ກ່ອນໜ້ານັ້ນ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມ 6 ວາລະປະຊຸມຫົວຂໍ້ສະເພາະ, ຢືນຢັນສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາສຳຄັນຄື: ການອະນຸລັກຮັກສາ ແລະ ຟື້ນຟູລະບົບຊີວະພາບທະເລ; ຫຼຸດຜ່ອນການກໍ່ມົນລະຜິດທະເລ ແລະ ຊຸກຍຸ້ອາຊີບຫາປາແບບຍືນຍົງ… ທ່ານ ໂດ້ດຶກຢຸຍ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ກ່າວຄຳເຫັນນອກກອງປະຊຸມໃນວັນທີ 10 ມິຖຸນາ ຜ່ານມາວ່າ: ຈາກບົດຮຽນຕົວຈິງ, ຫວຽດນາມ ໄດ້ສະ ເໜີບັນດາມາດຕະການແກ້ໄຂໂດຍສັງເຂບ ເພື່ອແກ້ໄຂບັນຫາ, ຈາກການວາງແຜນຜັງ, ລະດົມແຫຼ່ງກຳລັງ, ພັດທະນາພື້ນຖານໂຄງລ່າງ, ຕະຫຼອດຮອດມາດຕະການແກ່ງແຍ້ງແບບຍືນຍົງ, ປົກປັກຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດຂອງວົງຄະນາຍາດຊຸມຊົນ ແລະ ການຮ່ວມມືກັບສາກົນ ເພື່ອແກ້ໄຂບັນດາບັນຫາຄວາມໝັ້ນຄົງແຫຼ່ງນ້ຳຂ້າມຊາຍແດນ.
ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 14,000 ຄົນ.
ຄໍາເຫັນ