ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ຊີ້ແຈ້ງວ່າ: ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຮຽກຮ້ອງໃຫ້ມີການບຸກທະລຸ, ເພີ່ມລະດັບຄວາມໄວ ເພື່ອບັນລຸ 2 ເປົ້າໝາຍທີ່ໄດ້ວາງອອກ. ບັນດາໜ້າທີ່, ມາດຕະການ ທີ່ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີແບບມີແຜນ, ຮອບດ້ານ ແລະ ມີປະສິດທິຜົນບົນພື້ນຖານສືບທອດ, ເສີມຂະຫຍາຍຜົນງານ, ບົດຮຽນປະສົບການຂອງຄົນຮຸ່ນກ່ອນ ແລະ ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ເພີ່ມເຕີມ, ປັບປຸງວິໄສທັດ ແລະ ການກະທຳຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ສົມບູນແບບ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຄົ້ນຄວ້າເພື່ອສືບຕໍ່ສ້າງ, ປັບປຸງແຜນຮ່າງດ້ວຍຊື້ເອີ້ນຕາມທິດເຜີຍແຜ່ສີສັນວັດທະນະທຳຂອງຊາດອອກສູ່ໂລກ ແລະ ສົມທົບສິ່ງຍອດຍິ່ງຈາກວັດທະນະທຳໂລກເຂົ້າວັດທະນະທຳຂອງຊາດຢ່າງກົມກຽວ; ເອົາໃນໃສ່ບັນດາໜ້າທີ່, ມາດຕະການ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້; ສືບຕໍ່ສ້າງລະບອບລະບຽບການຢ່າງສົມບູນ; ກົນໄກພັດທະນາອຸດສາຫະກຳວັດທະນະທຳ, ການບັນເທີງ, ການຄຸ້ມຄອງແບບອັດສະລິຍະ; ກົນໄກລະດົມ ແລະ ຫັນແຫຼ່ງກຳລັງເປັນຫຼາຍຮູບຫຼາຍແບບ; ວຽກງານໂຄສະນາ, ເຜີຍແຜ່, ຍົກສູງຊີວິດການເປັນຢູ່ດ້ານຈິດໃຈ, ການຊົມໃຊ້ຂອງປະຊາຊົນ ແລະ ການຮ່ວມມືສາກົນ.
ຄໍາເຫັນ