຖ່າຍທອດສົດຂອງ 34 ແຂວງ, ນະຄອນ. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມທີ່ສູນຕະຫຼາດນັດວາງສະແດງແຫ່ງຊາດ.

 

ຂ່າວລະບຸວ່າ: 250 ໂຄງການ ແລະ ກິດຈະກຳໃນບໍລິເວນ 34 ແຂວງ, ນະຄອນ ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໂອກາດດັ່ງກ່າວ ລວມມູນຄ່າການລົງທຶນປະມານ 1.280.000 ຕື້ດົງ (ປະມານ 50 ຕື້ໂດລາ), ຂຶ້ນກັບບັນດາຂົງເຂດ: ພື້ນຖານໂຄງລ່າງຄົມມະນາຄົມ; ກິດຈະກຳພົນລະເຮືອນ - ຕົວເມືອງ; ກິດຈະກຳອຸດສາຫະກຳ; ພື້ນຖານເຕັກນິກ; ເຮືອນຢູ່; ກະສິກຳ ແລະ ພັດທະນາຊົນນະບົດ; ວັດທະນະທຳ, ກິລາ; ການສຶກສາ; ການປ້ອງກັນຊາດ ແລະ ສາທາລະນະສຸກ. ໃນນັ້ນ, ມີ 8 ໂຄງການສຳຄັນລະດັບຊາດ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນພິທີວ່າ: ບັນດາກິດຈະກຳສະແດງໃຫ້ເຫັນການເຕີບໃຫຍ່, ຄວາມໝັ້ນໃຈ, ຄຸນທາດ, ບືນຕົວຂຶ້ນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າທາງດ້ານເຕັກໂນໂລຊີຂອງຊາວຫວຽດນາມ; ສ່ອງແສງຄວາມພະຍາຍາມ, ຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ, ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ປະຊາຊົນ ໃນການເຂົ້າຮ່ວມແຂ່ງຂັນ, ປະຕິບັດບັນດາກິດຈະກຳ, ໂຄງການຢ່າງມີຊີວິດຊີວາ.

ພວກເຮົາຕັ້ງຄວາມຫວັງວ່າແຕ່ລະກິດຈະກຳ, ໂຄງການໃນມື້ນີ້ ຈະສືບຕໍ່ແມ່ນບັນດາສ່ວນປະກອບທີ່ເສີມສ້າງ ແລະ ເຮັດໃຫ້ພາບພົດຂອງຊາດ ຫວຽດນາມ “ເອກະລາດ - ເສລີພາບ - ສັນຕິພາບ - ເອກະພາບ - ເຊື່ອມໂຍງ - ໝັ້ນຄົງເຂັ້ມແຂງ - ຮຸ່ງເຮືອງ - ສີວິໄລ ແລະ ວັດທະນາຖາວອນ. ຫວັງວ່າ ພວກເຮົາຈະມີບັນດາກິດຈະກຳ, ສັນຍາລັກໃໝ່ຂອງປະເທດ ຫວຽດນາມ ຕື່ມອີກທີ່ເພືື່ອນມິດໃນພາກພື້ນ ແລະ ໃນໂລກ ເວົ້າເຖິງ ແລະ ປະທັບໃຈ, ມີຫຼາຍເຂດວັດທະນະທຳ - ສັງຄົມປະດິດຄິດສ້າງ ເພື່ອໃຫ້ປະຊາຊົນຊົມໃຊ້ນັບມື້ນັບຫຼາຍຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ເມັກຊິກ ມີຈຸດປະສົງເພິ່ງພາຕົນເອງດ້ານພະລັງງານ

ເມັກຊິກ ມີຈຸດປະສົງເພິ່ງພາຕົນເອງດ້ານພະລັງງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ສິງຫາ ຜ່ານມາວ່າ: ທ່ານ ນາງ ຄລໍເດຍ ເຊນບາມ ປະທານາທິບໍດີເມັກຊິກ ເປີດເຜີຍວ່າ: ເມັກຊິກກໍາລັງຊອກຫາວິທີການສ້າງຄວາມເປັນເອກະລາດດ້ານພະລັງງານ ແລະ ຫຼຸດຜ່ອນການເອື່ອຍອີງຈາກສະຫະລັດ ອາເມຣິກາ, ເນື່ອງຈາກວ່າປັດຈຸບັນເມັກຊິກເພິ່ງພາອາຍແກ໊ສທໍາມະຊາດລາຄາຖືກຈາກສະຫະລັດ ອາເມຣິກາ ຢ່າງຫຼວງຫຼາຍ.
ສິງກະໂປ ປາບປາມການສູບຢາສູບໄຟຟ້າໃນລະບົບຂົນສົ່ງສາທາລະນະ

ສິງກະໂປ ປາບປາມການສູບຢາສູບໄຟຟ້າໃນລະບົບຂົນສົ່ງສາທາລະນະ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງ​ການ​ຂົນ​ສົ່ງ​ທາງ​ບົກ​ຂອງ​ສິງ​ກະ​ໂປລາຍ​ງານ​ວ່າ, ສິງ​ກະ​ໂປ​ພວມ​ເພີ່ມ​ທະ​ວີ​ການ​ປາບ​ປາມ​ການ​ສູບ​ຢາສູບໄຟຟ້າ (vaping)​ພາຍໃນລະບົບ​ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ, ໂດຍ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ່​ຕາມສະ​ຖາ​ນີ​ຂົນສົ່ງ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຢ່າງ​ຕັ້ງ​ໜ້າ.
ຜົນການສຳຫຼວດ ພະນັກງານ ສ ເກົາຫຼີ ຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ເຮັດວຽກ

ຜົນການສຳຫຼວດ ພະນັກງານ ສ ເກົາຫຼີ ຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ເຮັດວຽກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ສິງຫາ ຜ່ານມາວ່າ: ທະນາຄານກາງ ສ ເກົາຫຼີ (BOK) ເປີດເຜີຍວ່າ ,ພະນັກງານຫຼາຍກວ່າເຄິ່ງໜຶ່ງໃຊ້ປັນຍາປະດິດແບບສ້າງສັນ ຫຼື Generative AI ໃນບ່ອນເຮັດວຽກ ແລະ ຄາດຄະເນວ່າ AI ໄດ້ປະກອບສ່ວນປະມານ 1% ເຂົ້າໃນ GDP ຂອງປະເທດໃນໄລຍະ 2 ປີຜ່ານມາ.
ອິນໂດເນເຊຍ ມີແຜນຈະຫຼຸດອັດຕາຄ່າໄຟຟ້າ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ

ອິນໂດເນເຊຍ ມີແຜນຈະຫຼຸດອັດຕາຄ່າໄຟຟ້າ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ຊູຊິວິໂຈໂນ ໂມເອເກຍໂຊ ເລຂານຸການລັດຖະມົນຕີປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ໃຫ້ຮູ້ວ່າ, ລັດຖະບານອິນໂດເນເຊຍ ພວມພິຈາລະນານໍາໃຊ້ການຫຼຸດອັດຕາຄ່າໄຟຟ້າເປັນມາດຕະການຊຸກຍູ້ການຊົມໃຊ້, ຮັກສາກຳລັງການຊື້ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດ.
ການສົ່ງອອກຂອງມາເລເຊຍ ໃນກໍລະກົດຜ່ານມາເພີ່ມຂຶ້ນ 6.8%

ການສົ່ງອອກຂອງມາເລເຊຍ ໃນກໍລະກົດຜ່ານມາເພີ່ມຂຶ້ນ 6.8%

ຂ່າວຕ່າງປະເທດລາຍງານວ່າ: ຂໍ້ມູນຂອງລັດຖະບານມາເລເຊຍທີ່ເປີດເຜີຍໃນວັນທີ 19 ສິງຫາ ຜ່ານມາ ສະແດງໃຫ້ເຫັນວ່າ, ການສົ່ງອອກໃນເດືອນກໍລະກົດຜ່ານມາເພີ່ມຂຶ້ນຢ່າງເຂັ້ມແຂງກວ່າທີ່ຄາດຄະເນໄວ້ເຖິງ 6.8% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບການຊຸກຍູ້ຢ່າງຫຼວງຫຼາຍຈາກການຂົນສົ່ງສິນຄ້າໃນໝວດເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ. ໂຕ​ເລກດັ່ງກ່າວ​ກົງກັນຂ້າມ​ກັບ​ການ​ຄາດ​ຄະ​ເນ​ຂອງ​ນັກ​ເສດ​ຖະ​ສາດ ຊຶ່ງໄດ້​ຄາດ​ຄະ​ເນ​ວ່າ​ການ​ສົ່ງ​ອອກ​ຈະ​ຫຼຸດ​ລົງ 3.9% ເມື່ອປຽບທຽບປີຕໍ່ປີ.
ຜົນ​ງານຫຼ້າ​ສຸດ​ຂອງ​ຈີນ​ເຮັດ​ໃຫ້ໂລກ​ມີ​ຄວາມ​ເຫັນ​ໃນ​ດ້ານ​ດີ​ຕໍ່​ຈີນ

ຜົນ​ງານຫຼ້າ​ສຸດ​ຂອງ​ຈີນ​ເຮັດ​ໃຫ້ໂລກ​ມີ​ຄວາມ​ເຫັນ​ໃນ​ດ້ານ​ດີ​ຕໍ່​ຈີນ

​ຂ່າວສານຊີອາໄອລາຍງານເມື່ອ​ບໍ່​ດົນ​ມາ​ນີ້, ຫຼາຍ​ອົງ​ກອນ​ສາ​ກົນ​​ໄດ້ສະ​ແດງ​ຄວາມ​ເຫັນ​ໃນ​​ດ້ານດີ​ທີ່​ມີ​ຕໍ່​ຈີນໂດຍ​ລະ​ບຸ​ວ່າ: ຄຽງ​ຄູ່​ກັບ​ນະ​ໂຍບ​າຍ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ສືບ​ຕໍ່​ບັງ​ເກີດ​ຜົນ, ຄວາມ​ໜຽວ​ແໜ້ນ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​ຈີນ​ຈະ​ພົ້ນ​ເດັ່ນ​ຂຶ້ນກວ່າ​ເກົ່າ.
ຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ປາກິດສະຖານ ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ

ຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ປາກິດສະຖານ ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ໃນທ້າຍອາທິດຜ່ານມາ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ປາກິດສະຖານກ່າວ​ວ່າ, ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 300 ຄົນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິດ​ສະຖານ, ຫຼັງຈາກຝົນຕົກໜັກ ແລະ ນໍ້າຖ້ວມຕໍ່ເນື່ອງເປັນເວລາ​ສອງວັນ, ​ໃນ​ຂະນະ​ທີ່​ໜ່ວຍ​ງານ​ກູ້​ໄພ​ ແລະ ​ການ​ບຸກ​ເບີກ​ເສັ້ນທາງ​ທີ່ຖືກຕັດຂາດຍັງພວມ​ດຳ​ເນີນ​ຢູ່ ພ້ອມທັງ​ໄດ້​ຈັດ​ສັນງົບປະມານ​ສຸກ​ເສີນ​ເພື່ອ​ຮັບ​ມື​ກັບ​ຝົນຕົກ​ໜັກ​ ຊຶ່ງ​ຄາດ​ວ່າ​ຈະ​ດຳເນີນ​ຮອດ​ວັນ​ທີ 21 ສິງຫາ ນີ້.
ມຽນມາສົ່ງອອກຜະລິດຕະພັນການປະມົງ 145,000 ກວ່າໂຕນ

ມຽນມາສົ່ງອອກຜະລິດຕະພັນການປະມົງ 145,000 ກວ່າໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ສິງຫາ ຜ່ານມາວ່າ: ສະຖານີວິທະຍຸ ແລະໂທລະພາບມຽນມາ ຫຼື MRTV ລາຍງານວ່າ, ມຽນມາໄດ້ສົ່ງອອກຜະລິດຕະພັນການປະມົງໄປຈີນຫຼາຍກວ່າ 145,000 ໂຕນ ໃນລະຫວ່າງເດືອນກັນຍາ 2023 ຫາ ເດືອນສິງຫາ 2025.
ເສດຖະກິດຈີນ ໃນເດືອນກໍລະກົດຮັກສາທ່າອ່ຽງການພັດທະນາຢ່າງໝັ້ນທ່ຽງ

ເສດຖະກິດຈີນ ໃນເດືອນກໍລະກົດຮັກສາທ່າອ່ຽງການພັດທະນາຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍວ່າ: ຫວ່າງມໍ່ໆມານີ້, ກົມສະຖິຕິແຫ່ງຊາດຈີນໄດ້ປະກາດຂໍ້ມູນເສດຖະກິດຂອງຈີນໃນເດືອນກໍລະກົດ ປີ 2025 ຊຶ່ງ​ຈີນໄດ້ເລັ່ງລັດການປະຕິບັດນະໂຍບາຍມະຫາພາກຢ່າງມີຄວາມຫ້າວຫັນກວ່າເກົ່າ, ລົງເລິກຊຸກຍູ້ການກໍ່ສ້າງຕະຫຼາດໃຫຍ່ເອກະພາບທົ່ວປະເທດ, ເສດຖະກິດແຫ່ງຊາດໄດ້ຮັກສາທ່າອ່ຽງການພັດທະນາຢ່າງມີຄວາມກ້າວໜ້າ ແລະ ໝັ້ນທ່ຽງ, ຄວາມຕ້ອງການດ້ານການຜະລິດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການປະກອບອາຊີບ ແລະ ລາຄາສິນຄ້າໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ, ການອົບຮົມສ້າງກຳລັງການຜະລິດໃນຄຸນນະພາບໃໝ່ມີຄວາມເຂັ້ມ ແຂງກວ່າເກົ່າ ແລະ ການພັດທະນາທີ່ມີຄຸນນະພາບສູງໄດ້ຮັບຜົນສຳເລັດໃໝ່.
ການ​ນຳ​ພັກ - ລັດ ຫວຽດນາມ ວາງພວງມາລາອາ​ໄລ​ຫາ ປະ​ທານ ​ໂຮ່​ຈິ​ມິນ

ການ​ນຳ​ພັກ - ລັດ ຫວຽດນາມ ວາງພວງມາລາອາ​ໄລ​ຫາ ປະ​ທານ ​ໂຮ່​ຈິ​ມິນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ (19/8/1945-19/8/2025), 20 ປີແຫ່ງວັນທົ່ວປວງຊົນປົກປ້ອງຄວາມສະຫງົບແຫ່ງຊາດ (19/8/2005-19/8/2025), ໃນຕອນເຊົ້າວັນທີ 17 ສິງຫາ ຜ່ານມາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານໄດ້ໄປວາງພວງມາລາທີ່ສຸສານ ປະທານ ໂຮ່ຈິມິນ ແລະ ຈູດທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຖະໜົນບັກເຊີນ ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມພິທີມີທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ