ຫວຽດ​ນາມ - ຝ​ຣັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ

ຫວຽດ​ນາມ - ຝ​ຣັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ

ຫວຽດ​ນາມ - ຝ​ຣັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ມິຖຸນາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດ ຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບ ທ່ານ ມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບມະຫາສະໝຸດຂອງ ສປຊ ຄັ້ງທີ 3 (UNOC 3) ຢູ່ເມືອງ Nice ປະເທດຝຣັ່ງ.

 

ຂ່າວລະບຸວ່າ: ເມື່ອແລກປ່ຽນກ່ຽວກັບບັນດາບັນຫາການຮ່ວມມືສອງຝ່າຍ, ການນຳສອງທ່ານໄດ້ສະແດງຄວາມຕັດສິນໃຈນຳການພົວພັນສອງປະເທດໃຫ້ພັດທະນາຂຶ້ນກວ່າເກົ່າ, ກາຍເປັນຂົວຕໍ່ໃຫ້ກັນຢູ່ທະວີບ ອາຊີ - ເອີຣົບ. ກ່ຽວກັບຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ທ່ານ ຟ້າມມິງຈິງ ໄດ້ກ່າວເຖິງການຫັນເປັນຫຼາຍຮູບຫຼາຍແບບ, ນັ້ນແມ່ນ ຫັນຕະຫຼາດ, ລະບົບສະໜອງ ແລະ ຜະລິດຕະພັນເປັນຫຼາຍຮູບຫຼາຍແບບ; ພ້ອມທັງສະເໜີໃຫ້ຝຣັ່ງ ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນການຊຸກຍູ້ການຄ້າສອງຝ່າຍ ແລະ ເປີດປະຕູຕະຫຼາດໃຫ້ກັນຫຼາຍກວ່າເກົ່າ. ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ຝຣັ່ງ ສືບຕໍ່ເອົາໃຈໃສ່, ຮັບຮອງເອົາ ບັນດາວິວັດການ, ລະບຽບການໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ແລະ ຊຸກຍູ້ຄະນະກຳມະການເອີຣົບ ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳ ຫວຽດນາມ ໃນໄວໆນີ້.

ທ່ານນາຍົກລັດຖະມົນຕີຫວຽດນາມສະເໜີໃຫ້ຝຣັ່ງ ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນບັນດາຂົງເຂດຍຸດທະສາດ. ນອກຈາກນັ້ນ, ການນຳສອງທ່ານກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິງ ກໍເຊື້ອເຊີນ ຝຣັ່ງ ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງ ເດີນທາງມາ ຫວຽດນາມ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ຢູ່ນະຄອນຫຼວງຮ່າໂນ້ຍ ໃນເດືອນຕຸລາ 2025 ນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີຂອງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ຕຸລາ ຜ່ານມາ ວ່າ, ການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ໃນໄລຍະເດືອນມັງກອນ - ກັນຍາ ໄດ້ເພີ່ມຂຶ້ນ 8.9% ເມື່ອທຽບກັບປີກ່ອນ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 8.5 ຕື້ວອນ (ປະມານ 5.9 ລ້ານໂດລາ).
ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການສຶກສາໃໝ່ຈາກສະຖາບັນວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າຂອງສິງກະໂປ ໄດ້ເປີດເຜີຍວ່າ, ເດັກນ້ອຍຜູ້ຊາຍທີ່ນອນຫຼັບຢ່າງສະໝ່ຳສະເໝີເປັນເວລາເກົ້າຊົ່ວໂມງ ຫຼື ຫຼາຍກວ່ານັ້ນຕໍ່ຄືນຕະຫຼອດອາທິດມີຄວາມສ່ຽງເປັນໂຣກຕຸ້ຍຫຼຸດລົງ 51% ແລະ ມີໄຂມັນໜ້າທ້ອງໜ້ອຍກວ່າເດັກນ້ອຍຜູ້ຊາຍທີ່ບໍ່ໄດ້ນອນຫຼັບພຽງພໍຢ່າງຫຼວງຫຼາຍ.
ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ຂ່າວສານຊີອາໄອລາຍງານວ່າ: ພິ​ທີ​ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ​ລາ​ ຜ່ານມາ ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປ​ະ​ເທດມາ​ເລ​ເຊຍ. ໂອ​ກາດ​ດັ່ງ​ກ່າວ, ທ່ານ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ: ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ຝ່າຍ​ໄດ້​ສ້າງ​ຂົວ​ຕໍ່, ດຳ​ເນີນ​ການ​ສົນ​ທະ​ນາ​ກັນ ຊຶ່ງຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ​ກົນ​ໄກ​ອາ​ຊຽນ​ຍັງ​ຄົງ​ມີ​ປະ​ສິດ​ທິ​ຜົນ​ພາຍ​ໃຕ້​ການ​ນຳ​ພາ​​ຢ່າງ​ສົມ​ເຫດ​ສົມ​ຜົນດ້ວຍ​ຄວາມ​ອົດ​ທົນ.
ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 29 ຕຸລາ ນີ້ວ່າ: ອີງ​ຕາມຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ​ໂດຍໂທ​ລະ​ພາບ​ສາ​ກົນ​ຈີນ ​ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ​ຫຼື CMG ໄດ້ແຈກ​ຢາຍ​ແບບ​ສອບ​ຖາມ​ໃຫ້​ຊາວ​ເນັດ 47.000 ຄົນ ຈາກ 46 ປະ​ເທດ​ທົ່ວ​ໂລກໃນ​ໄລ​ຍະ 3 ປີ​ຜ່ານ​ມາ​ ​ສະ​ແດງ​ໃຫ້​ເຫັນ​ວ່າ: ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ.
ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍໄດ້ອອກກົດລະບຽບໃໝ່ທີ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມແກ່ອຳນາດການປົກຄອງທ້ອງຖິ່ນ ແລະ ບໍລິສັດຂອງລັດ ເພື່ອສະໜັບສະໜູນໂຄງການພັດທະນາຕ່າງໆຂອງປະເທດ. ໂດຍເງິນກູ້ເຫຼົ່ານີ້ຕ້ອງພິຈາລະນາຄວາມສ່ຽງທີ່ອາດເກີດຂຶ້ນ ແລະ ຄວາມສາມາດທາງດ້ານການເງິນຂອງລັດຖະບານກ່ອນ.
ເພີ່ມເຕີມ