ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ໜ່ວຍ​ໂລກ​ສີ​ຂຽວ ແລະ ອະ​ນາ​ຄົດ​ສີ​ຂຽວ

ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ໜ່ວຍ​ໂລກ​ສີ​ຂຽວ ແລະ ອະ​ນາ​ຄົດ​ສີ​ຂຽວ

ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ໜ່ວຍ​ໂລກ​ສີ​ຂຽວ ແລະ ອະ​ນາ​ຄົດ​ສີ​ຂຽວ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີເປີດກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ບັນດາເປົ້າໝາຍທົ່ວໂລກຮອດປີ 2030 (P4G) ດ້ວຍຫົວຂໍ້ “ຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ”ໄດ້ຈັດຂຶ້ນໃນວັນທີ16 ເມສາ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ.

 

ຂ່າວລະບຸວ່າ: ທ່ານໂຕເລິມເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ, ທ່ານສອນໄຊ ສີພັນດອນນາຍົກລັດຖະມົນຕີ ລາວ, ທ່ານ ອາບີ ອາເໝັດ ອາລີນາຍົກລັດຖະມົນຕີ ເອທີໂອປີ, ທ່ານ ເນັດ ຊາເວືອນຮອງນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ອາມິນາ ໂມອາມ ຮອງເລຂາທິການໃຫຍ່ ສປຊ, ພ້ອມດ້ວຍຜູ້ແທນ 1.000 ກວ່າຄົນ ທີ່ມາຈາກ 40 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ.

ທ່ານ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມວ່າ:ເສັ້ນທາງປະຕິບັດບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ ຕ້ອງຮັບປະກັນຫຼັກການຍືນຍົງ, ກວມລວມ, ກົມກຽວ. ການພັດທະນາໄວຕ້ອງໄປຄຽງຄູ່ກັບຄວາມຍືນຍົງ, ມີຄຸນນະພາບສູງ, ສ້າງຄວາມກົມກ່ຽວລະຫວ່າງການພັດທະນາເສດຖະກິດ ກັບວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ການພັດທະນາປະເທດຊາດຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບສາກົນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ເພື່ອຄວາມສຸກຂອງມະນຸດ ແລະ ສີວິໄລທົ່ວໂລກ ນັບມື້ນັບຫຼາຍຂຶ້ນ. ໃນວິວັດທະນາການພັດທະນາຕ້ອງຖືປະຊາຊົນເປັນໃຈກາງ, ປະຊາຊົນຕ້ອງໄດ້ຊົມໃຊ້ທຸກໝາກຜົນຂອງການພັດທະນາ.

ກ່ອນໜ້ານັ້ນ, ທ່ານ ຟ້າມມິງຈິງ ກໍໄດ້ເນັ້ນໜັກເຖິງສານ ແລະ ຄຳໝັ້ນສັນຍາດັ່ງກ່າວໃນບົດກ່າວປາໄສເປີດກອງປະຊຸມ P4G, ເມື່ອຢັ້ງຢືນວ່າການຫັນເປັນສີຂຽວ ແມ່ນການເລືອກເຟັ້ນຍຸດທະສາດຂອງ ຫວຽດນາມ ໃນສະພາບການປັດຈຸບັນ:“ການເຂົ້າຮ່ວມການປະກອບສ່ວນ ແລະ ຊົມໃຊ້ຜົນງານຂອງວິວັດທະນາການຫັນເປັນສີຂຽວ ທັງແມ່ນຄວາມຮັບຜິດຊອບ, ທັງແມ່ນຜົນປະໂຫຍດຂອງທຸກປະເທດ. ສຳລັບ ຫວຽດນາມ, ໄປຄຽງຄູ່ກັບການຫັນເປັນດີຈີຕອນ, ພວກຂ້າພະເຈົ້າຖືການຫັນເປັນສີຂຽວເປັນຄວາມຮຽກຮ້ອງຈຳເປັນພາວະວິໄສ, ແມ່ນປັດໄຈແກ່ນສານ ແລະ ກຳລັງໜູນເພື່ອບຸກທະລຸ”.

ໃນວາລະປຶກສາຫາລື, ທ່ານ ຟ້າມມິງຈິງ ກໍໄດ້ຍົກ3 ຂໍ້ສະເໜີ ດັ່ງນີ້: ຊຸກຍູ້ການສ້າງຈິນຕະນາການສີຂຽວໃຫ້ສົມບູນແບບ; ສ້າງປະຊາຄົມສີຂຽວມີຄວາມຮັບຜິດຊອບ; ຍູ້ແຮງການຮ່ວມມືສາກົນ, ການຮ່ວມມືລະຫວ່າງພາກລັດ ກັບເອກະຊົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 27 ກັນ​ຍາ ຜ່ານມາ, ຕຳຫຼວດ​ເນ​ປານ​ລາຍ​ງານ​ວ່າ, ​ເກີດ​ເຫດ​ຫິ​ມະ​ຖະຫຼົ່ມຢູ່​ພູ​ຮິມ​ລຸງທາງ​ພາກ​ເໜືອ​ຂອງ​ເນ​ປານ ແລະ ​ໄດ້​ພົບ​​ຜູ້​ເສຍ​ຊີ​ວິດ 2 ຄົນ.
ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ອົງ​ການ​ອາ​ຫານ ແລະ ການກະເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື FAO ໄດ້​ປະ​ກາດບົດ​ລາຍ​ງານ “ສະ​ພາບ​ປ່າ​ໄມ້​ທົ່ວ​ໂລກ​ປີ 2026”, ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ຄາດ​ວ່າ ຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ຍ້ອນ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ຂອງ​ໂລກ​ສູງ​ເຖິງ 878 ຕື້​ໂດ​ລາ ຫາ 6,300 ຕື້​ໂດ​ລາ​​ຕໍ່​ປີ. ບົດ​ລາຍ​ງານ​ຍັງ​ເນັ້ນ​ໜັກ​ວ່າ, ການ​ຟື້ນ​ຟູ​ປ່າ​ໄມ້ ແລະ ທິວ​ທັດ​ແມ່ນ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ບຽງ​ອາ​ຫານ ແລະ ສິ່ງ​ທ້າ​ທາຍ​ດ້ານ​ການ​ພັດ​ທະ​ນາ.
ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ກັນຍາ ຜ່ານມາວ່າ: ຄະ​ນະກຳມະການ​ເລືອກ​ຕັ້ງ​ສູນ​ກາງ ປາ​ແລັດ​ສະ​ຕິນ ພວມ​ກະ​ກຽມ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ອົງ​ການ​ນິ​ຕິບັນຍັດ ຢູ່​ເຂດກາ​ຊາ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 28 ພະ​ຈິກ ​ຈະ​ມາ​ເຖິງ. ວຽກ​ງານ​ກະ​ກຽມ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພາກ​ພື້ນ​ພວມ​ຖືກ​ທຳ​ລາຍເປັນ​ວົງ​ກວ້າງ ແລະ ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຍັງ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ.
ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ປະຊາກອນສິງກະໂປເພີ່ມຂຶ້ນ 1.6% ຫຼື 97,300 ຄົນ ເປັນ 6.21 ລ້ານຄົນ ໃນເດືອນມິຖຸນາ 2026, ເພີ່ມຂຶ້ນຈາກ 6.11 ລ້ານຄົນໃນປີກ່ອນ. ໂດຍແຮງງານທີ່ບໍ່ແມ່ນພົນລະເມືອງແມ່ນກຸ່ມທີ່ມີການເພີ່ມຂຶ້ນຫຼາຍທີ່ສຸດ.
ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ທ່ານ ຟູ້​ຊົ່ງ ຜູ້​ຕາງ​ໜ້າຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ປະ​ກອບ​ຄວາມ​ເຫັນ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ເພື່ອ​ລະ​ນຶກ​ຄົບ​ຮອບ 25 ປີ​ຂອງ​ການ​ຮັບ​ຮອງ​ເອົາ “ຖະ​ແຫຼງ​ການ ແລະ ໂຄງ​ການ​ດຳ​ເນີນ​ງານດູ​ບານ” ໂດຍ​ໄດ້​​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ທີ່​ມີ​ຕໍ່​ການ​​ຕໍ່ສູ້​ກັບ​ການ​ຈຳ​ແນກ​ເຊື້ອ​ຊາດ.
ຟອງ​ຍາ - ແກ໋​ບາງ ໄດ້​ຮັບ​ສອງ​ລາງວັນໃນ World Travel Awards 2026

ຟອງ​ຍາ - ແກ໋​ບາງ ໄດ້​ຮັບ​ສອງ​ລາງວັນໃນ World Travel Awards 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 28 ກັນຍາ ຜ່ານມາວ່າ: ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ ແກ໋​ບາງ ຍາດ​ໄດ້​ລາງວັນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ແຖວ​ໜ້າ ອາ​ຊີ ປີ 2026 (Asia’s Leading National Park 2026) ແລະ ສະ​ຖານ​ທີ່​ນັດ​ພົບ​ທຳ​ມະ​ຊາດ​ແຖ​ວ​ໜ້າ ຫວຽດ​ນາມ ປີ 2026 (Vietnam’s Leading Nature Destination 2026” - ຈຸດ​ນັດ​ພົບ​ທຳ​ມະ​ຊາດ​ແຖວ​ໜ້າ ຫວຽດ​ນາມ 2026) ໃນ​ພິທີປະກາດຜົນລາງວັນການທ່ອງທ່ຽວໂລກ ປະຈຳປີ 2026 (World Travel Awards 2026) ພາກ​ພື້ນ​ອາ​ຊີ, ໂອ​ເຊ​ອາ​ນີ ແລະ ມະ​ຫາ​ສະ​ໝຸດ​ອິນ​ເດຍ​ ທີ່ຈັດຂຶ້ນໃນປະເທດມານດິບ, ໃນ​​ວັນ​ທີ 27 ກັນ​ຍາ ຜ່ານມາ. ການ​ໄດ້​ຮັບ​ລາງວັນດັ່ງກ່າວ​ໄດ້​ປະ​ກອບ​ສ່ວນ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູ​ດ​ໃຈ, ເຄື່ອງ​ໝາຍ​ການ​ຄ້າ​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ແລະ ຖ້ຳ ​ຂອງ ຝອງ​ຍາ - ແກບ໋າງ ໃນ​ຕະຫຼາດ​ສາ​ກົນ.
ຫວຽດນາມ ເລື່ອນ 7 ຂັ້ນໃນດັດຊະນີກຳລັງຄວາມສາມາດພັດທະນາການທ່ອງທ່ຽວທົ່ວໂລກປີ 2026

ຫວຽດນາມ ເລື່ອນ 7 ຂັ້ນໃນດັດຊະນີກຳລັງຄວາມສາມາດພັດທະນາການທ່ອງທ່ຽວທົ່ວໂລກປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 27 ກັນຍາ ຜ່ານມາວ່າ: ຫວຽດນາມ ຖືກຈັດອັນດັບທີ 52 ໃນຈຳນວນ 110 ພື້ນຖານເສດຖະກິດໂລກ ກ່ຽວກັບດັດຊະນີກຳລັງຄວາມສາມາດໃນການພັດທະນາການທ່ອງທ່ຽວທົ່ວໂລກ (Travel & Tourism Development Index - TTDI) ປີ 2026.
ກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ສຸມໃສ່ການຮ່ວມມືດ້ານການປົກປັກຮັກສາມໍລະດົກ

ກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ສຸມໃສ່ການຮ່ວມມືດ້ານການປົກປັກຮັກສາມໍລະດົກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ກັນຍາ ຜ່ານມາວ່າ: ເມື່ອປະເຊີນໜ້າກັບສິ່ງທ້າທາຍຕ່າງໆຂອງໂລກ ເຊັ່ນ: ໄພພິບັດຈາກດິນຟ້າອາກາດທີ່ກັດເຊາະແຫຼ່ງບູຮານສະຖານ, ການປະທະກັນໃນພາກພື້ນທຳລາຍຮ່ອງຮອຍ ແລະ ວັດຖຸບູຮານ, ການຄ້າຂາຍ ແລະ ຂົນສົ່ງວັດຖຸບູຮານຜິດກົດໝາຍ ແລະ ອື່ນໆ, ກອງປະຊຸມເວທີປຶກສາຫາລືຄູ່ຂະໜານທີ່ມີຫົວຂໍ້ “ການຮ່ວມມືສາກົນການປົກປັກຮັກສາມໍລະດົກວັດທະນະທຳ” ຂອງກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ ຫວ່າງມໍໍ່ໆມານີ້.
ອິນເດຍ ປະກາດຫຼຸດພາສີນຳເຂົ້ານ້ຳມັນພືດ

ອິນເດຍ ປະກາດຫຼຸດພາສີນຳເຂົ້ານ້ຳມັນພືດ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອິນເດຍໄດ້ປະກາດຫຼຸດພາສີພື້ນຖານສຳລັບການນຳເຂົ້ານ້ຳມັນພືດ, ທັງນ້ຳມັນດິບ ແລະ ນ້ຳມັນປຸງແຕ່ງ, ກວມເອົານ້ຳມັນປາມ, ນ້ຳມັນຖົ່ວເຫຼືອງ ແລະ ນ້ຳມັນດອກຕາເວັນ, ເພື່ອສະກັດກັ້ນລາຄາສິນຄ້າທີ່ເພີ່ມຂຶ້ນກ່ອນວັນບຸນສຳຄັນ.
ການຄ້າດີຈີຕອນໂລກເຕີບໂຕ ບັນລຸ 7.75 ພັນຕື້ໂດລາ

ການຄ້າດີຈີຕອນໂລກເຕີບໂຕ ບັນລຸ 7.75 ພັນຕື້ໂດລາ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ບົດລາຍງານການພັດທະນາການຄ້າດີຈີຕອນໂລກປີ 2026 ໄດ້ເປີດເຜີຍວ່າ, ຂະແໜງການຄ້າດີຈີຕອນໂລກຍັງຄົງເຂັ້ມແຂງເຖິງວ່າຈະມີແຮງກົດດັນຈາກພາຍນອກ. ໂດຍມູນຄ່າການສົ່ງອອກໃນປີ 2025 ບັນລຸ 7.75 ພັນຕື້ໂດລາ, ເພີ່ມຂຶ້ນ 7.1% ເມື່ອທຽບກັບປີກ່ອນ, ກວມເອົາ 22.2% ຂອງການສົ່ງອອກສິນຄ້າ ແລະ ການບໍລິການທົ່ວໂລກ ແລະ ເພີ່ມຂຶ້ນ 2.6% ຈາກປີ 2021 ຊຶ່ງເຕີບໂຕສູງກວ່າການຄ້າທົ່ວໂລກຢ່າງຕໍ່ເນື່ອງ.
ເພີ່ມເຕີມ